ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄື່ອງສາກໄຟທີ່ໄວຂຶ້ນ ສໍາລັບຍານພາຫະນະ ທີ່ແລ່ນດ້ວຍໄຟຟ້າ ເຫັນວ່າ ເປັນຕົວນໍາໄປສູ່ການປ່ຽນແປງໃໝ່


ເຄື່ອງສາກໄຟທີ່ໄວຂຶ້ນສໍາລັບຍານພາຫະນະທີ່ແລ່ນດ້ວຍໄຟຟ້າ ເຫັນວ່າ ເປັນຕົວນໍາໄປສູ່ການປ່ຽນແປງໃໝ່

ໂດຍທີ່ທຳນຽບຂາວໃຫ້ທຶນເພື່ອເອົາລົດໄຟຟ້າລົງໄປແລ່ນຢູ່ຕາມຖະໜົນຫົນທາງຫຼາຍຂຶ້ນ, ບາງລັດກໍກຳລັງໃຊ້ເງິນນັ້ນເພື່ອສ້າງເຄືອຂ່າຍສາກຍານພາຫະນະໄຟຟ້າ ຫລື EV ທີ່ວ່ອງໄວ ໂດຍເປັນພາກສ່ວນຂອງຕົນ. Deana Mitchell ມີລາຍງານເລື່ອງນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ການສາກລົດໄຟຟ້າຂອງນາງແມ່ນເປັນສິ່ງທີ່ທ້າທາຍຢູ່ສະເໝີສໍາລັບນາງ ເຣເບັກກາ ເດິວິດ (Rebecca DeWhitt).

ນາງເຣເບັກກາ ເດິວິດ, ເຈົ້າຂອງລົດໄຟຟ້າເວົ້າວ່າ:
"ຖ້າພວກເຮົາອາໄສຢູ່ໃນບ່ອນທີ່ພວກເຮົາສາມາດສຽບສາຍໄຟຢູ່ໃນກາຣາຈອດ ລົດ, ພວກເຮົາກໍຈະສຽບມັນໃສ່ຝາໂລດ, ແຕ່ຍ້ອນວ່າ ພວກເຮົາບໍ່ມີ ບ່ອນນີ້ກໍເລີຍ ກາຍເປັນບ່ອນທີ່ພວກເຮົາສຽບໃສ່ສາຍໄຟໃສ່ຕໍ່ອັນນີ້."

ຖ້າຫາກລັດຖະບານຂອງທ່ານໄບເດັນ ຢາກບັນລຸເປົ້າຫມາຍຂອງຕົນໃນການມີ ຍານພາຫະນະໄຟຟ້າ ຫລື EV ກວມເອົາເຄິ່ງນຶ່ງຂອງການຂາຍລົດໃຫຍ່ທັງຫມົດ ພາຍໃນປີ 2030, ມັນຈະຕ້ອງສ້າງພື້ນຖານໂຄງລ່າງ ການສາກໄຟສໍາລັບ EV ທີ່ດີກວ່າເກົ່າ. ສະນັ້ນ, ທຳນຽບຂາວຈຶ່ງໃຫ້ເງິນ 5 ຕື້ໂດລາແກ່ລັດຕ່າງໆ ເພື່ອສ້າງເຄືອຂ່າຍສາກລົດໄຟຟ້າທົ່ວປະເທດ. ລັດເທັກຊັສໄດ້ຮັບເງິນຫລາຍກວ່າໝູ່ຈາກແຜນການນີ້.

ທ່ານແຄມເມີຣອນ ຟຣີເບີກ (Cameron Freberg) ນັກຍຸດທະສາດດ້ານພະລັງງານຂອງນະຄອນອອສຕິນ ກ່າວວ່າ ເຄືອຂ່າຍຂອງເທັກຊັສຈະເພີ່ມການໃຊ້ EV ຂຶ້ນຢ່າງຫຼວງຫຼາຍຢູ່ໃນລັດທີ່ມີຖະໜົນຫົນທາງຫຼາຍເສັ້ນລ່ວງໄປຫາກັນລະຫວ່າງເມືອງຕ່າງໆ.

ທ່ານຟຣີເບີກກ່າວຕໍ່ໄປວ່າ:
"ເຈົ້າຈະເຫັນສິ່ງທີ່ພວກເຮົາເອີ້ນວ່າ ກະແສໂດຍກົງ ຫຼື DC ທີ່ເປັນເຄື່ອງສາກທີ່ວ່ອງໄວ ບ່ອນທີ່ເຈົ້າສາມາດເຕີມພະລັງໄດ້ພາຍໃນບໍ່ເທົ່າໃດນາທີ ແທນທີ່ຈະເປັນຫຼາຍຊົ່ວໂມງ ໂດຍການຕັ້ງໃສ່ແຕ່ລະຈຸດຢ່າງມີຍຸດທະສາດ ໃນທົ່ວລັດເທັກຊັສ. ແລະເພາະສະນັ້ນຫຼະ ເມື່ອມີການ ສະໜອງຂໍ້ມູນໃຫ້ແບບນັ້ນແລ້ວ ມັນຈະເປັນການງ່າຍຂຶ້ນຫຼາຍທີ່ຈະເດີນທາງ ໄປຕາມແລວທາງທີ່ສໍາຄັນເຫຼົ່ານັ້ນ."

ໝໍ້ແບດເຕີຣີເກັບໄຟຟ້າ ຈະຕ້ອງຖືກສ້າງຂຶ້ນພາຍໃນເຄື່ອງສາກໄຟຟ້າທີ່ວ່ອງໄວທັງຫຼາຍ ເພາະວ່າ ດັ່ງທີ່ນັກວິເຄາະລົດໄຟຟ້າ ລໍເຣນ ແມັກດໍໂນລ (Loren McDonald) ອະທິບາຍວ່າ ແຫຼ່ງພະລັງງານທັງຫຼາຍ ແມ່ນບໍ່ຄ່ອຍໜ້າໄວ້ວາງໃຈ ໄດ້ສະເໝີໄປ.

ທ່ານແມັກດໍໂນລ ກ່າວຜ່ານ Zoom ວ່າ:
“ທ່ານມີການສາກໄຟແບບຂ້ອນຂ້າງວ່າ ໄວ້ວາງໃຈໄດ້ ໃນກໍລະນີທີ່ຕາຂ່າຍໄຟຟ້າດັບ ທ່ານຍັງສາມາດສາກໄຟໄປໄດ້ໄລຍະນຶ່ງ. ມີຫຼາຍສິ່ງຫຼາຍຢ່າງ ທີ່ເຂົາເຈົ້າສາມາດເຮັດໄດ້ ແຕກຕ່າງກັນ ກ່ຽວກັບແບັດເຕີຣີເຫຼົ່ານັ້ນ.” "ນັ້ນຄື ການວິວັດທະນາການ ໃນອະນາຄົດຂອງອຸດສາຫະກໍານີ້."

ສິ່ງທີ່ເຮັດໃຫ້ເກີດການປ່ຽນແປງອີກອັນນຶ່ງ ແມ່ນມາຈາກລົດແທສລາ (Tesla), ທີ່ໄດ້ເປີດໂຕບ່ອນສາກລົດຂອງຕົນໃຫ້ແກ່ EV ຂອງບໍລິສັດທັງຫຼາຍ ໂດຍຜ່ານ ການໃຊ້ສາຍສາກ ຫລືອະແດັບເຕີ.

ທ່ານແມັກດໍໂນລ ກ່າວຜ່ານທາງ Zoom ອີກວ່າ:
"ຖ້າເຈົ້າຂັບລົດທີ່ບໍ່ແມ່ນ Tesla, ບັດນີ້ເຈົ້າມີທ່າແຮງໃນການເຂົ້າເຖິງເຄື່ອງ ສາກໄຟ ຫຼາຍກວ່າສອງເທົ່າຂອງຈໍານວນເຄື່ອງສາກທີ່ເຈົ້າສາມາດໃຊ້ຢູ່ໃນທຸກມື້ນີ້."

ດັ່ງນັ້ນ, ໂດຍທີ່ມີເຄືອຂ່າຍ EV ທີ່ສາກວ່ອງໄວອັນໃໝ່ໃນທົ່ວປະເທດ, ນອກເໜືອໄປ ຈາກສາຍສາກ ຫລື ອະແດັບເຕີໃໝ່ແລ້ວ, ຄົນຂັບລົດ EV ຄວນຈະມີທາງເລືອກ ໃນການສາກລົດ ທີ່ໄວ້ວາງໃຈໄດ້ ແລະມີປະສິດທິພາບຫຼາຍຂຶ້ນ ໃນໄວໆນີ້.

ອ່ານລາຍງານນີ້ເປັນພາສາອັງກິດຂ້າງລຸ່ມນີ້:

With White House funding to put more electric cars on the road, some states are using the money to build out their part of a fast-charging EV network. Deana Mitchell has the story.

Charging her electric vehicle is always a challenge for Rebecca DeWhitt.

Rebecca DeWhitt, Electric Vehicle Owner:
“If we lived in a place where we could plug into the garage, we would plug this right into the wall but because we don’t, this is where we plug into the extension cord.”


If the Biden administration is to meet its goal of having electric vehicles make up half of all new auto sales by 2030, it must create a better EV-charging infrastructure. So the White House is giving $5 billion to states to build a nationwide charging network. Texas got the most money from that plan.

Austin Energy Utility Strategist Cameron Freberg says the Texas network will greatly increase EV use in a state with lots of open roads between cities.

Cameron Freberg, Austin Energy Utility Strategist:
“You're going to see what we call DC fast chargers, where you can really refuel in minutes as opposed to hours, strategically placed throughout the state of Texas. And so, once that gets kind of input, it's going to be much easier to travel along those major corridors.”


Battery storage must be built into the fast chargers because, as electric vehicle analyst Loren McDonald explains, power sources are not always reliable.

Loren McDonald, EVAdoption:
“You've got sort of more reliable charging in case the grid goes down. You can still charge for a while. There's a lot of different things that they can do with those batteries.”


“That's kind of the future evolution of this industry.”


Another game changer came from Tesla, which opened up its chargers to other EV companies via an adapter.

Loren McDonald, EVAdoption:
“If you're driving a non-Tesla, you'll now have the potential to access more than double the number of chargers you can today.”

So, with a new fast-charging nationwide EV network, in addition to new adapters, EV drivers should soon have more reliable and efficient charging options.

XS
SM
MD
LG