ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລີກັນຮັບໄຊຊະນະທີ່ສຳຄັນ ໃນການເລືອກຕັ້ງກາງສະໄໝ


ພັກຣີພັບບລີກັນຮັບໄຊຊະນະທີ່ສຳຄັນ ໃນການເລືອກຕັ້ງກາງສະໄໝ
ພັກຣີພັບບລີກັນຮັບໄຊຊະນະທີ່ສຳຄັນ ໃນການເລືອກຕັ້ງກາງສະໄໝ

ບັນດາຜູ້ສະມັກຂອງພັກຣີພັບບລີກັນຍັງໄດ້ຮັບໄຊຊະນະທີ່
ສຳຄັນຈຳນວນນຶ່ງ ໃນການເລືອກຕັ້ງເອົາຜູ້ປົກຄອງລັດຢູ່
ໃນ 37 ລັດ.

ພັກຣີພັບບລີກັນໄດ້ຊະນະການເລືອກຕັ້ງຜູ້ປົກຄອງລັດຢ່າງ
ນ້ອຍ ຢູ່ໃນ 10 ລັດ ທີ່ພັກເດໂມແຄຣັທເຄີຍເປັນຜູ້ປົກ
ຄອງມາກ່ອນ ຮວມທັງລັດເພັນຊິລເວເນຍ ໃນພາກຕາເວັນ
ອອກແລະລັດໂອຮາຍໂອ ໃນພາກກາງຂອງສະຫະລັດ.

ຄາດວ່າທັງສອງລັດນີ້ຈະເປັນສະໜາມລົບທາງການເມືອງທີ່ສຳຄັນໃນໄລຍະສອງປີຕໍ່ໜ້າ ເວລາປະທານາທິບໍດີບາຣັກ ໂອບາມາຄາດວ່າຈະລົງສະມັກແຂ່ງຂັນເອົາຕຳແໜ່ງຕື່ມອີກສະ
ໄໝນຶ່ງ. ພວກ​ລັດ​ຕ່າງໆເຄີຍມີປະວັດມາແລ້ວ ໃນ ການຊ່ອຍຜູ້ສະມັກເປັນປະທານາທິບໍດີ
ໃຫ້ໄດ້ຮັບໄຊຊະນະຫຼືປະລາໄຊ ​ໂດຍ ຂຶ້ນຢູ່ກັບວ່າຜູ້ປົກຄອງລັດດັ່ງກ່າວສັງກັດພັກໃດ.

ຜູ້ສະມັກຂອງພັກຣີພັບບລີກັນຄົນນຶ່ງ ກໍໄດ້ຊະນະຕຳແໜ່ງຜູ້ປົກຄອງລັດ ທີ່ລັດ ນິວເມັກຊິໂກ
ໃນພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ບ່ອນທີ່ທ່ານນາງ Susana Martinez ​ໄດ້ເປັນແມ່ຍິງເຊື້ອສາຍຮິສປານິກຄົນທຳອິດ ທີ່ໄດ້ຖືກ ເລືອກໃຫ້ເປັນຫົວຄະນະບໍລິຫານລັດ.

ທີ່ລັດ​ແຄລີຟໍເນຍ ທ່ານ Jerry Brown ຜູ້ສະມັກຂອງພັກເດໂມແຄຣັທແລະອະດີດຜູ້
ປົກຄອງລັດ ໄດ້ຊະນະຜູ້ສະມັກຂອງພັກຣີພັບບລີກັນ ທ່ານນາງ Meg Whitman ອະດີດຫົວໜ້າບໍລິສັດປະມູນສິນຄ້າ​ທາງອິນເຕີແນັດ ອີເບ.

ທ່ານ Brown ຈະເຂົ້າຮັບຕຳແໜ່ງແທນຜູ້ປົກຄອງລັດສັງກັດພັກຣີພັບບລີກັນ ທ່ານ
Arnold Schwarzenegger.

XS
SM
MD
LG