ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຈະມີການເລືອກຕັ້ງໃນມຽນມາ ແຕ່ບໍ່ມີປະຊາທິປະໄຕ


ທ່ານນາງອອງ ຊານ ຊູຈີ ຖືກກັກບໍລິເວນໃຫ້ຢູ່ແຕ່ໃນບ້ານເຮືອນ ມາຕະຫລອດເວລາສ່ວນ ໃຫຍ່ຂອງໄລຍະສິບກ່ວາປີຜ່ານມານີ້.
ທ່ານນາງອອງ ຊານ ຊູຈີ ຖືກກັກບໍລິເວນໃຫ້ຢູ່ແຕ່ໃນບ້ານເຮືອນ ມາຕະຫລອດເວລາສ່ວນ ໃຫຍ່ຂອງໄລຍະສິບກ່ວາປີຜ່ານມານີ້.

ເວລານີ້ ການກະກຽມຍັງຄົງດຳເນີນໄປຢ່າງຕໍ່ເນຶ່ອງ ສຳລັບການເລືອກຕັ້ງທົ່ວປະເທດໃນ ມຽນມາໃນປີນີ້ ຊຶ່ງເປັນການເລືອກຕັ້ງເທື່ອທຳອິດໃນຮອບ 20 ປີ. ມີພັກການເມືອງ 38 ພັກໄດ້ຮັບອະນຸມັດຈາກລັດຖະບານ ໃຫ້ມີສິດສົ່ງຜູ້ຮັບສະໝັກ​ເລືອກ​ຕັ້ງເຂົ້ານ່ັງ​ ໃນສະພາ​ແຫ່ງ​ຊາດ ພາຍໃຕ້ຂໍ້​ກຳໜົດ​ຂອງລັດຖະທໍາມະນູນ ສະບັບປີ 2008 ທີ່​ຂາດ​ຕົກ​ບົກ​ຜ່ອງ​ຫລາຍ​ສິ່ງ​ຫລາຍ​ປະການ​ຂອງລັດຖະບານ ແລະກົດໝາຍເລືອກຕັ້ງ ທີ່ອອກມາເມື່ອຕົ້ນ ປີນ ີ້ທີ່ໄດ້ວາງຂໍ້ຈຳກັດຮັດແຄບຮ້າຍແຮງກວ່າເກົ່າອີກຕໍ່​ສະພາບແວດ​ລ້ອມດ້ານການເມືອງທີ່​ຖືກກົດ​ຂີ່ຢູ່່​ແລ້ວ​ຂອງ​ປະ​ເທດ​ນັ້ນ.

ຖ້າ​ພິຈາລະນາ​ຢ່າງ​ຜິວ​ເຜີນ​ແລ້ວ ​ໃຜໆກໍ​ຄົງຈະ​ພາກັນ​ຄິດວ່າການ​ມີ​ຜູ້​ສະໝັກ​ເລືອກ​ຕັ້ງຈາກ​ຫລາຍ​ພັກ​ການ​ເມືອງ​ເຊ່ນ​ນັ້ນເທົ່າ​ກັບ​ເປັນ​ການສະ​ເໜີ​ແນະ​ວ່າ ໃນທີ່ສຸດປະຊາທິປະໄຕກໍໄດ້ ຫວນກັບຄືນມາສູ່ມຽນມາ ຫລັງຈາກ​ໄດ້ຢູ່​ໃຕ້​ການປົກຄອງຂອງ ອຳນາດ​ປົກຄອ ທະຫານທີ່ຜະເດັດການມາ​ເປັນ​ເວລາດົນນານ. ​ແຕ່​ວ່ານັ້ນຈະ​ເປັນການ​ຄາດ​ຄິດທີ່ຜິດໆ. ກົດໝາຍເລືອກຕັ້ງສະບັບໃໝ່ແລະການກະທຳຕ່າງໆຂອງລັດຖະບານທະຫານ ມຽນມາ ​ໄດ້ເຮັດໃຫ້ຮູ້ຢ່າງແຈ້ງຂາວວ່າ ການເລືອກຕັ້ງຄັ້ງນີ້ຈະບໍ່ເສລີ ຍຸຕິທຳ ຫລື​ເປັນ​ໄປ ແບບປະຊາທິປະໄຕ ແຕ່ເປັນການດຳເນີນການທີ່ມີການ ວາງ​ແຜນ​ຢ່າງລະມັດລະວັງ ທຸກໆບາດກ້າວ. ຍ້ອນກົດໝາຍເລືອກຕັ້ງທີ່ຈຳກັດຮັດແຄບຂອງ​ມຽນມານັ້ນ ພັກຝ່າຍ ຄ້ານຊັ້ນນຳຂອງປະເທດ ກໍຄືພັກສັນນິບາດ​ແຫ່ງ​ຊາດເພື່ອປະຊາທິປະໄຕ ຫລື NLD ​ໄດ້​ຕັດສິນ​ໃຈ​ທີ່ຈະບໍ່ຈົດທະບຽນເພື່ອລົງສະໝັກເລືອກຕັ້ງອີກ ແລະກໍ​ຈະບໍ່ເຂົ້າ ປະກອບ ສ່ວນໃນການເລືອກຕັ້ງຄັ້ງນີ້. ສ່ວນ​ພັກການເມືອງຕ່າງໆທີ່ຢາກຈະຈົດທະບຽນເລືອກຕັ້ງນັ້ນ ແມ່ນຈະຕ້ອງໃຫ້ຄຳໝັ້ນສັນຍາທີ່ຈະປົກປ້ອງ ລັດຖະ ທຳມະນູນ ສະບັບປີ 2008 ນັ້ນ ຊຶ່ງຮັບປະກັນໃຫ້ຜູ້ສະໝັກເລືອກຕັ້ງຈາກຝ່າຍທະຫານໄດ້ບ່ອນນັ່ງນຶ່ງສ່ວນສີ່ໃນສະພາ ບໍ່ວ່າຜົນການເລືອກຕັ້ງ ນັ້ນ ຈະອອກມາແບບໃດກໍຕາມ.

ສະຫະລັດໄດ້ຮຽກຮ້ອງ ເປັນເວລາດົນນານມາແລ້ວ ໃຫ້ພວກຜູ້ນຳທັງຫລາຍຂອງມຽນມາ ເປີດກວ້າງຂັ້ນຕອນດ້ານການເມືອງຂອງ​ຕົນ ​ເພື່ອໃຫ້ມີ ການປະກອບສ່ວນທີ່ມີຄວາມໝາຍ ຈາກ​ທຸກ​ພັກ​ຝ່າຍ ພ້ອມທັງ​ໃຫ້​ທຳ​ການໂອ້ລົມສົນທະ ນາກັນກັບພວກທີ່ມີສ່ວນໄດ້ສ່ວນເສຍທັງຫລາຍ ຊຶ່ງໂຮມ ທັງພວກຊົນກຸ່ມ ນ້ອຍ ແລະ ພວກຝ່າຍຄ້ານທີ່​ນິຍົມປະຊາທິປະໄຕນັ້ນນຳ. ພວກເຮົາເຄົາລົບນັບຖືການຕັດສິນໃຈທີ່ຍາກລຳບາກ ທີ່ພວກນັກເຄຶ່ອນ ໄຫວເພື່ອປະຊາທິປະໄຕ ແລະພັກຝ່າຍອື່ນໆຕ້ອງ​ໄດ້ເຮັດລົງໄປກ່ຽວ​ກັບ​ວ່າ​ຄວນ​ຈະ​ເອົາ​ທ່າ​ທີ​ແນວ​ໃດ​ກ່ຽວ​ກັບການເລືອກຕັ້ງ​ໃນ​ຄັ້ງນີ້. ​ເມື່ອ​ພິຈາລະນາ​ ເບິ່ງຂໍ້ຈຳກັດຮັດແຄບຕ່າງໆທາງດ້ານການ ເມືອງ ທີ່ໂຮມທັງຂໍ້ຈຳກັດ​ຕໍ່ການໂຄສະຫາສຽງເລືອກຕັ້ງ ການໂຮມຊຸມນຸມກັນ ແລະການ ອອກຂ່າວເປັນຕົ້ນນັ້ນ ກໍຍັງຖືວ່າມັນ​ເປັນຂັ້ນຕອນເລືອກຕັ້ງທີ່​ຂາດ​ຕົກ​ບົກ​ຜ່ອງ​ແລະບໍ່​ສົມບູນ​ແບບ. ພວກເຮົາເຊື່ອວ່າ ສິ່ງທີ່ຈະດຳ​ເນີນ​ໄປຢູ່ໃນ ມຽນມານັ້ນ ​ແມ່ນ​ຈະ​ຫ່າງ​ໄກຫ​ລາຍ​ຈາກການ​ເລືອກ​ຕັ້ງ ທີ່ມີຜົນອອກ​ມາ​ຢ່າງເສລີ ຍຸຕິທຳ ຫລືຖືກຕ້ອງຕາມກົດໝາຍ.

ສະຫະລັດ​ໄດ້​ຍົກ​ເອົາ​ບັນຫາ​ນີ້​ຂຶ້ນ​ມາ​ເວົ້າ ໃນການປຶກສາຫາລືກັນໂດຍກົງກັບພວກ ຈົ້າໜ້າທີ່ຂອງມຽນມາ ຫລາຍໆ​ຄັ້ງ ແລະຈະສືບຕໍ່ເຮັດດັ່ງນັ້ນ ໄປເລື້ອຍໆ. ເທົ່າເຖິງປັດຈຸ ບັນການຕອບສະໜອງຂອງລັດຖະບານ ທະຫານມຽນ ​ແມ່ນ​ໄດ້​ເປັນ​ທີ່ຜິດຫວັງ​ຢ່າງ​ຍິ່ງ.

ໃນລະຫວ່າງ​ດຽວ​ກັນນີ້ ມຽນມາກໍຍັງກັກຂັງຈຳຄຸກພວກນັກໂທດການເມືອງຢູ່ປະມານ 2,100 ຄົນ ໂຮມທັງທ່ານນາງອອງຊານ ຊູຈີ ຜູ້ສະນັບ ສະໜຸນປະຊາທິປະໄຕ ແລະ​ເຈົ້າຂອງລາງວັນໂນ​ແບ​ລຂະ​ແໜງ​ສັນ​ຕິ​ພາບ. ສະຫະລັດສືບຕໍ່ຮຽກຮ້ອງໃຫ້ມຽນມາປ່ອຍພວກນັກໂທດເຫລົ່ານັ້ນ ໂດຍທັນທີ ແລະຢ່າງບໍ່ມີ ເງຶ່ອນໄຂໄດໆ ແລະໃຫ້ລັດຖະບານ ທະຫານມຽນມາ ອະນຸຍາດໃຫ້ ພວກເຂົາເຈົ້າ​ໄດ້ເຂົ້າປະກອບສ່ວນໃນ ການດຳເນີນ ຂັ້ນຕອນ ເພື່ອສ້າງສາມຽນມາໃຫ້ ເປັນປະເທດທີ່ມີສະຖຽນລະພາບຫລາຍ​ຂຶ້ນ ແລະຈະເຣີນຮຸ່ງເຮືອງຂຶ້ນ ​ກ່ວາ​ເກົ່າ ທີ່ເຄົາຣົບນັບຖືສິດທິ​ຂອງພົນລະ​ເມືອງທັງໝົດຂອງຕົນ ແລະດຳລົງຊີວິດຢູ່ຢ່າງ ສັນຕິ ກັບພວກປະເທດເພື່ອນບ້ານຂອງຕົນ.

ໃນການປຶກສາຫາລືຂອງພວກເຮົານັ້ນ ພວກເຈົ້າໜ້າທີ່ມຽນມາໄດ້ສະ​ແດງ​ໃຫ້​ຮູ້​ເປັນ​ໃນໆວ່າ ​ເຂົາ​ເຈົ້າຢາກ​ມີ​ການ​ຕິດ​ຕໍ່​ພົວພັນທີ່​ດີ​ຂຶ້ນກັບສະຫະລັດ. ຖ້າຫາກ​ພວກເຈົ້າໜ້າທີ່​ມຽນມາ ຫລິ່ງເຫັນສາຍພົວພັນທີ່ແຕກຕ່າງໄປໂດຍພື້ນຖານ ກັບປະເທດຂອງພວກເຮົາ ຂັ້ນຕອນ​ພື້ນຖານຕ່າງໆ​ຢູ່​ໃນ​ປະ​ເທດ​ຂອງພວກເຂົາເຈົ້າເອງ ກໍ​ຈະ​ຕ້ອງ​ມີການປ່ຽນແປງເຊ່ນ​ກັນ.

XS
SM
MD
LG