ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະສະພາ ສຫລ ກັບ​ຄືນ ​ມາ​ເຮັດ​ວຽກ​ ມື້ນີ້ ຫຼັງ​ຈາກ​ໄປ​ພັກ ນຶ່ງ​ອາ​ທິດ (ວີດີໂອ)


Washington Week: In Election Year, Congress Unlikely to Tackle Tough Issues
please wait

No media source currently available

0:00 0:02:47 0:00
ລິງໂດຍກົງ
ລັດ​ຖະສະພາສະຫະລັດ ກັບ​ຄືນ​ມາ​ເຮັດ​ວຽກ​ໃນ​ວັນ​ຈັນ​ມື້​ນີ້
ຫລັງ​ຈາກ​ໄດ້​ຢຸດພັກ​ຜ່ອນ ເປັນ​ເວລາ​ນຶ່ງ​ອາທິດ. ​ເຖິງ​ແມ່ນ​
ວ່າ ​ໄດ້​ຮັບຜ່ານ​ງົບປະມານ ລັດຖະບານ​ກາງ ​ແລະຍົກ​ລະ​
ດັບເພດານໜີ້​ສິນຂຶ້ນ ຫວ່າງ​ມໍ່ໆ​ມາ​ນີ້ກໍ​ຕາມ ​ແຕ່ຄວາມ​ຄາດ
​ໝາຍກໍ​ມີ​ຕໍ່າ ທີ່ວ່າ ລັດຖະສະພາ​ທີ່​ແບ່ງ​ແຍກກັນ​ທາງການ
​ເມືອງນັ້ນຈະ​ຮັບ​ຮ່າງ​ກົດ​ໝາຍທີ່​ສໍາຄັນ​ແລະ​ເປັນ​ຂໍ້ຂັດແຍ້​ງ
ກັນ ກ່ຽວ​ກັບການ​ປະຕິ​ຮູບລະບົບ ຄົນ​ເຂົ້າ​ເມືອງຂອງສະຫະ
ລັດ ​ແລະຮ່າງ​ກົດໝາຍອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ
ແລກປ່ຽນການ​ຄ້າ​ກັບປະ​ເທດ​ຕ່າງໆ.

​ໃນລາຍ​ງານກ່ຽວ​ກັບ​ສະພາບ​ການ​ຂອງ​ປະ​ເທດ​ຊາດຕໍ່​ສະພາ
ແລະປະຊາຊົນ​ອາ​ເມຣິກັນໃນ​ເດືອນ​ແລ້ວ​ນີ້ປະທານາທິບໍດີ Barack Obama ອີກຄັ້ງນຶ່ງ
​ໄດ້​ຮຽກຮ້ອງ ​ໃຫ້ລັດຖະສະພາ ຮັບ​ຜ່ານ​ກົດໝາຍປະຕິ​ຮູບ ລະບົບ​ຄົນ​ເຂົ້າ​ເມືອງ ຊຶ່ງ​ທ່ານ
ກ່າວວ່າ:

“ການ​ປະຕິ​ຮູບຈະ​ເພີ້​ມ​ມູນ​ຄ່າເສດຖະກິດ ​ແລະ​ລຸດຜ່ອນ​ການຂາດ​ດຸນງົບປະ ມານ ເກືອບ
ຮອດ 1 ພັນຕື້​ໂດ​ລາໃນ​ສອງ​ທົດ​ສະ​ວັດ​ຂ້າງ​ໜ້າ. ​ແລະ​ເພື່ອ​ເຫດຜົນ​ອັນ​ດີນໍາຄືເວລາ​ຜູ້ຄົນ
​ພາກັນເຂົ້າມາ​ປະ​ເທດນີ້ ເພື່ອ​ໃຫ້​ບັນລຸຄວາມ​ຝັນ​ຂອງ​ເຂົາ​ເຈົ້າຈະເພື່ອ​ການສຶກສາ ປະດິດ
ຄິດ​ສ້າງ ​ແລະປະກອບສ່ວນ​ໃນ​ວັດ​ທະ​ນາ​ທໍາ​ຂອງ​ເຮົາກໍ​ດີ ​ເຂົາ​ເຈົ້າເຮັດ​ໃຫ້​ປະ​ເທດ​ຂອງ
​ເຮົາ ​ເປັນ​ບ່ອນ​ທີ່​ດຶງ​ດູດໃຈ ​ຫລາຍ​ຂຶ້ນ ສໍາລັບ​ໃຫ້​ບໍລິສັດທຸລະ​ກິດ​ ​ຍົກຍ້າຍ​ມາຕັ້ງ​ຢູ່ ​ແລະ​
ສ້າງ​ວຽກ​ເຮັດ​ງານ​ທໍາ​ແກ່​ທຸກໆ​ຄົນ. ​ເພາະສະ​ນັ້ນ ພວກ​ເຮົາ ຈົ່ງ​ມາປະຕິ​ຮູບລະບົບ​ຄົນ​ເຂົ້າ
​ເມືອງ​ໃຫ້​ແລ້ວ​ໃນ​ປີ​ນີ້.”​

​ຜູ້​ແທນ​ສະພາຈາກພັກຣີພັບ​ບລິ​ກັນ ຫລາຍ​ຄົນ​ ຍັງພາກັນ​ຄັດຄ້ານ ຕໍ່​ຮ່າງ​ກົດ ໝາຍໃດໆ
ທີ່​ຈະໃຫ້​ໂອກາດ​ໃນ​ການ​ເປັນ​ສັນຊາດ ​ແກ່ພວກ​ທີ່​ເຮັດ​ວຽກຢູ່​ປະ​ເທດ​ນີ້ ​ແບບ​ບໍ່​ມີ​ເອກະ
ສານ​ຖືກ​ຕ້ອງ​ຕາມກົດໝາຍ. ​ຄົນ​ອື່ນ​ໆກ່າວ​ວ່າ ລັດ​ຖະບານ Obama ນັ້ນ ​ເຊື່ອ​ຖື​ບໍ່​ໄດ້ໃນ
​ເລື້ອງ​ການບັງຄັບ​ໃຊ້​ກົດໝາຍນີ້. ທ່ານ John Boehner ​ປະທານ​ສະພາ​ຕໍ່າກ່າວວ່າ “ປະ
ຊາຊົນອາ​ເມຣິກັນ ຮວມ​ທັງຫລາຍໆ​ຄົນ ​ໃນ​ບັນດາ​ເພື່ອນສະມາຊິກຮ່ວມ ສະພາ​ຕໍ່າຈາກ
ພັກ​ຣີພັບ​ບລິ​ກັນ ຂອງ​ຂ້າພະ​ເຈົ້າ ບໍ່​ເຊຶ່ອວ່າ ການ​ປະຕິ​ຮູບ ທີ່​ພວກ​ເຮົາກໍາລັງ​ກ່າວ​ກັນຢູ່​ນີ້
ຈະ​ຖືກຈັດ​ຕັ້ງ​ປະຕິ​ບັດ ຕາມ​ທີ່​ໄດ້​ຕັ້ງ​ໃຈ​ເອົາ​ໄວ້.”

​ໃນ​ອີກ​ດ້ານ​ນຶ່ງ ທ່ານ Boehner ຊັກ​ຊວນ​ໃຫ້ທັງ​ສອງ​ຝ່າຍສະໜັບສະໜຸນ ​ໃນ​ການຍົກ​ລະ
ດັບ​ຄວາມ​ສາມາດ​ຂອງລັດຖະບານ ໃນ​ການເຈລະຈາ​ເຮັດ​ຂໍ້​ຕົກລົງ​ການ​ຄ້າເສລີຢູ່​ທົ່ວ​ໂລກ ​ໂດຍ​ຜ່ານກົດໝາຍ ທີ່​ເອີ້ນ​ວ່າ “ອໍານາດສົ່ງ​ເສີມການ​ຄ້າ” ທີ່​ຈະ​ເສີມ​ຂະຫຍາຍ ​ສິນຄ້າ​ສົ່ງ
ອອກ ​ແລະ​ສ້າງ​ວຽກເຮັດ​ງານ​ທໍາ ຫລາຍ​ຂື້ນ ຢູ່​ໃນອາ​ເມຣິກາ.”

ປະ​ທາ​ນາ​ທິບໍດີ Obama ​ໄດ້​ເຫັນ​ດີ​ນໍາ​ ການ​ເສີມຂະ​ຫຍາຍການ​ຄ້າ ​ແຕ່​ບໍ່​ໄດ້ ລະບຸ​ວ່າ
ຮ່າງກົດໝາຍ “ອໍານາດສົ່ງ​ເສີມການ​ຄ້າ” ນັ້ນ ​ເປັນ​ບຸລິມະສິດ​ດ້ານເສດ​ທະ​ກິດສູງ​ອັນ​ນຶ່ງ.
XS
SM
MD
LG