ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຖືກເລືອກ ເຂົ້າຮັບຕຳແໜ່ງ ເປັນສະໄໝ ທີ 2 ຕື່ມອີກ 4 ປີ (ສະໄລດ໌ກັບວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ (ທີ 2 ຈາກຊ້າຍ) ສັດຕິໝາຍເລກ 1 ທ່ານນາງມີແຊລ ໂອບາມາ (ຊ້າຍ) ຮອງປະທານາທິບໍດີ ໂຈ ໄບເດັນ ແລະສັດຕີໝາຍເລກ 2 ທ່ານນາງຈິລ ໄບເດັນ ໂບກມືໃຫ້ພວກສະໜັບສະໜຸນ ຫຼັງຈາກທ່ານໂອບາມາ ກ່າວຄຳປາໄສ ໃນຄໍ່າຄືນການເລືອກຕັ້ງ ທີ່ນະຄອນຊີຄາໂກ ໃນວັນທີ 6 ພະຈິກ 2012.
ປະທານາທິບໍດີບາຣັກ ໂອບາມາ (ທີ 2 ຈາກຊ້າຍ) ສັດຕິໝາຍເລກ 1 ທ່ານນາງມີແຊລ ໂອບາມາ (ຊ້າຍ) ຮອງປະທານາທິບໍດີ ໂຈ ໄບເດັນ ແລະສັດຕີໝາຍເລກ 2 ທ່ານນາງຈິລ ໄບເດັນ ໂບກມືໃຫ້ພວກສະໜັບສະໜຸນ ຫຼັງຈາກທ່ານໂອບາມາ ກ່າວຄຳປາໄສ ໃນຄໍ່າຄືນການເລືອກຕັ້ງ ທີ່ນະຄອນຊີຄາໂກ ໃນວັນທີ 6 ພະຈິກ 2012.
ທ່ານບາຣັກ ໂອບາມາ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທາ
ນາທິບໍດີສະຫະລັດ ເປັນສະໄໝທີ 2 ຕື່ມອີກ 4 ປີ. ຜູ້ສະມັກຂອງ
ພັກເດໂມແຄຣັທໄດ້ຊະນະຄູ່ແຂ່ງຈາກພັກຣີພັບບລີກັນ ທ່ານມິຕ
ຣອມນີ ໃນການເລືອກຕັ້ງ ໃນວັນອັງຄານວານນີ້.

ປະທານາທິບໍດີອາເມຣິກັນ ເຊື້ອສາຍອາຟຣິກາຄົນທຳອິດຂອງ
ສະຫະລັດໄດ້ຊະນະຄະແນນສຽງຂອງຄະນະກຳມະການເລືອກ ຕັ້ງຂອງລັດຕ່າງໆຫຼາຍກວ່າ 270 ສຽງທີ່ທ່ານຕ້ອງການເພື່ອຄໍ້າ ປະກັນການເຂົ້າຮັບຕຳແໜ່ງທີ່ທຳນຽບຂາວ ຕື່ມອີກ 4 ປີ.

ຫຼັງຈາກໄດ້ຮັບໄຊຊະນະແລ້ວ ທ່ານບາຣັກ ໂອບາມາ ໄດ້ກ່າວ
ຕໍ່ພວກສະໜັບສະໜຸນ ຈຳນວນຫຼາຍພັນຄົນ ທີ່ນະຄອນ Chi-
cago ວ່າ ທ່ານມີຄວາມຕັ້ງໃຈແລະມີແຮງດົນໃຈຫຼາຍຂຶ້ນກວ່າແຕ່ກ່ອນ ທີ່ຈະແກ້ໄຂບັນ ຫາທ້າທາຍຕ່າງໆຂອງປະເທດຊາດ.

ທ່ານໂອບາມາເວົ້າວ່າ “ພວກທ່ານໄດ້ປ່ອນບັດ ເພື່ອໃຫ້ມີການເຄື່ອນໄຫວ ບໍ່ແມ່ນ ການເມືອງຕາມປົກກະຕິ. ພວກທ່ານໄດ້ເລືອກພວກເຮົາ ເພື່ອໃຫ້ເພັ່ງເລັງ ໃສ່ ເລື່ອງວຽກເຮັດງານທຳຂອງພວກທ່ານ ບໍ່ແມ່ນຂອງພວກເຮົາ ແລະພາຍໃນໄລ ຍະສອງສາມອາທິດແລະສອງສາມເດືອນຂ້າງໜ້ານີ້ ຂ້າພະເຈົ້າຫວັງວ່າຈະໄດ້ ຕິດຕໍ່ໄປຫາ ແລະດຳເນີນງານ ຮ່ວມກັບພວກຜູ້ນຳຂອງທັງສອງພັກການເມືອງ ເພື່ອທັບມ້າງບັນຫາທ້າທາຍຕ່າງໆ ທີ່ພວກເຮົາຈະສາມາດແກ້ໄຂໄດ້ນໍາກັນທໍ່
ນັ້ນ."


President Obama Delivers Acceptance Speech
please wait

No media source currently available

0:00 0:24:54 0:00
ລິງໂດຍກົງ

ປະທານາທິບໍດີໂອບາມາ ກ່າວວ່າ ໃນການດໍາລົງຕໍາແໜ່ງ ສະໄໝທີ 2 ນັ້ນ ທ່ານຈະດຳ ເນີນງານເພື່ອຫຼຸດຜ່ອນການຂາດດຸນງົບປະມານຂອງລັດຖະບານສະຫະລັດ ປະຕິຮູບການ ເກັບພາສີ ປະຕິຮູບລະບົບຄົນເຂົ້າເມືອງຂອງປະເທດ ແລະຫລຸດຜ່ອນການກາງຕໍ່ນໍ້າມັນ ຈາກ ຕ່າງປະເທດຂອງສະຫະລັດ.

ທ່ານໂອບາມາໄດ້ສະແດງຄວາມຊົມເຊີຍຕໍ່ຄູ່ແຂ່ງຂອງທ່ານ ທີ່ໄດ້ດໍາເນີນການໂຄສະນາ ຫາສຽງຢ່າງໜັກ ແລະຕົບມືຊົມເຊີຍ ທ່ານຣອມນີແລະຄອບຄົວຂອງທ່ານ ສໍາລັບການຮັບ ໃຊ້ປະເທດຊາດ ທີ່ເຄີຍປະຕິບັດສືບຕໍ່ກັນມາ. ແລະທ່ານເວົ້າວ່າ ທ່ານຈະຍື່ນມືໄປຫາສະ ມາຊິກພັກຣີພັບບລີກັນ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາຕ່າງໆຂອງປະເທດ.

ທ່ານໂອບາມາເວົ້າວ່າ “ຂ້າພະເຈົ້າຍັງຫວັງວ່າ ໃນໄລຍະສອງສາມອາທິດຕໍ່ໜ້ານີ້ ຈະໄດ້ນັ່ງໂອ້ລົມກັບຜູ້ປົກຄອງລັດຣອມນີເພື່ອຫາລືກັນກ່ຽວກັບວ່າ ພວກເຮົາຈະ ສາມາດດຳເນີນງານຮ່ວມກັນໄດ້ຢູ່ບ່ອນໃດ ເພື່ອສ້າງຄວາມກ້າວໜ້າໃຫ້ແກ່ປະ ເທດນີ້.”

ກ່ອນໜ້ານັ້ນບໍ່ດົນ ທ່ານຣອມນີ ອະດີດຜູ້ປົກຄອງລັດ Massachusetts ໄດ້ຖະແຫລງຕໍ່ ພວກສະໜັບສະໜຸນທ່ານ ທີ່ນະຄອນບອສຕັນ ຍອມຮັບເອົາການເສຍໄຊໃນການເລືອກ ຕັ້ງ.

ທ່ານຣອມນີເວົ້າວ່າ “ຂ້າພະເຈົ້າຫາກໍໂທໄປຫາປະທານາທິບໍດີໂອບາມາ ເພື່ອສະ ແດງຄວາມດີໃຈນໍາໄຊຊະນະຂອງທ່ານ. ພວກສະໜັບສະໜຸນທ່ານແລະຄະນະ ໂຄສະນາຫາສຽງຂອງທ່ານກໍສົມຄວນທີ່ຈະໄດ້ຮັບການຊົມເຊີຍນຳດ້ວຍ. ຂ້າພະ ເຈົ້າຂໍສົ່ງຄວາມປາດຖະໜາດີໄປຫາເຂົາເຈົ້າທຸກໆຄົນ ໂດຍສະເພາະ ທ່ານປະ ທານາທິບໍດີ ທ່ານນາງສັດຕີໝາຍເລກນຶ່ງ ແລະລູກສາວທັງສອງ.”

ທ່ານຣອມນີ ກ່າວວ່າ ທ່ານເອງ ແລະຜູ້ສະມັກເປັນຮອງປະທານາທິບໍດີ ຮ່ວມກັບທ່ານ ຄື ທ່ານ Paul Ryan ແມ່ນໄດ້ເຮັດສຸດຄວາມສາມາດຂອງພວກທ່ານແລ້ວ ໃນການໂຄສະ ນາຫາສຽງນັ້ນ ແລະກໍໄດ້ກ່າວຂອບອົກຂອບໃຈຕໍ່ບັນດາຜູ້ສະໜັບສະໜຸນພວກທ່ານ.

ທ່ານຣອມນີກ່າວວ່າ “ຂ້າພະເຈົ້າກໍຫວັງເຊັ່ນດຽວກັນວ່າ ຂ້າພະເຈົ້າໄດ້ກະທຳຕາມ ຄວາມປະສົງຂອງພວກທ່ານ ເພື່ອຈະນຳພາປະເທດຊາດ ໄປໃນທິດທາງທີ່ຕ່າງ ຈາກນີ້ ແຕ່ປະເທດຊາດ ໄດ້ເລືອກເອົາຜູ້ນຳອີກຄົນນຶ່ງ ແລະດ້ວຍເຫດນີ້ Ann ແລະຂ້າພະເຈົ້າ ຮ່ວມກັບພວກທ່ານ ຈຶ່ງຂໍສວດມົນພາວະນາດ້ວຍຄວາມຈິງໃຈ ໃຫ້ແກ່ຜູ້ນຳຄົນນັ້ນ ແລະປະເທດຊາດທີ່ຍິ່ງໃຫຍ່ຂອງພວກເຮົາ. ຂອບໃຈ ແລະ ຂໍໃຫ້ພະຜູ້ເປັນເຈົ້າອວຍພອນໃຫ້ແກ່ອາເມຣິກາ. ພວກທ່ານແມ່ນເປັນຜູ້ທີ່ ດີທີ່ ສຸດ ຂອບໃຈຫຼາຍໆ.”

ທ່ານໂອບາມາ ໄດ້ຊະນະຢູ່ໃນບັນດາລັດທີ່ເອີ້ນວ່າ ມີຄະແນນສຽງໃກ້ຄຽງກັນທີ່ທ່ານເອງ ແລະທ່ານຣອມນີຕ່າງກໍຕ້ອງການເພື່ອຈະໄດ້ຮັບໄຊຊະນະນັ້ນ.

Obama Wins Re-election
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ

ການເລືອກຕັ້ງປະທານາທິບໍດີສະຫະລັດ ບໍ່ໄດ້ຕັດສິນໂດຍຄະແນນສຽງເລືອກຕັ້ງຂອງປະ ຊາຊົນ ແຕ່ໂດຍຄະແນນສຽງຂອງຄະນະກຳມະການເລືອກຕັ້ງຂອງລັດ ຊຶ່ງອິດທິພົນຂອງ ແຕ່ລະລັດຕໍ່ຜົນການເລືອກຕັ້ງນັ້ນ ແມ່ນອີງຕາມຈຳນວນຂອງປະຊາກອນລັດ.

ຜູ້ສະມັກເປັນປະທານາທິບໍດີທັງສອງ ໄດ້ຫາສຽງເພື່ອເກ້ຍກ່ອມຜູ້ມີສິດປ່ອນເປັນເທື່ອສຸດ ທ້າຍໃນວັນອັງຄານວານນີ້ ຈົນເກືອບຮອດເວລາອັດການປ່ອນບັດ. ມີລາຍງານວ່າ ມີປະ ຊາຊົນໄປປ່ອນບັດເປັນຈຳນວນຫຼວງຫຼາຍຢູ່ໃນຫຼາຍໆເຂດຂອງປະເທດ ຊຶ່ງຜູ້ມີສິດປ່ອນ ບັດຈຳນວນນຶ່ງ ໄດ້ຢືນເຂົ້າແຖວເປັນເວລາຫຼາຍໆຊົ່ວໂມງ ທັງໆໄດ້ມີຜູ້ໄປປ່ອນບັດລ່ວງ
ໜ້າ ຫຼາຍເປັນປະຫວັດການຢູ່ແລ້ວ.

ເຖິງແມ່ນວ່າເລື່ອງເສດຖະກິດ ເປັນບັນຫາທີ່ສຳຄັນສຸດ ໃນການໂຄສະນາຫາສຽງ ກໍຈິງຢູ່ ທ່ານໂອບາມາແມ່ນປະທານາທິບໍດີຄົນທໍາອິດ ໃນຮອບຫຼາຍໆທົດສະວັດທີ່ໄດ້ຮັບເລືອກ
ເຂົ້າຮັບຕຳແໜ່ງຕື່ມອີກ ຂະນະທີ່ປະເທດຊາດມີອັດຕາຄົນຫວ່າງງານສູງ.

ຂະນະດຽວກັນ ພັກຣີພັບບລິກັນກໍຍັງສາມາດຄວບຄຸມສະພາຕໍ່າຂອງສະຫະລັດ ໄດ້ຕໍ່ໄປ ຈາກຜົນຂອງການປ່ອນບັດມື້ວານນີ້ແຕ່ພັກເດໂມແຄຣັທໄດ້ສະກັດກັ້ນການດຳເນີນຄວາມ ພະຍາຍາມຂອງພັກຣີພັບບລີກັນ ທີ່ຈະເຂົ້າຄວບຄຸມສະພາສູງ ບ່ອນທີ່ສະມາຊິກປະມານ ນຶ່ງສ່ວນສາມຂອງສະພາສູງ 100 ຄົນ ໄດ້ມີການເລືອກຕັ້ງໃໝ່ນັ້ນ.

ພັກເດໂມແຄຣັທຈະເຂົ້າກຳຕຳແໜ່ງສະມາຊິກສະພາສູງສະຫະລັດແທນພັກຣີພັບບລີກັນ ຢູ່ທີ່ລັດ Massachusetts ແລະອິນເດຍນາ ຂະນະທີ່ຜູ້ສະມັກທີ່ບໍ່ເຂົ້າກັບພັກໃດ ຈະເຂົ້າ ນັ່ງໃນສະພາສູງແທນພັກຣີພັບບລິກັນຢູ່ໃນລັດ Maine ແລະຢູ່ທີ່ ລັດ Connecticut ນັ້ນ ສະມາຊິກພັກເດໂມແຄຣັທ ຈະເຂົ້າຮັບຕຳແໜ່ງແທນທ່ານ Joe Liberman ທີ່ບໍ່ເຂົ້າກັບ ພັກໃດແລະລາອອກກິນເບ້ຍບຳນານ.

ທ່ານນາງ Mazie Hirono ສະມາຊິກພັກເດໂມແຄຣັທ ເຊື້ອສາຍຍີ່ປຸ່ນ ທີ່ຖືກເລືອກໃຫ້ ເຂົ້າຮັບເຂົ້າຮັບຕຳແໜ່ງທີ່ລັດຮາວາຍ ຈະເປັນສະມາຊິກສະພາສູງສະຫະລັດທີ່ນັບຖືສາ ສະໜາພຸດຄົນທຳອິດ.

ແລະນອກນັ້ນ ສະພາສູງສະຫະລັດຍັງຈະມີສະມາຊິກທີ່ເປັນຜູ້ຮັກຮ່ວມເພດຢ່າງເປີດເຜີຍ ຄົນທຳອິດ ໂດຍການເລືອກເອົາທ່ານນາງ Tammy Baldwin ສະມາຊິກຂອງພັກເດໂມ ແຄຣັທຈາກລັດວິສຄັນຊິນ.

XS
SM
MD
LG