ຊາວອະເມຣິກັນເຊື້ອສາຍຫວຽດນາມຄົນດຽວເທົ່ານັ້ນ ທີ່
ເຄີຍຖືກເລືອກເຂົ້າໄປນັ່ງຢູ່ໃນລັດຖະສະພາສະຫະລັດໄດ້
ສູນເສຍບ່ອນນັ່ງຂອງທ່ານແລ້ວ.
ທ່ານ Anh “Joseph” Cao ໄດ້ຍອມຮັບເອົາການປະ
ລາໄຊຢ່າງສຸພາບໃນຄຳປາໄສຄືນວານນີ້ໂດຍເວົ້າວ່າທ່ານ
ໄດ້ ເຮັດດີທີ່ສຸດແລ້ວສຳລັບເຂດເລືອກຕັ້ງຂອງທ່ານແລະ
ຮູ້ສຶກພູມໃຈ ໃນຄວາມພະຍາຍາມຂອງທ່ານ. ທ່ານໃຫ້
ຄໍາໝັ້ນສັນຍາວ່າຈະມີການມອບໂອນຕຳແໜ່ງແບບນິ້ມ
ນວນໃຫ້ແກ່ທ່ານ Cedric Richmond ທີ່ຈະຮັບຊ່ວງ
ຕໍ່ຈາກທ່ານ.
ທ່ານ Cao ເປັນຜູ້ແທນຂອງພັກຣີພັບບລີກັນ ຊຶ່ງໄດ້ຮັບໄຊຊະນະຢ່າງໃຫຍ່ຢູ່ໃນບ່ອນອື່ນໆ
ທົ່ວປະເທດແຕ່ທ່ານໄດ້ລົງແຂ່ງຂັນຢູ່ໃນເຂດທີ່ມີພັກເດໂມແຄຣັທປະກອບເປັນຄົນສ່ວນໃຫຍ່
ຂອງລັດ Louisiana.
ທ່ານ Cao ຊຶ່ງເປັນອະດີດທະນາຍຄວາມຝ່າຍຄົນເຂົ້າເມືອງໄດ້ຖືກເລືອກເຂົ້າໄປນັ່ງໃນສະ
ພາຕໍ່າເມື່ອສອງປີກ່ອນຕອນທີ່ປະທານາທິບໍດີບາຣັກ ໂອບາມານຳພາພັກເດໂມແຄຣັທໄປ
ສູ່ໄຊຊະນະຢ່າງໃຫຍ່. ຄູ່ແຂ່ງຂອງທ່ານ Cao ໃນເວລານັ້ນໄດ້ຕົກເປັນຂ່າວ ເລື້ອງການສໍ້
ລາດບັງຫຼວງທີ່ນອງນັນ.