ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາການເຈລະຈາ ໃນການເລື້ອງຕັ້ງ ບໍ່ໄປບໍ່ມາ ສົ່ງຜົນໃຫ້ເກີດຄວາມຮຸນແຮງ ຢູ່ໃນໂຊມາເລຍ


ເຈົ້າໜ້າທີ່ທະຫານຄົນນຶ່ງ ທີ່ສະໜັບສະໜຸນ Hawiye ຜູ້ນຳຝ່າຍຄ້ານ ແມ່ນເຫັນໄດ້ຢູ່ຫົນທາງສາຍນຶ່ງໃນເມືອງ Yaqshid ຂອງນະຄອນຫຼວງ ໂມກາດິສຊູ ປະເທດໂຊມາເລຍ, ວັນທີ 25 ເມສາ 2021.
ເຈົ້າໜ້າທີ່ທະຫານຄົນນຶ່ງ ທີ່ສະໜັບສະໜຸນ Hawiye ຜູ້ນຳຝ່າຍຄ້ານ ແມ່ນເຫັນໄດ້ຢູ່ຫົນທາງສາຍນຶ່ງໃນເມືອງ Yaqshid ຂອງນະຄອນຫຼວງ ໂມກາດິສຊູ ປະເທດໂຊມາເລຍ, ວັນທີ 25 ເມສາ 2021.

ສຽງປືນດັງຂຶ້ນເປັນໄລຍະໆໄດ້ເຮັດໃຫ້ນະຄອນຫຼວງໂມກາດິສຊູຂອງໂຊມາເລຍ ຕື່ນຕົກໃຈໃນວັນອາທິດວານນີ້ ໃນຂະນະທີ່ກອງກຳລັງຄູ່ປໍລະປັກໄດ້ປະທະກັນ ພາຍຫຼັງຈາກການເຈລະຈາກ່ຽວກັບການເລືອກຕັ້ງໄດ້ລົ້ມແຫຼວ.

ພວກທີ່ເຫັນເຫດການ ແລະປະຊາຊົນໄດ້ກ່າວວ່າ ການສູ້ລົບກັນໄດ້ເກີດຂຶ້ນລະ ຫວ່າງກອງກຳລັງລັດຖະບານກາງ ຂອງປະທານາທິບໍດີ ໂມຮຳເມັດ ອັບດູລາຮີ ໂມຮຳເມັດ ທີ່ຮູ້ຈັກກັນຄື ຟາຣມາໂຈ ກັບບັນດາສະມາຊິກຂອງກອງທັບໂຊມາເລຍ ຜູ້ທີ່ໃຫ້ການສະໜັບສະໜຸນແກ່ບັນດາຜູ້ນຳຝ່າຍຄ້ານ.

ໃນຂະນະທີ່ພົນລະເມືອງກຳລັງຈະເລີກການອົດອາຫານເນື່ອງໃນວັນຣາມາດານຂອງພວກເຂົາ ໃນຕອນແລງຢູ່ນັ້ນ ການປະທະກັນໄດ້ລະເບີດຂຶ້ນຢູ່ໃນບໍລິເວນເຂດສີ່ແຍກ ຂອງນະຄອນຫຼວງໂມກາດິສຊູ. ຜູ້ເຫັນເຫດການຄົນນຶ່ ທີ່ບໍ່ປະສົງອອກ ຊື່ຍ່ອນເຫດຜົນດ້ານຄວາມປອດໄພ ໄດ້ກ່າວວ່າ ລາວເຫັນພວກທະຫານລັດຖະ ບານ ແລະກຳລັງຝ່າຍກົງກັນຂ້າມ ໄດ້ຍິງປືນຕອບໂຕ້ກັນ ພ້ອມກັນນັ້ນ ກໍຍິງຈະຫຼວດລູກໝາກປີ ຫຼື RPG ນຳດ້ວຍ.

ລັດຖະບານກາງ ແລະບັນດາຜູ້ນຳຝ່າຍຄ້ານ ໄດ້ຜິດຖຽງກັນມາກ່ຽວກັບ ການຕັດສິນໃຈໂດຍສະພາຕ່ຳໃນວັນທີ 12 ເມສາ ເພື່ອຕໍ່ອາຍຸການດຳລົງຕຳແໜ່ງຂອງຄະນະລັດຖະບານຊຸດປັດຈຸບັນ ອອກໄປອີກສອງປີ ຫຼັງຈາກການເຈລະຈາໃນການເລືອກຕັ້ງໄດ້ພັງລົງ.

ປະທານາທິບໍດີຂອງໂຊມາເລຍ ໄດ້ລົງນາມໃນມະຕິສະບັບນຶ່ງ ໃນການຕໍ່ອາຍຸອຳນາດຂອງທ່ານອອກໄປນັ້ນ ໃຫ້ເປັນກົດໝາຍໃນມື້ຕໍ່ມາ.

ສະຖານະການດັ່ງກ່າວ ໄດ້ທະວີຂຶ້ນເມື່ອຕອນແລງວັນອາທິດວານນີ້ ຫຼັງຈາກທີ່ອະດີດປະທານາທິບໍດີ ໂຊມາເລຍ ທ່ານຮາສຊານ ເຊກ ໂມຮາມັດ ໄດ້ກ່າວຫາກຳລັງຂອງລັດຖະບານ ທຳການໂຈມຕີຕໍ່ບ້ານພັກຂອງທ່ານຢູ່ເຂດກ້ຳເໜືອຂອງນະຄອນຫຼວງໂມກາດິສຊູ.

ທ່ານໂມຮາມັດ ໄດ້ຂຽນລົງໃນບັນຊີທວິດເຕີ້ຂອງທ່ານວ່າ “ມັນເປັນໂຊກບໍ່ດີທີ່ທະຫານ ຮັບຄຳສັ່ງຈາກຟາຣມາໂຈ ຈຶ່ງໄດ້ໂຈມຕີບ້ານພັກຂອງຂ້າພະເຈົ້າ.”

https://twitter.com/HassanSMohamud/status/1386326028952408067?s=20

ທ່ານໄດ້ຂຽນອີກວ່າ “ຂ້າພະເຈົ້າໄດ້ເຕືອນລາວແລ້ວກ່ອນໜ້ານີ້ ແລະຂ້າພະເຈົ້າກ່າວຢ້ຳເຖິງຄວາມສ່ຽງ ໃນການເອົາເລື້ອງການຮັກສາຄວາມປອດໄພ ມາເປັນການເມືອງ. ການຮັບຜິດຊອບຂອງຜົນທີ່ຕິດຕາມມາ ຈະຕ້ອງເປັນຂອງຟາຣມາໂຈ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG