ກຸ່ມສັງເກດການເລືອກຕັ້ງໃນຂົງເຂດກຸ່ມນຶ່ງ ແມ່ນໄດ້ຕຳໜິຕິຕຽນ ຜົນການນັບຄະແນນ
ສຽງຂັ້ນຕົ້ນ ຂອງການເລືອກຕັ້ງທົ່ວໄປຂອງປະເທດໄທໃນວັນອາທິດຜ່ານມານີ້ວ່າ ມີ
“ການຂາດຕົກບົກຜ່ອງຢ່າງໃຫຍ່.”
ຜົນການນັບຄະແນນສຽງຂັ້ນຕົ້ນ ທີ່ນຳອອກເຜີຍແຜ່ໃນວັນຈັນວານນີ້ ໂດຍຄະນະກຳມາ
ທິການການເລືອກຕັ້ງຂອງປະເທດ ສະແດງໃຫ້ເຫັນວ່າ ພັກພະລັງ ປະຊາຣັດ ທີ່ໜຸນຫຼັງ
ໂດຍພພວກທະຫານນັ້ນ ແມ່ນມີຄະແນນນຳໜ້າໃນການນັບບັດ, ແຕ່ວ່າ ພັກເພື່ອໄທ
ແມ່ນໄດ້ນຳໜ້າ ໃນບ່ອນນັ່ງຢູ່ໃນສະພາ ດ້ວຍ 137 ບ່ອນນັ່ງຕໍ່ 97 ບ່ອນນັ່ງຂອງພັກ
ພະລັງປະຊາຣັດ. ຄະນະກຳມາທິການການເລືອກຕັ້ງ ໄດ້ຖິ້ມໂທດໃສ່ຄວາມງົງງວຍ
ແລະການຂັດແຍ້ງຂອງຜົນການນັບຄະແນນດັ່ງກ່າວໃສ່ “ຄວາມຜິດພາດຂອງມະນຸດ.”
ຕາໜ່າງເອເຊຍເພື່ອການເລືອກຕັ້ງຢ່າງເສລີນັ້ນ ໄດ້ອອກລາຍງານສະບັບນຶ່ງ ໃນວັນ
ອັງຄານວານນີ້ ໂດຍເອີ້ນການນັບຄະແນນທີ່ຜິດພາດນີ້ວ່າ ພາໃຫ້ເກີດຄວາມເສຍຫາຍ
ຕໍ່ “ການຮັບຮູ້ຂອງຄວາມສະງ່າຜ່າເຜີຍ” ໃນການເລືອກຕັ້ງທົ່ວໄປ.
ຜົນຂອງການເລືອກຕັ້ງຂັ້ນຕົ້ນ ແມ່ນໄດ້ພາໃຫ້ທັງສອງພັກຕ່າງກໍອ້າງວ່າ ຕົນໄດ້ຮັບ
ມອບໝາຍຢ່າງຖືກຕ້ອງຊອບທຳ ໃຫ້ຕັ້ງລັດຖະບານປະສົມ ໃນຍຸກຫຼັງທະຫານ.
ພັກພະລັງປະຊາຣັດ ແມ່ນນຳພາໂດຍຜູ້ບັນຊາການທະຫານ ທ່ານປຣະຢຸດ ຈັນໂອຊາ
ຜູ້ຊຶ່ງໄດ້ນຳພາລັດຖະບານທະຫານ ນັບຕັ້ງແຕ່ໄດ້ໂຄ່ນ ລົ້ມ ນາຍົກລັດຖະມົນຕີຍິ່ງລັກ
ຊິນນະວັດ ປີ 2014, ໃນຂະນະທີ່ພັກເພື່ອໄທ ທີ່ເປັນພັນທະມິດກັບອ້າຍຂອງທ່ານນາງ
ຍິ່ງລັກ, ກໍຄືທ່ານທັກສິນ, ມະຫາເສດຖີດ້ານໂທລະຄົມມະນາຄົມຜູ້ຊຶ່ງໄດ້ຖືກໂຄ່ນລົ້ມ
ໂດຍການກໍ່ລັດຖະປະຫານ ປີ 2006. ບັນດາພັກທີ່ເຊື່ອໂຍງກັບທ່ານທັກສິນ ໄດ້ຊະນະ
ການເລືອກຕັ້ງທົ່ວໄປໃນ ປີ 2001.
ຜົນນັບຄະແນນສຽງຂັ້ນສຸດທ້າຍຂອງການເລືອກຕັ້ງ ແມ່ນຄາດວ່າ ຈະບໍ່ມີການປະກາດ
ຈົນເຖິງວັນທີ 9 ພຶດສະພາ ຈະມາເຖິງນີ້.