ຄວາມວຸ້ນວາຍໃນການປ່ອນບັດລົງຄະແນນສຽງ ສ່ວນນຶ່ງທີ່ເຊື່ອມໂຍງໃສ່ການ ແຜ່ຜາຍຂອງໄວຣັສໂຄໂຣນາ ໄດ້ປົກຄຸມໄປທົ່ວການເລືອກຕັ້ງຂັ້ນຕົ້ນຂອງພັກ ຢູ່ໃນລັດຈໍເຈຍທີ່ຢູ່ທາງພາກໃຕ້ຂອງສະຫະລັດໃນວັນອັງຄານຜ່ານມາ, ຊຶ່ງອາດ ເປັນພາບລວມຂອງຄວາມວຸ້ນວາຍ ໃນການເລືອກຕັ້ງທົ່ວໄປແຫ່ງຊາດ ທີ່ອາດ ຈະເກີດຂຶ້ນໄດ້ໃນເດືອນພະຈິກນີ້.
ພວກປ່ອນບັດພາກັນໃສ່ໜ້າກາກປິດປາກໄວ້ ແລະຢືນຢູ່ຫ່າງກັນສອງແມັດ ໃນ ຂະນະທີ່ລໍຖ້າເປັນເວລາຫລາຍຊົ່ວໂມງຢູ່ໃນແຖວ ເພື່ອຈະເຂົ້າໄປໃນບ່ອນປ່ອນ ບັດ, ໂດຍສະເພາະແລ້ວແມ່ນຢູ່ໃນຄາວຕີຟູລທັນ ຊຶ່ງເປັນເຂດເມືອງຫຼວງຂອງ ນະຄອນແອັດແລນຕາ, ແລະຄາວຕີດີແຄລບ໌ (DeKalb) ທີ່ຢູ່ໃກ້ຄຽງກັນນັ້ນ, ຊຶ່ງທັງສອງເມືອງນັ້ນເປັນທີ່ໝັ້ນຂອງພັກເດໂມແຄຣັດ ໂດຍມີປະຊາຊົນສ່ວນ ໃຫຍ່ເປັນຊາວອາເມຣິກັນເຊື້ອສາຍອາຟຣິກາ.
ຄົນປ່ອນບັດຫລາຍຄົນໃນທີ່ສຸດກໍເລີກລົ້ມຄວາມຕັ້ງໃຈ ແລະພາກັນໜີໄປໂດຍບໍ່ ໄດ້ປ່ອນບັດເລີຍ.
ແຕ່ວ່າບ່ອນປ່ອນບັດເລືອກຕັ້ງທໍາມະດາບາງບ່ອນໄດ້ຖືກປິດໄວ້ ຫລືບໍ່ກໍເອົາໄປ ທ້ອນເຂົ້າໃສ່ກັນຍ້ອນຂາດອາສາສະໝັກໃນການຈັດການເລືອກຕັ້ງໃນຂະນະທີ່ ຂໍ້ຈໍາກັດດ້ານການບັນຈຸຄົນ ໄດ້ເຮັດໃຫ້ມີຈໍານວນຄົນ ທີ່ສາມາດເຂົ້າໄປໃນສູນ ເລືອກຕັ້ງຕ່າງໆນັ້ນຖືກຈໍາກັດ ເພື່ອປະຕິບັດຕາມຄໍາສັ່ງແນະນໍາໃຫ້ຄົນຮັກສາ ໄລຍະຫ່າງກັນຢູ່ໃນສັງຄົມ.
ພວກປ່ອນບັດໃນລັດຈໍເຈຍ ຍັງພົບຄວາມຫຍຸ້ງຍາກກັບການໃຊ້ເຄື່ອງຈັກ ລົງ ຄະແນນສຽງໃໝ່ທີ່ເຮັດຜ່ານຄອມພິວເຕີໝົດ ຊຶ່ງເຫັນວ່າບໍ່ສາມາດໃຊ້ການໄດ້ ຫລື ບໍ່ມີເຄື່ອງຈັກນັ້ນຢູ່ໃນສະຖານທີ່ປ່ອນບັດຕ່າງໆ.
ຂະນະດຽວກັນ ພວກເຈົ້າໜ້າທີ່ຈັດການເລືອກຕັ້ງທີ່ພະຍາຍາມນັບບັດລົງຄະ ແນນສຽງກໍປາກົດວ່າຈະນັບບັດບໍ່ໄຫວຍ້ອນການເພີ້ມຂຶ້ນຂອງຈໍານວນຄົນປ່ອນ ບັດທີ່ສົ່ງບັດລົງຄະແນນສຽງຂອງເຂົາເຈົ້າ ໄປທາງໄປສະນີເພື່ອຫລີກລ້ຽງການ ໄປບ່ອນປ່ອນບັດ ແລະໂອກາດທີ່ຈະເຮັດໃຫ້ເຂົາເຈົ້າສໍາພັດກັບຜູ້ໃດຜູ້ນຶ່ງທີ່ຕິດ ພະຍາດໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດມາຈາກໄວຣັສໂຄໂຣນານັ້ນ.
ພວກເຈົ້າໜ້າທີ່ຂອງລັດໄດ້ສົ່ງຟອມຄໍາຮ້ອງເອົາບັດລົງຄະແນນສຽງທີ່ຈະສົ່ງ ທາງໄປສະນີໄປນັ້ນໃຫ້ຄົນທີ່ມີຄວາມສາມາດປ່ອນບັດຢູ່ໃນລັດດັ່ງກ່າວ. ຢ່າງໜ້ອຍກໍມີບັດທີ່ປ່ອນທາງໄປສະນີກັບມາ 1 ລ້ານ 2 ແສນບັດ, ຊຶ່ງເປັນ ການເພີ້ມຂຶ້ນ 30 ເທົ່າສໍາລັບລັດທີ່ຕາມປົກກະຕິແລ້ວຈະເຫັນປະມານ 40 ພັນ ບັດລົງຄະແນນສຽງຜ່ານທາງໄປສະນີຖືກສົ່ງມາ.
ທ່ານແກບບຣຽວ ສເຕີລິງ (Gabriel Sterling), ເຈົ້າໜ້າທີ່ຈັດການເລືອກຕັ້ງ ໃນລັດຈໍເຈຍ ເວົ້າໃນເຊົ້າວັນພຸດວານນີ້ວ່າ “ເນື່ອງຈາກລັກສະນະ ຂອງການ ເລືອກຕັ້ງນີ້ ພວກເຮົາໄດ້ເວົ້່າຫລາຍໆຄັ້ງແລ້ວວ່າ ຜົນການເລືອກຕັ້ງຈະໃຊ້ເວ ລາດົນຈຶ່ງຈະໄດ້ຮັບ, ໄດ້ຮັບການຢືນຢັນ ແລະເຜີຍແຜ່ອອກ. ການປ່ອນບັດ ຢູ່ໃນໄລຍະ ທີ່ມີການລະບາດຢ່າງໜັກຂອງພະຍາດໄດ້ເຮັດໃຫ້ມີບັນຫາຫລາຍ ຢ່າງສໍາລັບ ເຈົ້າໜ້າທີ່ຈັດການເລືອກຕັ້ງ ແລະພວກປ່ອນບັດທັງຫລາຍ.”