ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການຫາສຽງຍາດເອົາບ່ອນນັ່ງ ສະພາຕໍ່າໃນຄາລີຟໍເນຍ ກໍາລັງດຸເດືອດ


ທ່ານ Van Tran ຄົນອາເມຣິກັນ ເຊື້ອສາຍຫວຽດນາມ ສັງກັດພັກ Republican ທີ່ສະມັກເລືອກຕັ້ງໃໝ່ ກໍາ ລັງແຂ່ງຂັນຍາດເອົາບ່ອນນັ່ງໃນສະພາຕໍ່າ ກັບທ່ານນາງ Loretta Sanchez ເຊື້ອສາຍ Mexico ສັງກັດພັກ Democrat
ທ່ານ Van Tran ຄົນອາເມຣິກັນ ເຊື້ອສາຍຫວຽດນາມ ສັງກັດພັກ Republican ທີ່ສະມັກເລືອກຕັ້ງໃໝ່ ກໍາ ລັງແຂ່ງຂັນຍາດເອົາບ່ອນນັ່ງໃນສະພາຕໍ່າ ກັບທ່ານນາງ Loretta Sanchez ເຊື້ອສາຍ Mexico ສັງກັດພັກ Democrat

ນຶ່ງໃນການແຂ່ງຂັນຍາດເອົາບ່ອນນັ່ງໃນສະພາຕໍ່າທີ່ກໍາລັງ ດໍາເນີນໄປຢ່າງດຸເດືອດທີ່ສຸດ ແມ່ນໃນລະຫວ່າງທ່ານນາງ Loretta Sanchez ເຊື້ອສາຍ Mexico ສະມາຊິກສະພາ ຕໍ່າ ສັງກັດພັກ Democrat ທີ່ສະມັກເລືອກຕັ້ງໃໝ່ ກັບທ່ານ Van Tran ຄົນອາເມຣິກັນ ເຊື້ອສາຍຫວຽດນາມ ສັງກັດພັກ Republican ທີ່ພະຍາຍາມ ຈະຍາດເອົາບ່ອນນັ່ງຂອງ ທ່ານນາງ Sanchez. ຜູ້ສະໝັກເລືອກຕັ້ງທັງສອງ ຕ່າງພາກັນຫາສຽງສະໜັບສະໜຸນຈາກ ປະຊາຄົມຂອງຕົນ ໃນຂະນະດຽວກັນກໍຊອກຫາສຽງສະໜັບສະໜຸນຈາກພວກຜູ້ປ່ອນບັດ ເລືອກຕັ້ງອື່ນໆ.

ພວກ​ອາສາ​ສະ​ໜັກ​ໃນ​ລັດ​ຄາ​ລີ​ຟໍ​ເນຍ​ແລະ​ລັດ​ອື່ນໆ​ໃນ​ພາກ
ຕາ​ເວັນ​ຕົກ​ຂອງ​ສະຫະລັດ ​ໄດ້ພາກັນ​ອອກ​ໄປຈົດທະບຽນ
ພວກ​ຜູ້​ມີ​ສິດ​ປ່ອນ​ບັດເລືອກ​ຕັ້ງ​ເຊື້ອສາຍ Hispanic ທີ່
ປາກພາສາ​ສະ​ເປ​ນຫລື Portugal ກ່ອນ​ມື້​ປ່ອນບັດ​
ເລືອກຕັ້ງ.

ກຸ່ມອາສາ​ສະ​ໝັກ​ກຸ່ມ​ນີ້ ຊື່ວ່າ Voto Latino ຊຶ່ງ​ບໍ່​ສັງກັດ
ພັກ​ການ​ເມືອງ​ໃດ, ​ແຕ່​ພວກ​ພັກ​ການ​ເມືອງ​ຕ່າງໆ​ກໍາລັງ
ພະຍາຍາມ​ຢ່າງໜັກ​ເພື່ອ​ດຶງ​ດູດເອົາ​ພວກ​ຈົດ​ທະບຽນ​ເລືອກ​
ຕັ້ງໃໝ່ນີ້.

ໃນ​ເຂດ​ Orange County ລັດ​ຄາ​ລີ​ຟໍ​ເນຍ ສະມາ​ຊິກ​
ສະພາ​ຕໍ່າ​ສັງກັດ​ພັກ Democrat ໃນ​ປັດຈຸບັນ ກໍ​ຄື​ທ່ານ
ນາງ Loretta Sanchez ຢາກລະດົມ​ເອົາ​ພວກ​ປ່ອນ​
ບັດ​ເຊື້ອສາຍ Hispanic ​ເຫລົ່ານີ້ ​ໃນ​ເວລາ​ດຽວ​ກັນ
ກໍເຂົ້າ​ຫາ​ພວກ​ຜູ້​ເລືອກ​ຕັ້ງ​ຊົນ​ຊາດອື່ນໆ. ພວກຊາວ
Hispanic ສ່ວນ​ຫລາຍ​ໃນ​ລັດ​ຄາ​ລີ​ຟໍ​ເນຍ ພາກັນ​ລົງ
ທະບຽນ​ສັງກັດພັກ Democrat ​ແລະທ່ານ​ນາງ Sanchez ກໍ​ເປັນ​ລູກ​ສາວ​ຂອງ​ອົບ
ພະຍົບມາ​ຈາກ​ປະ​ເທດເມັກ​ຊິ​ໂກ. ພວກHispanic ແມ່ນເປັນ​ພົນລະ​ເມືອງ​ກຸ່ມໃຫຍ່
ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ທ່ານນາງ. ​ແຕ່​ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ ​ແນະ​ໃຫ້​ຮູ້​
ວ່າ ພວກHispanic ​ເຫ​ລົ່າ​ນີ້​ຫລາຍຄົນ ຈະ​ບໍ່​ພາກັນອອກ​ໄປປ່ອນ​ບັດໃນ​ວັນ​ເລືອກ
ຕັ້ງ ຍ້ອນບໍ່​ມີ​ກໍາລັງ​ໃຈ​ນໍາ​ສະພາວະ​ເສດຖະກິດ​ບໍ່​ດີ ​ແລະ ​ຄວາມລົ້ມ​ແຫລວ​ຂອງ​ລັດ
ຖະບານ​ກຸງ​ວໍຊິງຕັນ​ ​ໃນ​ການ​ແກ້​ໄຂ​ເລື້ອງການປະຕິ​ຮູບ​ກົດໝາຍຄົນ​ເຂົ້າເມືອງ​ນັ້ນ.

ທ່ານ​ນາງ Sanchez ​ໄດ້​ຮັບ​ການ​ສະ​ນັບ​ສະ​ໜູນຊຸກ​ຍູ້ໃນ​ການ​ໂຮມ​ຊຸມນຸມຫວ່າງ​ໄວໆ​ມາ
ນີ້​ ຈາກ​ອະດີດ​ປະທານາທິບໍດີ​ບິ​ລ ຄລິນ​ຕັນ ທີ່​ໄດ້​ຕັ້ງ​ຄໍາ​ຖາມ​ຂຶ້ນ​ມາ​ວ່າ ຜູ້​ສະໝັກ​ແຂ່ງຂັນ​
ຄົນ​ໃດ​ດີ​ທີ່​ສຸດ​ ສໍາລັບ​ເຂດ​ເລືອກ​ຕັ້ງ​ລັດຖະສະພາ​ເຂດ​ທີ 47 ຂອງ​ລັດຄາ​ລີ​ຟໍ​ເນຍ ຊຶ່ງ​ທ່ານ
ຄລິນ​ຕັນກ່າວວ່າ ບໍ່​ວ່າ​ທ່ານ​ຈະ​ຖາມ​ຜູ້​ໃດ ກໍ​ໄດ້​ຮັບ​ຄໍາ​ຕອບ​ອັນ​ດຽວ​ກັນໝົດ:

"ຄໍາ​ຕອບ​ທີ່​ອອກ​ມາ ກໍ​ແມ່ນ​ຄື​ກັນ​ໝົດ ຄື Loretta Sanchez ​ໃນ​ທຸກໆເທື່ອ.
ພວກ​ທ່ານ​ຈົ່ງໄປ​ບອກ​ທຸກໆຄົນ​ໂລດ ແລ້ວລາວຈະມີຄືນ ການເລືອກຕັ້ງທີ່ຍິ່ງ
ໃຫຍ່. ຂໍຂອບໃຈ ແລະຂໍ​ໃຫ້ພະເຈົ້າຈົ່ງໃຫ້ພອນແກ່ທຸກໆຄົນ."

ທ່ານ​ນາງ Sanchez ​ ເປັນສະມາຊິກ​ສະພາ​ຕໍ່າມາ​ໄດ້ 7 ສະ​ໄໝແລ້ວ ແຕ່​ເວລາ​ນີ້ກໍາລັງ
ຕົກ​ຢູ່​ໃນ​ສະພາບ​ການ​ແຂ່ງຂັນ​ທີ່​ສູ​ສີ​ກັນ​ຫລາຍ​ທີ່​ສຸດກັບ ​ທ່ານ Van Tran ອົບ​ພະຍົບ
ຫວຽດນາມ​ ຊຶ່ງ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພວກ​ສະມາຊິກ​ພັກ Republican ທີ່​ມີ​ຊື່ສຽງ
ຮວມທັງ​ອະດີດ​ຜູ້​ວ່າການ​ລັດ​ອາ​ລາສກາ ແລະ ເຄີຍ​ສະໝັກ​ເປັນ​ຮອງ ປະທານາທິບໍດີຄື
ທ່ານນາງ Sarah Palin ນັ້ນນໍາ.

ທ່ານ Tran ​ເກີດ​ຢູ່​ຫວຽດນາມ​ແລະ​ໄດ້​ຮັບ​ການ​ສະໜັບສະໜຸນ​ຢ່າງກວ້າງຂວາງ​ ຈາກປະຊາ
ຄົມ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ຫວຽດນາມ​ແລະຈາກ​ພວກ​ສະມາຊິກ​ພັກ Republican ອື່ນໆ.
ນາງ Vivian Le ນັກ​ຮຽນ​ມັດທະຍົມ​ປາຍ ຫລື​ໄຮ​ສະ​ກູລ ​ໄດ້ອາສາ​ສະໝັກ​ໂຄສະນາຫາ​
ສຽງໃຫ້ທ່ານ Tran. ນາງ​ເວົ້າວ່າ:

"ເພາະ​ຂ້ອຍ​ຄິດ​ວ່າ​ລາວ​ດີ. ລາວ​ເປັນ​ຄົນ​ດີ​ຫລາຍ. ​ແລະ ຂ້ອຍ​ກໍ​ຄິດ​ວ່າ ທ່ານ​ນາງ
Loretta Sanchez ທີ່​ເປັນ​ຜູ້​ແທນ​ມາ​ໄດ້ 14 ​ປີ​ແລ້ວ​ນັ້ນ ​ຕ້ອງ​ອອກ​ໄປ. ອອກ​
ໄປ​ໄດ້ແລ້ວ​ ​ແລະ​ທ່ານ Van Tran ​ຕ້ອງເຂົ້າ​ມາ​ແທນ. ພວກ​ເຮົາຕ້ອງການ​ໃຫ້​
ມີການ​ປ່ຽນ​ແປງ."

ເຂດ Orange County ​ໄດ້​ປະສົບ​ກັບ​ການ​ປ່ຽນ​ແປງ​ໃນ​ດ້ານ​ປະຊາກອນ​ ໃນ​ຫວ່າງ​ບໍ່​ເທົ່າ
ໃດ​ທົດ​ສະ​ວັດ​ຜ່ານ​ມາ​ນີ້. ​ແຕ່​ກ່ອນ​ນັ້ນ ​ເຂດ​ດັ່ງກ່າ​ວ​ແມ່ນເປັນ​ຖິ່ນ ຂອງ​ພວກ​ຫົວ​ນິຍົມ​ແນວ
ທາງ​ເດີມ​ທີ່ສັງກັດ​ພັກ Republican ແລະ​ເປັນ​ຄົນຜິວ​ຂາວ ​ແຕ່ດຽວ​ນີ້ ເຕັມ​ໄປ​ດ້ວຍພວກ
ອົບ​ພະຍົບ ​ໂດຍ​ສະເພາະ​ຊາວ​ຫວຽດນາມທີ່ຫລັ່ງ​ໄຫລ​ເຂົ້າໄປ​ຢູ່​ເປັນ​ຈໍານວນ​ຫລວງຫລາຍ
ແລະ​ພາກັນ​ຈັດ​ຕັ້ງ​ທຸລະ​ກິດ​ຮ້ານ​ຄ້າ​ຮ້ານ​ຂາຍ​ຂຶ້ນ ຈົນ​ກາຍ​ເປັນ​ຄຸ້ມ​ຫວຽດນາມ ທີ່​ເອີ້ນ​ກັນ
ວ່າ ​Little Saigon ຫລືເມືອງ​ໄຊ​ງ່ອນນ້ອຍ​ນັ້ນ ​ແລະ​ສູ່​ມື້​ນີ້ ​ໃນບາງ​ຫົວ​ເມືອງ ຮວມທັງ​ຫົວ
ເມືອງ​ໃຫຍ່​ທີ່​ສຸດ ຄື Santa Ana ນັ້ນ ​ປະຊາ​ຊົນ​ສ່ວນໃຫຍ່ແມ່ນເປັນ​ຄົນ​ມາຈາກ​ເຂດ​ອະ
ເມຣິກາ​ລາ​ຕິນ. ທ່ານ Tran ກ່າວ​ວ່າ ທ່ານ​ເຂົ້າ​ໃຈ​ທັງ​ສອງ​ກຸ່ມນີ້​ດີ:

ໃນຖານະຄົນຕ່າງດ້າວລຸ່ນທໍາອິດທີ່​ເຂົ້າ​ມາ​ຢູ່​ປະ​ເທດ​ນີ້ ຂ້າພະເຈົ້າມີ ຫລາຍ​ສິ່ງ
ຫລາຍ​ຢ່າງ ຄື​ກັນກັບປະຊາຄົມລາຕິໂນ ຫລາຍກວ່າຄູ່ແຂ່ງ ຂອງຂ້າພະເຈົ້າ.
ຂ້າພະເຈົ້າເຂົ້າໃຈດີເຖິງຄວາມຫຍຸ້ງຍາກແລະສິ່ງທ້າທາຍຕ່າງໆ ຂອງການປັບ
ຕົວ​ເຂົ້າ​ກັບ​ສັງຄົມ ຂອງຊ່ອງວ່າງທາງ​ດ້ານວັດທະນະທໍາ ແລະພາສາ ແລະ ສິ່ງ
ທ້າທາຍທັງໝົດສໍາລັບພວກຄອບຄົວທີ່ແນ່ນອນວ່າ ຕ້ອງການຈະປັບຕົວ
ແລະ ປະກອບສ່ວນຕອບ​ແທນຄືນ ​ແກ່ປະເທດໃໝ່ຂອງພວກເຂົາເຈົ້ານັ້ນ.

ສ່ວນທ່ານ​ນາງ Sanchez ສັງກັດ​ພັກ Democrat ນັ້ນກ່າວ​ວ່າ ທ່ານ​ນາງ​ດຶງ​ດູດ​ເອົາ​ຜູ້​
ປ່ອນ​ບັດ​ເລືອກ​ຕັ້ງ ກໍ​ຍ້ອນ​ປະວັດແລະ​ຜົນງານ​ຂອງ​ທ່ານ​ນາງຢູ່​ໃນ​ສະພາ​ຕໍ່າ ຊຶ່ງ​ທ່ານ​
ນາງ Sanchez ກ່າວ​ຕໍ່​ໄປວ່າ:

"ພວກ​ຄົນ​ ຫວຽດນາມ-ອາ​ເມຣິກັນ ຢູ່​ທີ່​ນີ້ ກໍ​ມີ​ບັນຫາ​ອັນ​ດຽວກັນ​ກັບປະຊາ​ຄົມ
ອື່ນໆ. ພວກ​ເຂົາ​ເຈົ້າ​ມີທຸລະ​ກິດຂະໜາດນ້ອຍ, ​ແຕ່ບໍ່ມີ​ປະກັນ​ໄພ​ສຸຂະພາບ​ໃຫ້​
ແກ່ພະນັກງານ​ຂອງ​ພວກ​ເຂົາເຈົ້າ, ຄົນ​ບໍ່ຄ່ອຍ​ຈະ​ຈັບ​ຈ່າຍ​ເງິນ​ຫລາຍ ​ຫລາຍໆ
ກິດຈະການຕ້ອງ​ໄດ້​ປິດ​ລົງ; ສະນັ້ນ ຂ້າພະ​ເຈົ້າຈຶ່ງໄດ້​ໄປໂອ້​ລົມ​ກັບ​ພວກ​ເຂົາ​ເຈົ້າ
ກ່ຽວກັບຮ່າງກົດໝາຍ 16 ສະບັບ ທີ່​ພວກ​ເຮົາ​ໄດ້​ຮັບ​ຜ່ານໄປ​ແລ້ວ ທີ່​ກ່ຽວຂ້ອງ
ກັບທຸລະ​ກິດ​ຂະໜາດນ້ອຍນັ້ນ"

ຊາຍ​ຫວຽດນາມ 2 ຄົນ​ທີ່ໄປ​ຮ່ວມ​ການ​ໂຮມ​ຊຸມນຸມ​ສະໜັບສະໜູນທ່ານ​ນາງ Sanchez
ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ປ່ອນ​ບັດ​ໄປ​ຕາມເຊື້ອສາຍຂອງ​ເຂົາ​ເຈົ້າ. ນາຍ Thiet Nguyen ຊຶ່ງ​
ເປັນອົບ​ພະ​ຍົບຫວຽດນາມ​ກ່າວ​ວ່າ ລາວ​ແລະ​ເພື່ອ​ນຂອງ​ລາວ​ ພາກັນ​ເບິ່ງ​ທ່າ​ທີ​ແລະແນວ
ຄິດຂອງ​ຜູ້​ສະມັກ ກ່ຽວ​ກັບບັນຫາ​ຕ່າງໆ ຫລາຍ​ກ່ວາ​ເລື້ອງເຊື້ອ​ຊາດ ຜິວ​ພັນ ​ເພາະວ່າ
ພວກ​ລາວເປັນ​ຄົນ​ອາ​ເມຣິກັນ​ແລ້ວ.

ນາຍ Thiet Nguyen ຍັງ​ກ່າວ​ຕື່ມ​ວ່າ ລາວ​ມີ​ຄວາມ​ປະ​ທັບ​ໃຈ​ກັບວຽກງານ​ທີ່ທ່ານ ​ນາງ
Sanchez ​ໄດ້​ເຮັດ​ມາ​ສໍາລັບ​ເຂດ​ເລືອກ​ຕັ້ງ ຂອງ​ທ່ານ​ນາງ ​ແລະການ​ສະໜັບສະໜຸນ​ສິດທິ
ມະນຸດ​ໃນ​ຫວຽດນາມ​ນັ້ນ. ທັງ​ສອງ​ພັກ​ຕ່າງ​ເວົ້າ​ວ່າ ​ໃນ​ເວລາ​ທີ່​ຄວາມ​ເປັນ​ຫ່ວງ​ຂອງ​ຜູ້​
ປ່ອນ​ບັດ​ເລືອກ​ຕັ້ງ ມີ​ຢູ່​ໃນ​ລະດັບ​ສູງ​ກ່ຽວ​ກັບ​ຫລາຍໆ​ບັນ​ຫາ​ນັ້ນ ​ເຂົາ​ເຈົ້າ​ຕ້ອງໄດ້ລະດົມ
ເອົາ​ຜູ້​ປ່ອນ​ບັດເພື່ອໃຫ້​ໄດ້​ຮັບ​ໄຊຊະນະ ​ແລະກໍ່​ໃຫ້​ເກີດ ​ຄວາມ​ກະຕືລື​ລົ້ນ​ຢ່າງ​ເຕັມທີ່​ ໃນ​
ຊ່ວງ​ເວລາ​ທີ່​ຍັງ​ເຫລືອ​ບໍ່​ເທົ່າ​ໃດ​ມື້ ກ່ອນ​ວັນເລືອກ​ຕັ້ງ ​ໃນ​ວັນ​ທີ 2 ພະຈິກ ​ເດືອນ​ໜ້າ​ນີ້.

XS
SM
MD
LG