ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ແອ​ລ ຊາ​ລ​ວາ​ດໍ: ປະ​ຊາ​ຊົນຫຼົບ​ໜີ ຍ້ອນ​ເຂົາ​ເຈົ້າ​ຮູ້​ສຶກວ່າ ເຂົາ​ເຈົ້າຕ້ອງໄດ້​ໜີ


ປະ​ທາ​ນາ​ທິ​ບໍ​ດີ ແອ​ລ ຊາ​ລ​ວາ​ດໍ ທ່ານ ນາ​ຢິບ ບູ​ເຄ​ເລ ກ່າວ​ຄຳ​ປາ​ໄສ ຢູ່ນະ​ຄອນຫຼວງ ແຊນ ຊາ​ລ​ວາ​ດໍ, ປະ​ເທດ ແອ​ລ ຊາ​ລ​ວາ​ດໍ. 2 ເມ​ສາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ແອ​ລ ຊາ​ລ​ວາ​ດໍ ທ່ານ ນາ​ຢິບ ບູ​ເຄ​ເລ ກ່າວ​ຄຳ​ປາ​ໄສ ຢູ່ນະ​ຄອນຫຼວງ ແຊນ ຊາ​ລ​ວາ​ດໍ, ປະ​ເທດ ແອ​ລ ຊາ​ລ​ວາ​ດໍ. 2 ເມ​ສາ, 2019.

ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ ແອ​ລ ຊາ​ລ​ວາ​ດໍ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ປະ​ຊາ​
ຊົນຈະບໍ່ຫຼົບໜີອອກຈາກບ້ານເຮືອນຂອງເຂົາເຈົ້າໄປ ຍ້ອນວ່າເຂົາເຈົ້າຢາກໜີ, ປະຊາ
ຊົນຫຼົບໜີໄປກໍເພາະວ່າ ເຂົາເຈົ້າຮູ້ສຶກວ່າເຂົາເຈົ້າຕ້ອງໄດ້ໜີ.”

ທ່ານ ນາ​ຢິບ ບູ​ເຄ​ເລ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ລາຍ​ງານ​ໃນ​ນະ​ຄອນຫຼວງ ແຊນ ຊາ​ລ​ວາ
ດໍ ໃນວັນອາທິດວານນີ້ວ່າ ການຕາຍຂອງພໍ່ ແລະ ລູກສາວນ້ອຍຄົນນຶ່ງ ຜູ້ທີ່ໄດ້ຈົມນ້ຳ
ຕາຍຈາກການພະຍາຍາມເດີນທາງໄປຮອດ ສະຫະລັດ ແມ່ນ “ເສົ້າສະຫຼົດໃຈຫຼາຍ.”
ຮູບພາບຂອງຜູ້ຍົກຍ້າຍຖິ່ນຖານສອງຄົນທີ່ຫັນໜ້າລົງໃນແມ່ນ້ຳ ລະຫວ່າງເມືອງ ມາ
ຕາໂມຣອສ ຂອງປະເທດ ເມັກຊິໂກ ກັບ ເມືອງ ບ​ຣາວ​ສວິ​ລ (Brownsville) ລັດ ເທັກ​
ຊັສ ດ້ວຍແຂນຂອງເດັກນ້ອຍອາຍຸເກືອບສອງປີ ກອດຄໍຂອງພໍ່ລາວໄວ້ ໄດ້ດຶງດູດ
ຄວາມສົນໃຈຈາກທົ່ວໂລກ. ສົບຂອງທັງສອງຄົນໄດ້ຖືກສົ່ງຄືນໄປປະເທດ ແອລ ຊາລ
ວາດໍ ເພື່ອເຮັດພິທີຝັງ ໃນວັນອາທິດວານນີ້.

ທ່ານ ບູ​ເຄ​ເລ ກ່າວ​ວ່າ “ມັນ​ແມ່ນ​ຄວາ​ມ​ຜິດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ບໍ່​ສາ​ມາດ​ທີ່​ຈະ​
ສະໜອງຫຍັງ. ບໍ່ມີວຽກງານທີ່ດີ, ບໍ່ມີໂຮງຮຽນທີ່ດີ.”

ທ່ານ​ປະ​ທານ​ປະ​ເທດ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ເພັ່ງ​ເລັງ​ໃສ່​ການ​ເຮັດ​ໃຫ້​ປະ​ເທດ​
ຂອງເຮົາດີຂຶ້ນກວ່າເກົ່າ ແລະ ເຮັດໃຫ້ປະເທດຂອງເຮົາເປັນບ່ອນທີ່ບໍ່ມີໃຜຕ້ອງຍົກ
ຍ້າຍຖິ່ນຖານ.” ທ່ານໄດ້ກ່າວຕື່ມວ່າ ທ່ານຄິດວ່າການຍົກຍ້າຍຖິ່ນຖານ “ຄວນເປັນ
ທາງເລືອກ, ບໍ່ແມ່ນຄວາມຈຳເປັນ.”

ທ່ານ ບູ​ເຄ​ເລ ໄດ້​ກ່າວ​ວ່າ ນະ​ໂຍ​ບາຍ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຂອງ ສະ​ຫະ​ລັດ ແມ່ນ
“ຜິດ.” ຜູ້ນຳຂອງປະເທດນ້ອຍໆໃນພາກພື້ນອາເມຣິກາກາງນັ້ນ ໄດ້ຮຽກຮ້ອງໃຫ້
ສະຫະລັດ ເຮັດວຽກກັບ ແອລ ຊາລວາດໍ ເພື່ອຊ່ວຍເຮັດໃຫ້ປະເທດດັ່ງກ່າວເປັນ
ບ່ອນຢູ່ທີ່ປອດໄພ ເປັນບ່ອນທີ່ຄົນສາມາດໄດ້ຮັບຜົນປະໂຫຍດຈາກການວ່າຈ້າງ
ຢ່າງເຕັມທີ່. ທ່ານ ບູເຄເລ ກ່າວວ່າ “ມັນຄົງຈະງ່າຍຫຼາຍທີ່ຈະຊ່ວຍພວກເຮົາສະ
ໜອງສອງຢ່າງດັ່ງກ່າວ. ມັນຈະມີລາຄາທີ່ຖືກກວ່າຫຼາຍ.”

ທ່ານ ບູ​ເຄ​ເລ ໄດ້​ກ່າວ​ວ່າ “ຢູ່​ພີ້​ໃນ​ປະ​ເທດ ແອ​ລ ຊາ​ລ​ວາ​ດໍ, ເຈົ້າ​ຕ້ອງ​ໄດ້​ເດີນ​ທາງ​
ຂ້າມສາມເຂດຊາຍແດນ, ແມ່ນ້ຳ ເພື່ອໄປຫາປະເທດທີ່ຈະບໍ່ປະຕິບັດກັບເຈົ້າເປັນ
ຢ່າງດີ. ມັນບໍ່ແມ່ນຍ້ອນນະໂຍບາຍຂອງປະທານາທິບໍດີ ທຣຳ, ແຕ່ມັນພຽງເປັນ
ຍ້ອນເລື່ອງທີ່ວ່າເຈົ້າເປັນຄົນຊົນຊັ້ນທີສາມ. ແລະ ແມ່ນກະທັ່ງຖ້າເຈົ້າໄດ້ຂ້າມເຂົ້າ
ໄປ, ແລ້ວເຈົ້າກໍຈະບໍ່ມີເອກະສານ, ເຈົ້າຈະຖືກເອີ້ນວ່າຄົນເຖື່ອນ.”

ປະ​ທາ​ນາ​ທິ​ບໍ​ດີ ບູ​ເຄ​ເລ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ບໍ່ “ຢາກ​ຮັບເອົາ​ຄົນ​ຂອງ​ພວກ​ເຮົາ
ແລະ ຂ້າພະເຈົ້າຢາກໃຫ້ຄົນຂອງພວກເຮົາຢູ່ທີ່ນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG