ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແກັ້ງ ແອລ ມາຣໂຣ ແລະ ກຸ່ມ ໂຣຊາ ເດີ ລີມາ ຖືກກ່າວຫາ ກໍອາຊະຍາກຳ ແລະ ລັກນໍ້າມັນ ໃນເມັກຊິໂກ


ພາບບັນທຶກຕຳຫຼວດຈັບລົດຂົນສົ່ງລັກນໍ້າມັນ ທີ່ລັດຖະບານເປັນເຈົ້າຂອງ ທີ່ເມືອງ San Bartolome Hueyapan, Tepeaca, ປະເທດເມັກຊິໂກ ວັນທີ 11 ພຶດສະພາ 2017.
ພາບບັນທຶກຕຳຫຼວດຈັບລົດຂົນສົ່ງລັກນໍ້າມັນ ທີ່ລັດຖະບານເປັນເຈົ້າຂອງ ທີ່ເມືອງ San Bartolome Hueyapan, Tepeaca, ປະເທດເມັກຊິໂກ ວັນທີ 11 ພຶດສະພາ 2017.

ຕຳຫຼວດເມັກຊິໂກ ແລະກຳລັງປະກອບອາວຸດໄດ້ຈັບກຸມຜູ້ນຳແກັ້ງທີ່ກໍ່ຄວາມຮຸນແຮງ
ຂອງ ແຊນຕາ ໂຣຊາ ເດີ ລີມາ (Santa Rosa de Lima) ທີ່ໄດ້ກໍ່ຄວາມ ວຸູ້ນວາຍຢູ່
ເຂດເໜືອທາງພາກກາງຂອງປະເທດ.

ພວກເຈົ້າໜ້າທີ່ຢູ່ໃນລັດກວານາວົວໂຕ (Guanajuato) ໄດ້ປະກາດການຈັບກຸມ ທ້າວ
ໂຮເຊ ອັງໂຕນິໂອ ເຢເປສ ໂອຕິສ (Jose Antonio Yepez Otiz) ທີ່ ຮູ້ກັນທົ່ວໄປໃນ
ຊື່ຫຼີ້ນເປັນພາສາສະເປນວ່າ ທ້າວແອລ ມາຣໂຣ (El Marro) ຊຶ່ງໝາຍຄວາມວ່າ “ຄ້ອນ
ຕີໃຫຍ່.”

ແກັ່ງແຊນຕາ ໂຣຊາ ເດີ ລີມາ ແລະແກັ່ງຢາເສບຕິດວາລິສໂກ ໄດ້ທໍາການຕໍ່ສູ້ກັນແບບ
ນອງເລືອດມາເປັນເວລາຫຼາຍປີແລ້ວ ຢູ່ເຂດສູນກາງອຸດສາຫະກໍາ ກວານາວົວໂຕ ທີ່
ເປັນບ່ອນຕັ້ງໂຮງງານຜະລິດລົດຕ່າງປະເທດ ແລະ ຜູ້ສົ່ງເຄື່ອງອາໄຫລ່ຕ່າງໆ ທີ່ໄດ້
ກັບກາຍມາເປັນລັດທີີ່ມີຄວາມຮຸນແຮງທີ່ສຸດ ໃນເມັກຊິໂກ.

2,293 ຄົນ ໄດ້ຖືກຂ້າຕາຍຢູ່ໃນພຽງແຕ່ 6 ເດືອນຕົ້ນປີນີ້ເທົ່ານັ້ນ ຢູ່ໃນລັດ ກວານາ
ວົວໂຕ.

ບັນດາຜູ້ສັງເກດການຈຳນວນນຶ່ງກ່າວວ່າ ແກັ່ງແຊນຕາ ໂຣຊາ ທີ່ບໍ່ແມ່ນ ແກັ່ງຢາເສບຕິດ
ແຕ່ເປັນກຸ່ມທີ່ກໍ່ຄວາມຮຸນແຮງທີ່ມີອິດທິພົນທີ່ສຸດ ຮັບຜິດຊອບຕໍ່ການສັງຫານພວກຜູ້
ຊາຍ 27 ຄົນຢູ່ໃນການໂຈມຕີໃນເດືອນກໍລະກົດ ຢູ່ສູນກາງປິ່ນປົວຢາເສບຕິດທີ່ເມືອງ
ອີຣາປົວໂຕ (Irapuato.) ເຖິງຢ່າງໃດກໍດີ ພວກເຈົ້າໜ້າທີ່ພົນລະເຮືອນສູງສຸດຂອງເມັກ
ຊິໂກ ທ່ານອາລ ຟອນໂຊ ດູຣາໂຊ (Alfonzo Durazo) ກ່າວວ່າ ທ້າວແອລ ມາຣໂຣ
ຈະຖືກ ກ່າວຫາວ່າ ກໍ່ອາຊະຍາກຳ ແລະລັກຂະໂມຍເຊື້ອເພີງ ແຕ່ບໍ່ແມ່ນການຄາດຕະ
ກຳຄົນ.

ແກັ່ງແຊນຕາ ໂຣຊາ ເດີ ລີມາ ຖືກກ່າວຫາລັກນໍ້າມັນຈາກທໍ່ນໍ້າມັນຂອງ ລັດຖະບານ
ແລະຈາກບ່ອນກັ່ນນໍ້າມັນຕ່າງໆ ແລະລັກການສິ່ງຂອງທີ່ສົ່ງ ໄປທາງລົດໄຟ ຢູ່ລັດກວາ
ນາວົວໂຕ ທີ່ຢູ່ເຂດເໜືອຕອນພາກກາງຂອງປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG