ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກໂບໂກ ຮາຣາມ ປ່ອຍໂຕນັກຮຽນຍິງ ທີ່ຖືກລັກພາຕົວໄປ ໃນປີ 2014


ສະມາຊິກຂອງກຸ່ມໂຄສະນາ #BringBackOurGirls ໃນນະຄອນຫຼວງ ອາບູຈາ ຂອງ ປະເທດ ໄນຈີເຣຍ ລະນຶກເຖິງວາລະຄົບຮອບ 1,000 ວັນ ນັບຕັ້ງແຕ່ນັກຮຽນຍິງ ຫຼາຍກວ່າ 200 ໄດ້ຖືກລັກພາໂຕໄປ. ຄົນໄດ້ຖືກລັກພາຕົວໄປຈາກໂຮງຮຽນມັດຖະຍົມແຫ່ງໜຶ່ງໃນເມືອງ Chibok ໂດຍພວກຫົວຮຸນແຮງ ໂບໂກ ຮາຣາມ ໃນປະເທດ ໄນຈີເຣຍ. 8 ມັງກອນ, 2017.
ສະມາຊິກຂອງກຸ່ມໂຄສະນາ #BringBackOurGirls ໃນນະຄອນຫຼວງ ອາບູຈາ ຂອງ ປະເທດ ໄນຈີເຣຍ ລະນຶກເຖິງວາລະຄົບຮອບ 1,000 ວັນ ນັບຕັ້ງແຕ່ນັກຮຽນຍິງ ຫຼາຍກວ່າ 200 ໄດ້ຖືກລັກພາໂຕໄປ. ຄົນໄດ້ຖືກລັກພາຕົວໄປຈາກໂຮງຮຽນມັດຖະຍົມແຫ່ງໜຶ່ງໃນເມືອງ Chibok ໂດຍພວກຫົວຮຸນແຮງ ໂບໂກ ຮາຣາມ ໃນປະເທດ ໄນຈີເຣຍ. 8 ມັງກອນ, 2017.

ກຸ່ມຫົວຮຸນແຮງ ໂບໂກຮາຣາມ ໃນພາກເໜືອຂອງ ໄນຈີເຣຍ ໄດ້ປ່ອຍໂຕພວກນັກຮຽນ
ຍິງ 82 ຄົນ ທີ່ຖືກລັກພາໂຕໄປໃນປີ 2014 ໂດຍກຸ່ມຫົວຮຸນແຮງດັ່ງກ່າວ ຈາກເມືອງ ຈີ
ບັອກ ຢູ່ໄກ້ໆຊາຍແດນລະຫວ່າງ ປະເທດ Chad ກັບ Niger.

ພວກເຈົ້າໜ້າທີ່ລັດຖະບານ ໄນຈີເຣຍ ໄດ້ເວົ້າຢໍ້າເຖິງການປ່ອຍໂຕດັ່ງກ່າວ ໃນເຊົ້າວັນ
ອາທິດມື້ນີ້. ອົງການຂ່າວສານ CNN ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ ຜູ້ໃກ້ຊິດກັບເຫດ
ການໂດຍກ່າວວ່າ ພວກນັກຮຽນຍິງດັ່ງກ່າວ ຖືກຄຸ້ມຄອງໂດຍພວກທະຫານ ຢູ່ເມືອງ
ບານກີ ທາງພາກເໜືອ ໄກ້ໆກັບຊາຍແດນຂອງປະເທດ ກາມາຣູນ.

ມີກຳນົດວ່າ ພວກນັກຮຽນດັ່ງກ່າວ ຈະຖືກສົ່ງໄປນະຄອນຫຼວງ ອາປູຈາ ຂອງ ໄນຈິເຣຍ ໃນວັນອາທິດມື້ນີ້ ບ່ອນທີ່ປະທານາທິບໍດີ ມູຮຳມາດູ ບູຮາຣີ ຈະເປັນຜູ້ມາຮັບເອົາເຂົາເຈົ້າ. ພວກເຂົາເຈົ້າຈະຖືກກວດສອບທາງດ້ານສຸຂະພາບ ກ່ອນຈະໄດ້ກັບຄືນຫາຄອບຄົວ.

ພວກເດັກຍິງດັ່ງກ່າວໄດ້ຮັບອິດສະຫຼະພາບ ລຸນຫຼັງການເຈລະຈາທີ່ມີການຄຸ້ມກັນ ລະ
ຫວ່າງພວກ ໂບໂກ ຮາຣາມ ກັບທູດພິເສດຂອງລັດຖະບານ. ຖ້ອຍຖະແຫຼງຕອນນຶ່ງຈາກ
ສຳນັກງານຂອງປະທານາທິບໍດີ ບູຮາຣີ ເວົ້າວ່າ ພວກນັກຮຽນຍິງເຫຼົ່ານັ້ນ ໄດ້ຖືກປົດປ່ອຍ “ຍ້ອນການແລກປ່ຽນ ກັບພວກທີ່ເຈົ້າໜ້າທີ່ສົງໄສວ່າ ເປັນພວກໂບໂກ ຮາຣາມ ທີ່ຖືກ ຄຸມຂັງຢູ່ບາງຈຳນວນ.”

ອິງຕາມຄຳຖະແຫຼງດັ່ງກ່າວແລ້ວແມ່ນວ່າ ທ່ານ ບູຮາຣີ ມີທັດສະນະໃນແງ່ດີທີ່ວ່າ ພວກ ເດັກຍິງທີ່ຍັງເຫຼືອ ທີ່ຖືກຈັບໄປໃນໃນການບຸກໂຈມຕີໃນ ຈີບັອກ ນັ້ນຈະຖືກປ່ອຍໝົດ.

ທ່ານປະທານາທິບໍດີໄດ້ສະແດງຄວາມພຶງພໍໃຈ ຢູ່ໃນຖະແຖງການດັ່ງກ່າວ ຕໍ່ອົງການ ຮັກສາຄວາມປອດໄພຕ່າງໆຂອງ ໄນຈິເຣຍ ແລະພວກທະຫານໃນບົດບາດຂອງພວກ
ເຂົາເຈົ້າ ໃນການປ່ອຍໂຕພວກເດັກຍິງດັ່ງກ່າວ. ນອກນັ້ນເພິ່ນຍັງໄດ້ຂອບໃຈ ລັດຖະ
ບານ ສວິດເຊີແລນ ຄະນະກຳມາທິການລະຫວ່າງຊາດ ຂອງສະພາກາແດງ ແລະ ບັນດາ
NGO ໃນທ້ອງຖິ່ນ ແລະ ສາກົນນຳ.

ສ່ວນເຈົ້າໜ້າທີ່ທ່ານນຶ່ງຂອງ ກະຊວງ ການຕ່າງປະເທດ ສະຫະລັດ ກໍກ່າວວ່າ ສະຫະ
ລັດ ຮູ້ດີກ່ຽວ ກັບການປ່ອຍໂຕພວກນັກຮຽນຍິງດັ່ງກ່າວ ທັງຍັງຄອຍຕິດຕາມເບິ່ງສະ
ພາບການຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG