ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢ່າງ​ໜ້ອຍ 80 ຄົນ​ ເສຍຊີວິດ ​ແລະ 100 ຄົນ​​ບາດ​ເຈັບ ຍ້ອນເຫດລະເບີດ ໃນປາກີສຖານ


ສົບຂອງພວກເສຍຊີວິດ ຈໍານວນນຶ່ງ ໃນເຫດວາງລະເບີດ ໂຈມຕີພວກ Shi'ite ຢູ່ເມືອງ Quetta ຂອງປາກິສຖານ, ວັນທີ 16 ກຸມພາ 2013.
ສົບຂອງພວກເສຍຊີວິດ ຈໍານວນນຶ່ງ ໃນເຫດວາງລະເບີດ ໂຈມຕີພວກ Shi'ite ຢູ່ເມືອງ Quetta ຂອງປາກິສຖານ, ວັນທີ 16 ກຸມພາ 2013.
ຕໍາຫຼວດປາ​ກີ​ສຖານ ​ເວົ້າ​ວ່າ ຢ່າງ​ໜ້ອຍ 80 ຄົນ​ຖືກ​ສັງຫານ ​ແລະ 100 ກວ່າຄົນໄດ້​ຮັບບາດ​ເຈັບ ​ໃນ​ເຫດ​ລະ​ເບີດ​ທີ່​ແນ​ເປົ້າໝາຍ​ໃສ່​ພວກ Shi’ite ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກີ​ສຖານ.

ຈໍານວນ​ຜູ້​ເສຍ​ຊີວິດ​ໄດ້​ເພີ່ມ​ຂຶ້ນໃນຕອນ​ກາງຄືນ ພ້ອມ​ກັບ​ການ​ເສຍ​ຊີວິດ ​ຂອງ​ພວກ​ທີ່​ໄດ້​ຮັບບາດ​ເຈັບ​ສາຫັດ ​ໃນການ​ໂຈມ​ຕີ​ເມື່ອ​ວັນ​ເສົາ​ວານ​ນີ້.

ນາຍ​ຕໍາຫຼວດອາວຸ​ໂສ​ຜູ້​ນຶ່ງ​ເວົ້າ​ວ່າ ລະ​ເບີດ​ໄດ້ແຕກ​ຂຶ້ນ​ໂດຍ​ການ​ໃຊ້​ເຄຶ່ອງ ບີບ​ຂະ​ນວນ​ໄຮ້​ສາຍ​ໃນ​ໄລຍະໄກ ​ໃສ່​ເຂດ​ຂອງ​ຊາວ Shi’ite ທີ່​ເມືອງ Quetta ​ແລະ​ວ່າ ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່​ເປັນ​ຊາວ Shi’ite ​ແລະ​ມີ​ແມ່ຍິງ​ແລະເດັກ​ນ້ອຍ ປົນ​ຢູ່ໃນ​ຈໍານວນ​ຜູ້​ເສຍ​ຊີວິດ.

​ໂຄສົກ​ສໍາລັບ​ກຸ່ມຊຸນ​ນີ Lashkar-e-Jhangvi ທີ່​ຖືກ​ຫ້າມ ​ອ້າງ​ເອົາ ຄວາມ​ຮັບຜິດ​ຊອບ ສໍາລັບ​ການວາງ​ລະ​ເບີດ​ດັ່ງກ່າວ.

​ເຫດການ​ໂຈມ​ຕີ​ເມື່ອ​ວັນ​ເສົາ​ວານ​ນີ້ ນັບ​ວ່າ​ເປັນ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ ​ໃນ​ເມືອງ Quetta ນັບ​ຕັ້ງ​ແຕ່​ເກີດ​ເຫດການ​ລະ​ເບີດຫຼາຍໆ​ບັ້ນຕິດ​ຕໍ່​ກັນເມື່ອ​ວັນ​ທີ 10 ມັງກອນ ຢູ່​ໃນ​ເຂດ​ທີ່​ມີ​ຊາວ Shi’Ite ອາໄສ​ຢູ່​ເປັນ​ສ່ວນ​ໃຫຍ່ ທີ່​ໄດ້​ສັງຫານ 92 ຄົນ ຊຶ່ງ​ກຸ່ມ​ຊຸນ​ນີ Lashhar-e-Jhangvi ກໍ​ໄດ້​ອ້າງ​ເອົາ​ຄວາມຮັບຜິດຊອບ ສໍາລັບ​ການ​ໂຈມ​ຕີ​ເຫຼົ່ານັ້ນ​ເຊັ່ນ​ກັນ.

​ເມືອງ Quetta ​ເປັນ​ເມືອງຫຼວງຂອງ ​ແຂວງ Baluchistan ບ່ອນ​ທີ່​ຊົນ ​ກຸ່ມ​ນ້ອຍຊາວ Shi’ite ​ໄດ້ຖືກ​ໂຈມ​ຕີຫຼາຍໆ​ເທື່ອ ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ ​ໃນ​ເຫດການ​ກໍ່​ຄວາມ​ຮຸນ​ແຮງ​ລະຫວ່າງສາສະໜາ​ນັ້ນ.
XS
SM
MD
LG