ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

84 ອົງການ ຍື່ນຈົດໝາຍຫາ ລັດຖະບານລາວ ກ່ຽວກັບທ່ານສົມບັດ


ທ່ານສົມບັດ ສົມພອນ ຝຶກອົບຮົມຊາວໜຸ່ມລາວ ໃນອະດີດ ເວລາທີ່ທ່ານທໍາການພັດທະນາຍືນຍົງ
ທ່ານສົມບັດ ສົມພອນ ຝຶກອົບຮົມຊາວໜຸ່ມລາວ ໃນອະດີດ ເວລາທີ່ທ່ານທໍາການພັດທະນາຍືນຍົງ
ບັນດານັກເຄື່ອນໄຫວເພື່ອສິດທິມະນຸດຂອງ 84 ອົງການ
ຈາກທົ່ວໂລກຍື່ນຈົດໝາຍເຖິງລັດຖະບານລາວເພື່ອຮຽກ
ຮ້ອງ ຂໍໃຫ້ດໍາເນີນການສືບສວນຢ່າງຈິງຈັງ ກ່ຽວກັບການ
ຫາຍຕົວໄປຂອງທ່ານສົມບັດ ສົມພອນ.

ບັນດານັກເຄື່ອນໄຫວເພື່ອສິດທິມະນຸດຂອງ 84 ອົງການ
ຈາກທົ່ວໂລກ ໄດ້ຍື່ນຈົດໝາຍຕໍ່ທາງການລັດຖະບານລາວ
ອີກເທື່ອໃໝ່ໃນສັບປະດາທີ່ຜ່ານມາ ເພື່ອຮຽກຮ້ອງແລະ
ທວງຖາມເຖິງຄວາມຄືບໜ້າຂອງການສືບສວນສອບສວນ
ຫາ “ຄວາມຈິງ ກ່ຽວກັບການຫາຍຕົວໄປຂອງທ່ານສົມບັດ
ສົມພອນ ນັກພັດທະນາທາງສັງຄົມທີ່ດີເດັ່ນຂອງລາວແລະ
ພູມີພາກເອເຊຍ ຊຶ່ງຖືກລັກພາຕົວໄປໂດຍກຸ່ມບຸກຄົນບໍ່
ຊາບຝ່າຍ ນັບແຕ່ວັນທີ 15 ທັນວາ 2012 ເປັນຕົ້ນມາ ຈົນ
ເຖິງເວລານີ້ ກໍຍັງຄົງບໍ່ຮູ້ຊະຕາກໍາ ຂອງທ່ານແຕ່ຢ່າງໃດ.

ເພາະສະນັ້ນ ຈຶ່ງເຮັດໃຫ້ບັນດານັກເຄື່ອນໄຫວເພື່ອສິດທິ
ມະນຸດຂອງທັງ 84 ອົງການຈາກທົ່ວໂລກ ໄດ້ຮ່ວມກັນຍື່ນ
ຈົດໝາຍເຖິງລັດຖະບານລາວໃນຄັ້ງນີ້ ເພື່ອເລັ່ງທວງໃຫ້ທາງການລາວສະແດງເຖິງ
ການເອົາຈິງເອົງຈັງກັບການສືບຫາເພື່ອໃຫ້ການຊ່ວຍເຫຼືອ ແກ່ທ່ານສົມບັດ ແລະນໍາ
ເອົາຜູ້ກະທໍາຜິດມາລົງໂທດ ໃຫ້ໄດ້ໄວທີ່ສຸດ. ທັງນີ້ກໍເນື່ອງຈາກ ບັນດານັກເຄຶ່ອນໄຫວ
ເພື່ອສິດທິມະນຸດເຊື່ອວ່າ ດ້ວຍພະຍານຫຼັກຖານທີ່ຖືກບັນທຶກໄວ້ດ້ວຍກ້ອງວົງຈອນປິດ
ຂອງທາງການລາວນັ້ນ ບໍ່ໜ້າທີ່ຈະເປັນການຍາກເກີນໄປ ທີ່ຈະສືບຫາເພື່ອຕິດຕາມ
ຈັບກຸມຕົວຜູ້ກະທໍາຜິດ ແລະໃຫ້ການຊ່ວຍເຫຼືອທ່ານສົມບັດໄດ້ນັ້ນເອງ.

ແຕ່ຢ່າງໃດກໍຕາມ ທາງການລາວກໍຍັງຄົງບໍ່ສະແດງທ່າທີຢ່າງໃດ ຕໍ່ການຍື່ນຈົດໝາຍ ຂອງບັນດານັກເຄື່ອນໄຫວເພື່ອສິດທິມະນຸດສາກົນໃນຄັ້ງຫລ້າສຸດ ຫາກແຕ່ວ່າກ່ອນ
ໜ້ານີ້ ກົມໃຫຍ່ຕໍາຫຼວດໃນສັງກັດກະຊວງປ້ອງການຄວາມສະຫງົບຮຽບຮ້ອຍພາຍໃນ
ຂອງລາວ ກໍຍອມຮັບວ່າຍັງບໍ່ພົບຫຼັກຖານແລະສາເຫດເບື້ອງຫຼັງທີ່ເຮັດໃຫ້ທ່ານສົມບັດ
ຕ້ອງຫາຍຕົວໄປແຕ່ຢ່າງໃດ.

ເຖິງແມ່ນວ່າ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຈະໄດ້ມີຄໍາສັ່ງໄປ ເຖິງບັນດາໜ່ວຍງານໃນສັງກັດຂອງກະຊວງ ເພື່ອໃຫ້ສືບຫາຕົວທ່ານສົມບັດ ໃນທົ່ວ
ປະເທດ ນັບຕັ້ງແຕ່ວັນທີ 20 ທັນວາ ປີກາຍນີ້ເປັນຕົ້ນມາແລ້ວກໍຕາມ ຫາກແຕ່ກໍຍັງ
ຄົງບໍ່ມີຄວາມຄືບໜ້າໃດໆເກີດຂຶ້ນ ກັບທັງຍັງບໍ່ມີວີ່ແວວວ່າ ຈະພົບເຫັນຕົວທ່ານສົມ
ບັດ ອີກດ້ວຍ.

ທາງດ້ານທ່ານນາງ ສຸພາວະດີ ເພັດຊະຣັດ ຜູ້ອໍານວຍການມູນນິທິອາສາສະມັກ ເພື່ອ ສັງຄົມໃນອາຊ່ຽນ ກໍໄດ້ໃຫ້ການຍືນຢັນວ່າ ບັນດາອົງການສິດທິມະນຸດສາກົນ ກໍຍັງຄົງ ເຄື່ອນໄຫວໃນກໍລະນີການຫາຍຕົວໄປຂອງທ່ານສົມບັດ ຕໍ່ໄປຢ່າງບໍ່ຢຸດຢັ້ງ ໂດຍຈະ ປຸກລະດົມ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ໄປສູ່ການຮັບຮູ້ຂອງເຍົາວະຊົນໃນອາຊ່ຽນ
ແລະ ໃນທົ່ວໂລກຢ່າງກວ້າງຂວາງ ດັ່ງທີ່ທ່ານນາງໄດ້ບອກວີໂອເອວ່າ:
ສະພາປະຊາຊົນປະຈໍາອາຊ່ຽນ ປຶກສາຫາລືກັນ ກ່ຽວກັບການຫາຍສາບສູນຂອງທ່ານສົມບັດ
ສະພາປະຊາຊົນປະຈໍາອາຊ່ຽນ ປຶກສາຫາລືກັນ ກ່ຽວກັບການຫາຍສາບສູນຂອງທ່ານສົມບັດ

ກ້າວຕໍ່ໄປທີ່ເຮົາເຮັດແນ່ນອນກໍຄືເຮົາເບິ່ງວ່າເຍົາ
ວະຊົນນີ້ໜ່ະເປັນປະເດັນ ທີ່ສໍາຄັນ ເຮົາຈະຍັງຄົງ
ດໍາເນີນຄວາມຄິດຄວາມເຊື່ອຂອງພວກເຮົາໃນແງ່ ທີ່ວ່າເຮົາຈະເຮັດໃຫ້ເຍົາວະຊົນໃນອາຊ່ຽນນີ້ ໄດ້
ມາແລກປ່ຽນປະເດັນ ບັນຫາຊຶ່ງກັນແລະກັນ ຮາກ
ເຫງົ້າຂອງບັນຫາ ລວມທັງຫາທາງອອກໃນການ
ແກ້ໄຂບັນຫາຮ່ວມກັນໂດຍ ໃຊ້ແນວທາງສັນຕິວິທີ.”


ຫລ້າສຸດ ເຄືອຂ່າຍສິດທິມະນຸດໃນອາຊ່ຽນ ທີ່ມີຄະນະທໍາ
ງານຢູ່ໃນກໍໄດ້ຈັດການປຸກ ລະດົມເພື່ອເຜີຍແຜ່ຂໍ້ມູນກ່ຽວ
ກັບ ການຫາຍຕົວໄປຂອງທ່ານສົມບັດ ຢູ່ທີ່ມະຫາວິທະຍາໄລທໍາມະສາດຂອງໄທ
ຊຶ່ງກໍຖື ເປັນບາດກ້າວທໍາອິດຂອງການປຸກລະດົມດັ່ງກ່າວ.

ກ່ອນໜ້ານີ້ ທ່ານຍົງ ຈັນທະລັງສີ ເອກອັກຄະລັດຖະທູດລາວຜູ້ຕາງໜ້າຖາວອນປະ ຈໍາສະຫະປະຊາຊາດຢູ່ທີ່ກຸງເຈນີວາ ສວິດເຊີແລນດ໌ ກໍໄດ້ສົ່ງຈົດໝາຍເຖິງສະພາສິດ ທິມະນຸດແຫ່ງອົງການສະຫະປະຊາຊາດ ຢ່າງເປັນທາງການເມື່ອບໍ່ດົນມານີ້ ເພື່ອຢືນ
ຢັນວ່າ ກໍລະນີທີ່ເກີດຂຶ້ນນີ້ ບໍ່ມີສ່ວນກ່ຽວຂ້ອງຫຍັງເລີຍກັບທາງການລາວ ເພາະສະ
ນັ້ນ ຈຶ່ງອາດຈະເປັນໄປໄດ້ວ່າ ເປັນກໍລະນີທີ່ເກີດຂຶ້ນຈາກບັນຫາສ່ວນຕົວ ຫຼືຂໍ້ຂັດແຍ້ງ ທງທຸລະກິດຂອງຜູ້ກ່ຽວເອງ.
XS
SM
MD
LG