ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມມຸສລິ​ມ ຫົວຮຸນ​ແຮງ al-Shabab ສັງຫານ 22 ຄົນ ຢູ່ເຄັນຢາ (ວີດີໂອ)


ຕຳຫລວດຢືນຍາມ ໃກ້ກັບລົດຂົນສົ່ງ ທີ່ຖືກເຜົາ ຫຼັງຈາກ
ພວກກໍ່ການຮ້າຍຕິດອາວຸດໄດ້ໂຈມຕີ ປ້ອມຕຳຫລວດ ທີ່ເມືອງ Gamba ປະເທດເຄັນຍາ ເມື່ອວັນທີ 6 ກໍລະກົດ 2014.
ຕຳຫລວດຢືນຍາມ ໃກ້ກັບລົດຂົນສົ່ງ ທີ່ຖືກເຜົາ ຫຼັງຈາກ ພວກກໍ່ການຮ້າຍຕິດອາວຸດໄດ້ໂຈມຕີ ປ້ອມຕຳຫລວດ ທີ່ເມືອງ Gamba ປະເທດເຄັນຍາ ເມື່ອວັນທີ 6 ກໍລະກົດ 2014.

ອົງການ​ກາ​ແດງເຄັນ​ຢາ ກ່າວ​ວ່າ ພວກ​ໂຈມ​ຕີໄດ້ສັງຫານ ຢ່າງ​
ນ້ອຍ 22 ຄົນ ຢູ່​ໃນ 2 ເຂດ​ຫົວ​ເມືອງ​ຕາມ​ຊາຍ​ຝັ່ງ​ຂອງເຄັນ​ຢາ
ລວມທັງ​ຢູ່​ໃນ​ເຂດ​ນຶ່ງ ​ທີ່​ພວກ​ຫົວ​ຮຸນ​ແຮງ​ໄດ້​ສັງຫານ 65 ຄົນ​
ໃນ​ເດືອນແລ້ວ​ນີ້.

ພວກກຸ່ມມຸສລິ​ມ ຫົວຮຸນ​ແຮງ al-Shabab ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ
ກຸ່ມ al-Qaida ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສຳ​ຫລັບ​
ການ​ໂຈມ​ຕີ​ເທື່ອ​ຫລ້າ​ສຸດ​ນີ້ ​ເຊັ່ນດຽວ​ກັບ​ທີ່ໄດ້​ອ້າງ​ເອົາ​ຄວາມ​ຮັບ
ຜິດຊອບ ສຳ​ຫລັບ​ການສັງຫານ​ໝູ່ໃນ​ເດືອ​ນ​ແລ້ວ​ນີ້.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ​ພວກ​ຜູ້​ຊາຍກຸ່ມນຶ່ງ​ຈຳນວນ 10 ກ່ວາຄົນ​ ​ໄດ້​
ທຳການ​ໂຈມ​ຕີດັ່ງກ່າວ ​ເມື່ອຄືນວານ​ນີ້ ຢູ່​ທີ່​ເຂດ ​ຫົວ​ເມືອງ Lamu ​ແລະ ​ແມ່​ນ້ຳ Tana.

​ໃນ​ບັນດາ​ພວກ​ທີ່​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ປ້ອມ​ຕຳຫລວດ​ແຫ່ງ​ນຶ່ງ​ນັ້ນ ມີ​ນັກ​ໂທດ​ຫລາຍ​
ຄົນ ​ແລະ ​ຕຳຫລວດ​ຄົນ​ນຶ່ງ.

​ເຄັນຢາ ​ໄດ້ປະສົບ​ກັບ​ການ​ໂຈມ​ຕີ​ດ້ວຍ ອາວຸດ​ປືນ ​ແລະ ລະ​ເບີດ​ຢ່າງ​ຕໍ່​ເນື່ອງ​ ຢູ່ສະ​ເໝີ​ມາ
ຕັ້ງ​ແຕ່​ລັດຖະບານ ​ໄດ້​ສົ່ງ​ກຳລັງ​ທະຫານ ເຂົ້າ​ໄປ​ຕໍ່ສູ້​ກັບ ​ກຸ່ມ​ມຸສລິ​ມຫົວ​ຮຸນ​ແຮງ
al-Shabab ​ໃນ​ປະ​ເທດ ​ໂຊ​ມາ​ເລຍ ເມື່ອປີ 2011.

KENYA ATTACKS VO
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG