ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເສຍຊີວິດຢາງໜ້ອຍ 18 ຈາກອຸບັດເຫດລົດຕໍາກັນ ໃນອິນໂດເນເຊຍ


ແຜນທີ່ເກາະຊະວາ (Java) ເກາະໃຫຍ່ຂອງອິນໂດເນເຊຍ
ແຜນທີ່ເກາະຊະວາ (Java) ເກາະໃຫຍ່ຂອງອິນໂດເນເຊຍ
ຕໍາຫຼວດ​ໃນ​ອິນ​ໂດເນ​ເຊຍ​ເວົ້າ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າ​ງໜ້ອຍ 18 ຄົນ ​ເວລາ ລົດ​ກະບະ ຫຼືປິກ​ອັ໊ບ ຄັນ​ນຶ່ງ ຕໍາ​ກັນ​ກັບ​ລົດ​ບັນທຸກ​ຂະໜາດ​ໃຫຍ່​ຄັນ​ນຶ່ງ ທີ່​ເກາະ​ໃຫຍ່ ຊະວາ.

​ໂຄສົກ​ຕໍາຫຼວດ ​ເວົ້າວ່າ ລົດ​ປິກ​ອັ໊ບ ທີ່ບັນທຸກ​ຜູ້​ໂດຍສານ​ທີ່​ເປັນ​ແມ່ຍິງ​ທັງ ໝົດ ​ກໍາລັງ​ເດີນ​ທາງ​ໄປ​ງານ​ສົ່ງ​ສະ​ການ​ງານ​ນຶ່ງ ທີ່​ເມືອງ Probolinggo ​ໃນຕອນ​ແລງ​ວັນເສົາ​ວານ​ນີ້ ​ເວລາ​ຕໍາກັນ​ກັບ​ລົດ​ບັນທຸກ​ດັ່ງກ່າວໃນຂະນະ ​ທີ່​ພະຍາຍາມ​ຈະແຊງ ຂຶ້ນ​ໜ້າ ລົດ​ອີກ​ສາມ​ຄັນ.

ມີ​ແມ່ຍິງ ຢ່າງ​ໜ້ອຍ ​ 13 ​ຄົນ ໃນ​ລົດ​ປິກ​ອັ໊ບດັ່ງກ່າວ ຖືກ​ສົ່ງເຂົ້າປິ່ນປົວ​ທີ່​ໂຮງໝໍ ຍ້ອນ ບາດ​ເຈັບ​ອາການ​ສາຫັດ.
XS
SM
MD
LG