ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ກູ້ໄພ ໝວກກັນກະທົບສີຂາວ ຖືກຂ້າຕາຍ 8 ຄົນ


ນັກກູ້ໄພໝວກກັນກະທົບສີຂາວ ເຮັດວຽກຢູ່ສະຖານທີ່ ຖືກໂຈມຕີທາງອາກາດ ໃນຄຸ້ມ al-Sakhour, ທີ່ຖືກຄວບຄຸມ ໂດຍພວກກະບົດ ໃນພາກຕາເວັນອອກ ຂອງເມືອງ ອາເລັບໂປ, ຊີເຣຍ. 21 ກັນຍາ, 2016.
ນັກກູ້ໄພໝວກກັນກະທົບສີຂາວ ເຮັດວຽກຢູ່ສະຖານທີ່ ຖືກໂຈມຕີທາງອາກາດ ໃນຄຸ້ມ al-Sakhour, ທີ່ຖືກຄວບຄຸມ ໂດຍພວກກະບົດ ໃນພາກຕາເວັນອອກ ຂອງເມືອງ ອາເລັບໂປ, ຊີເຣຍ. 21 ກັນຍາ, 2016.

ນັກກູ້ໄພຊາວ ຊີເຣຍ 8 ຄົນ, ເຊິ່ງເປັນທີ່ຮູ້ຈັກກັນ​ໃນ​ຊື່ ກຸ່ມໝວກກັນກະທົບສີຂາວ ຫຼື
White Helmets, ແມ່ນໄດ້ຖືກຂ້າຕາຍ ໃນວັນເສົາວານນີ້ ເມື່ອລະເບີດຈາກການໂຈມ
ຕີທາງອາກາດ ໄດ້ຕົກລົງໃສ່ຫ້ອງການຂອງພວກເຂົາເຈົ້າໃນແຂວງ Hama ເຊິ່ງຄວບ
ຄຸມໂດຍພວກກະບົດ, ອີງຕາມຄຳ​ຖະ​ແຫຼງຂອງກຸ່ມ ແລະ ພວກນັກເຄື່ອນໄຫວຝ່າຍ
ຄ້ານ.

ຫ້ອງການຂອງກຸ່ມດັ່ງກ່າວທີ່ຕັ້ງຢູ່ໃນເມືອງ Kfar Zeita ແມ່ນໄດ້ຖືກໂຈມຕີ, ເຮັດໃຫ້ອາ ສາສະໝັກ 8 ຄົນເສຍຊີວິດ. ກຸ່ມດັ່ງກ່າວໄດ້ເວົ້າວ່າ ສົບຂອງເຈົ້າໜ້າທີ່ 5 ຄົນແມ່ນໄດ້ ຖືກພົບເຫັນແລ້ວ ແລະ ບັນດານັກກູ້ໄພ ແມ່ນຍັງສືບຕໍ່ຊອກຫາຄົນອື່ນໆຢູ່.

ຍັງບໍ່ມີຄວາມກະຈ່າງແຈ້ງ ຈົນຮອດຕອນແລງຂອງວັນເສົາວານນີ້ວ່າແມ່ນໃຜເປັນຜູ້ດຳ
ເນີນການໂຈມຕີ. ກອງທັບ ຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍ ຣັດເຊຍ ແລະ ອີຣ່ານ ໃນ
ສົງຄາມທີ່ຕໍ່ສູ້ກັນມາໄດ້ 6 ປີນັ້ນ, ໄດ້ທຳການບຸກ​ໂຈມ​ຕີ ເພື່ອຍຶດຄືນຂົງເຂດທີ່ຖືກຄວບ
ຄຸມໂດຍພວກກະບົດເຊັ່ນແຂວງ Hama ໃນບໍ່ເທົ່າໃດສັບປະດາທີ່ຜ່ານມາ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ໄດ້ກ່າວວ່າ ແຂວງ Hama ໄດ້ຖືກໂຈມຕີທາງອາ
ກາດຢ່າງໜັກໃນວັນເສົາວານ​ນີ້.

ກຸ່ມໝວກກັນກະທົບສີຂາວ ແມ່ນໄດ້ຮັບຄວາມສົນໃຈໄປທົ່ວໂລກກ່ຽວກັບ ວຽກງານອາ
ສາສະໝັກຂອງພວກເຂົາເຈົ້າ ໃນສະພາວະສົງຄາມ, ​ໂດຍດຶງເອົາຜູ້ລອດຊີວິດອອກ
ຈາກບ່ອນທີ່ຖືກຖິ້ມລະເບີດໃສ່. ພວກນັກກູ້ໄພມັກຈະຕົກເປັນເປົ້າໝາຍ ​ໃນການໂຈມ
ຕີທາງອາກາດຂອງລັດຖະ ບານ ທີ່ຮູ້ກັນ​ວ່າ​ ເປັນ “ການໂຈມຕີສອງຄັ້ງຊ້ອນ” ຄືໃນຂະ ນະທີ່ພວກນັກກູ້ໄພຈະຟ້າວ ເຂົ້າໄປຊອກຫາຜູ້ລອດຊີວິດຢູ່​ໃນ​ບ່ອນໂຈມຕີເທື່ອທຳອິດ
ນັ້ນ, ບໍລິເວນດັ່ງກ່າວແມ່ນມັກຈະຖືກຖິ້ມລະເບີດໃສ່ຕາມຫຼັງອີກຄັ້ງ ໜຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG