ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງເຊຍເຕະບານ 8 ຄົນເສຍຊີວິດ ໃນການຢຽບ ກັນຕາຍ ຢູ່ປະເທດ ເຊເນກາລ


ປະຊາຊົນຢືນຢູ່ໃກ້ໆກັບຝາສະໜາມກິລາ Demba Diop ທີ່ຟັງລົງ. 15 ກໍລະກົດ, 2017.
ປະຊາຊົນຢືນຢູ່ໃກ້ໆກັບຝາສະໜາມກິລາ Demba Diop ທີ່ຟັງລົງ. 15 ກໍລະກົດ, 2017.

ພວກເຈົ້າໜ້າທີ່ໃນປະເທດ ເຊເນກາລ ກ່າວວ່າ 8 ຄົນໄດ້ເສຍຊີວິດ ແລະ ອີກຫຼາຍຄົນ
ໄດ້ຮັບບາດເຈັບ ໃນສະໜາມກິລາໃນນະຄອນຫຼວງຂອງປະເທດດັ່ງກ່າວ ໃນການແຂ່ງ
ຂັນກິລາເຕະບານ.

ທ່ານ ມາຕາ ບາ ລັດຖະມົນຕີກະຊວງ ກິລາ ກ່າວວ່າ ການແລ່ນແຫຍ້ຢຽບກັນຕາຍ ໃນ
ວັນເສົາວານນີ້ ໄດ້ເກີດຂຶ້ນ ຍ້ອນການປະທະກັນ ລະຫວ່າງທີມເຕະບານທ້ອງຖິ່ນ US
Ouakam ກັບທີມ Stade de Mbour ໃນສະໜາມ Demba Diop ໃນນະຄອນ
Dakar.

ສື່ມວນຊົນທ້ອງຖິ່ນເວົ້າວ່າ ຕຳຫຼວດໄດ້ເລີ່ມຍິງລະເບີດແກັສນໍ້າຕາເຂົ້າໃສ່ຝຸງຊົນ ກໍ່ໃຫ້
ເກີດຄວາມອໍລະຫົນ ແລ້ວກຳແພງກໍໄດ້ຫັກພັງລົງເວລາຝຸງຊົນແຕກຕື່ນ ພະຍາຍາມໜີ
ຜ່າຍ ໄປຈາກສະໜາມກິລາດັ່ງກ່າວ. ທ່ານ Cheikh Maba Diop ຜູ້ເຫັນເຫດການທີ່
ຊ່ອຍເຫຼືອຜູ້ຄົນຫຼົບໜີຈາກສະໜາມກິລາດັ່ງກ່າວ ແລະສູນເສຍໝູ່ຄູ້ຜູ້ນຶ່ງ ໃນເຫດຄວາມ
ວຸ້ນວາຍດັ່ງກ່າວ ເວົ້າວ່າ “ໃນທັນໃດ ເວລາກຳແພງພັງລົງ ພວກເຮົາກໍຮູ້ວ່າ ຈະຕ້ອງມີ
ຄົນຕາຍ ເພາະວ່າ ກຳແພງດັ່ງກ່າວ ພັງລົງທັບເຂົາເຈົ້າ.”

ລັດຖະມົນຕີ ກິລາ ທ່ານ ບາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເອົາມາດຕະການຢ່າງໜັກ
ແໜ້ນເພື່ອບໍ່ໃຫ້ເຫດການເຊັ່ນນັ້ນເກີດຂຶ້ນອີກໃນ ເຊເນກາລ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG