ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນຮ້າຍທີ່ໂຈມຕີ ສູນການຄ້າ ລັດ Minnesota ຖືກລະບຸວ່າ ເປັນຊາວອາເມຣິກັນ ເຊື້ອສາຍ ໂຊມາເລຍ


ພາບຈາກວີດີໂອນີ້ ສະໜອງ ໂດຍ ໂທລະພາບ KSTP 5 ໃນນະຄອນ Minneapolis ຂອງລັດ Minnesota, ສະແດງ
ໃຫ້ເຫັນ ພວກຄົນຈຳນວນໜຶ່ງ ຢືນຢູ່ນອກ ຈຸດເກີດເຫດການ
ແທງກັນ ທີ່ສູນກາງສີ່ແຍກ ຂອງສູນການຄ້າ ໃນເມືອງ St. Cloud ລັດ Minnesota.
ພາບຈາກວີດີໂອນີ້ ສະໜອງ ໂດຍ ໂທລະພາບ KSTP 5 ໃນນະຄອນ Minneapolis ຂອງລັດ Minnesota, ສະແດງ ໃຫ້ເຫັນ ພວກຄົນຈຳນວນໜຶ່ງ ຢືນຢູ່ນອກ ຈຸດເກີດເຫດການ ແທງກັນ ທີ່ສູນກາງສີ່ແຍກ ຂອງສູນການຄ້າ ໃນເມືອງ St. Cloud ລັດ Minnesota.

ຜູ້ຊາຍທີ່ໃຊ້ມີດແທງປະຊາຊົນ 9 ຄົນທີ່ສູນການຄ້າໃນລັດ Minnesota ທີ່ຕັ້ງຢູ່ພາກ ເໜືອຂອງ ສະຫະລັດ ໄດ້ຖືກລະບຸວ່າ ເປັນຊາວອາເມຣິກັນ ເຊື້ອສາຍ ໂຊມາເລຍ ອາຍຸ 22 ປີ.

ຫົວໜ້າຂອງຊຸມຊົນຊາວ ໂຊມາເລຍ ຢູ່ໃນລັດດັ່ງກ່າວໄດ້ບອກວີໂອເອພາສາ ໂຊມາເລຍ ວ່າ ຜູ້ຕ້ອງສົງໄສ ທີ່ໄດ້ຖືກຍິງ ແລະ ເສຍຊີວິດໂດຍຕຳຫຼວດ ໃນລະຫວ່າງການໂຈມຕີ ໃນວັນເສົາຜ່ານມາ ຊື່ວ່າ Dahir Adan.

ທ່ານ Abdul Kulane ກ່າວວ່າ ທ້າວ Adan ເຄີຍເປັນທີ່ຮູ້ຈັກຢູ່ໃນຊຸມຊົນວ່າ ລາວໄດ້ ເຮັດວຽກເສີມ ເປັນຍາມປ້ອງກັນຄວາມປອດໄພ ແລະ “ທັງເປັນຄົນສະຫຼາດ ແລະ ໄວ້ເນື້ອເຊື່ອໃຈໄດ້.”

ທ່ານ Kulane ກ່າວວ່າ ລາວບໍ່ຮູ້ສາເຫດຂອງແຮງຈູງໃຈ ຫຼື ຮູບພາບທີ່ຢູ່ເບື້ອງຫຼັງ ຂອງ ການໂຈມຕີນີ້. ເພິ່ນຄິດວ່າການແທງກັນບໍ່ໄດ້ເຊື່ອມໂຍງກັບການກໍ່ການຮ້າຍ, ແມ່ນກະທັ້ງ ທີ່ໄດ້ຖືກອ້າງໂດຍອົງການຂ່າວສາສະໜາອິສລາມວ່າ ການໂຈມຕີນັ້ນ ໄດ້ຖືກດຳເນີນ ໂດຍ “ທະຫານຄົນໜຶ່ງຂອງພວກລັດອິສລາມ.”

ພໍ່ຂອງທ້າວ Adan, ທ່ານ Ahmed Adan ໄດ້ກ່າວຕໍ່ໜັງສືພິມ Star Tribune ວ່າ ຕຳຫຼວດໄດ້ບອກລາວໃນຕອນຄ່ຳຂອງວັນເສົາທີ່ຜ່ານມາວ່າ ລູກຊາຍຂອງລາວ ທ້າວ Dahir ໄດ້ເສຍຊີວິດຢູ່ສີ່ແຍກຖະໜົນ ສູນກາງການຄ້າໃນເມືອງ St. Cloud. ລາວໄດ້ ກ່າວວ່າຕຳຫຼວດບໍ່ໄດ້ກ່າວເຖິງການໂຈມຕີຢູ່ສູນການຄ້າ, ແຕ່ພວກເຂົາເຈົ້າໄດ້ຍຶດເອົາ ຮູບຫຼາຍໃບ ແລະ ວັດຖຸອື່ນໆ ໄປຈາກຫ້ອງເຊົ່າຂອງຄອບຄົວໄປ.

ບັນດາເຈົ້າໜ້າທີ່ບໍ່ໄດ້ລະບຸຕົວຜູ້ໂຈມຕີຢ່າງເປີດເຜີຍ, ຜູ້ທີ່ພວກເຂົາເຈົ້າກ່າວວ່າ ໄດ້ຖືກ ຂ້າຕາຍໂດຍຕຳຫຼວດນອກເຄື່ອງແບບ. ບໍ່ມີຜູ້ເຄາະຮ້າຍຄົນໃດ ໄດ້ຮັບບາດເຈັບ ເຖິງແກ່ ຊີວິດ.

ອົງການ FBI ຂອງ ສະຫະລັດ ກຳລັງສືບສວນສອບສວນເຖິງ ຄວາມເປັນຈິງ ຂອງການ ແທງກັນນີ້ຢູ່ ດັ່ງດຽວກັນກັບເປັນການກໍ່ການຮ້າຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Mall Stabbing
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG