ເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ລົດເມຂົນໄມ້ຄັນນຶ່ງເກີດລະເບີດ ໃກ້ດ່ານຂ້າມຊາຍແດນ ລາວ-ຫວຽດນາມໃນແຂວງຄຳມ່ວນທາງພາກກາງຂອງລາວ ເຮັດໃຫ້ 8 ຄົນເສຍຊີວິດ ແລະອີກ 3 ຄົນບາດເຈັບ.
ພວກເຄາະຮ້າຍທັງໝົດແມ່ນຊາວຫວຽດນາມທີ່ເດີນທາງກັບຄືນບ້ານໄປແຂວງແງອ່ານ ໃນເຂດພາກ ກາງຂອງຫວຽດນາມ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ຊາຍແດນ ຢູ່ທີ່ດ່ານຈໍ ຫລໍທີ່ຂໍສະຫງວນຊື່ຍ້ອນຜູ້ກ່ຽວ ບໍ່ໄດ້ຮັບອະນຸຍາດໃຫ້ຖະແຫຼງ ຕໍ່ສື່ມວນຊົນ. ສ່ວນຄົນ ຂັບລົດເມແລະຜູ້ຊ່ອຍຂອງລາວບໍ່ໄດ້ຮັບບາດເຈັບແຕ່ປະການໃດ.
ລາຍງານທາງເຟສບຸກຂອງສຳນັກຂ່າວເອບີຊີລາວແຈ້ງວ່າ ອຸບັດເຫດດັ່ງກ່າວແມ່ນເກີດ ຂຶ້ນໃນເວລາປະມານ 5 ໂມງເຊົ້າຂອງວັນພະຫັດທີ 2 ມິຖຸນາວານນີ້ ໃນຂະນະທີ່ລົດຄັນ ດັ່ງກ່າວພວມມຸ່ງ ໜ້າໄປສູ່ດ່ານຊາຍແດນນາເພົ້າຈໍຫຼໍ ແຕ່ໄດ້ເກີດລະເບີດລະຫວ່າງທາງ.
ລົດເມທີ່ມີ 45 ບ່ອນນັ່ງຄັນນີ້ແມ່ນພວມຂົນໄມ້ໄປເຮັດເຄື່ອງເຟີນີເຈີ ອີງຕາມຄຳເວົ້າຂອງ ເຈົ້າໜ້າທີ່ ແລະລາວກ່າວຕື່ມວ່າ ຕຳຫຼວດລາວພວມທຳການສືບສວນສອບສວນກ່ຽວກັບ ເລື້ອງນີ້ ແລະໄດ້ມີ ການພົບເຫັນສິ້ນສ່ວນຂອງໝາກກະໂພກຢູ່ໃນບໍລິເວນທີ່ເກີດເຫດ.