ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໕ ພຶດສະພາ ໒໐໒໖

ລັດຖະບານ ກ່າວວ່າ ພົບລີງ 8 ໂຕ ເສຍຊີວິດ ໃນສວນສັດຂອງ ຮົງກົງ

ແຟ້ມຮູບ-ຮູບພາບຂອງລີງຊາກີໜ້າຂາວ ຖືດຂັງຢູ່ສວນສັດ Tierpark ໃນນະຄອນຫຼວງເບີລິນ, ວັນທີ 20 ພຶດສະພາ 2014.
ແຟ້ມຮູບ-ຮູບພາບຂອງລີງຊາກີໜ້າຂາວ ຖືດຂັງຢູ່ສວນສັດ Tierpark ໃນນະຄອນຫຼວງເບີລິນ, ວັນທີ 20 ພຶດສະພາ 2014.

ພົບວ່າ ມີສັດ 8 ໂຕເສຍຊີວິດໃນສວນສັດແຫ່ງນຶ່ງຂອງຮົງກົງ, ລັດຖະບານຂອງເມືອງກ່າວໃນວັນຈັນມື້ນີ້, ອັນເປັນເຫດການທີ່ຫາຍາກໃນຂົງເຂດດ້ານສູນກາງການເງິນແຫ່ງນີ້, ໂດຍມີການຈັດໃຫ້ມີການກວດໃນຫ້ອງທົດລອງເພື່ອຫາສາເຫດຂອງການຕາຍ.

ພະແນກບໍລິການທ່ອງທ່ຽວ ແລະວັດທະນະທຳຂອງຮົງກົງ ກ່າວໃນຖະແຫຼງການສະບັບນຶ່ງວ່າສັດທີ່ເປັນລີງເຊັ່ນ: ລີງ De Brazza, ລີງກະຮອກທຳມະດາ 1 ໂຕ, ລີງ Tamarins ໜ້າຝ້າຍ 3 ໂຕ ແລະ Sakis ໜ້າຂາວ 3 ໂຕ, ພົບວ່າຕາຍຢູ່ໃນສວນສັດ ແລະພືດສາດຂອງເມືອງໃນວັນອາທິດວານນີ້.

ໃນຂະນະທີ່ລໍຖ້າຜົນການກວດສອບ, ພາກສ່ວນສັດລ້ຽງລູກດ້ວຍນົມຂອງສວນສັດຈະຖືກປິດ ນັບຕັ້ງແຕ່ວັນຈັນນີ້ ເພື່ອຂ້າເຊື້ອ ແລະທໍາຄວາມສະອາດ.

“ພວກເຮົາຍັງຄົງຈະຕິດຕາມສະຖານະການສຸຂະພາບຂອງສັດອື່ນໆຢ່າງໃກ້ຊິດ. ໃນລະຫວ່າງໄລຍະເວລານີ້, ຖະແຫຼງການກ່າວໂດຍໃຊ້ຕົວຫຍໍ້ຂອງສວນສັດ ແລະສວນວ່າ ສະຖານທີ່ອື່ນໆຂອງສວນສັດ HKZBG ຈະຍັງຄົງເປີດຢູ່.”

ສວນສັດ ແມ່ນສວນສາທາລະນະທີ່ເກົ່າແກ່ທີ່ສຸດໃນຂົງເຂດແຫ່ງນີ້. ສ້າງຂຶ້ນໃນປີ 1860, ມີນົກປະມານ 158 ໂຕ, ສັດລ້ຽງລູກດ້ວຍນົມ 93 ໂຕ ແລະ ສັດເລືອຄານ 21 ໂຕໃນຄອກປະມານ 40 ຄອກ.

ອ່ານຂ່າວນີ້ເປັນພາສາອັງກິດ

This item is part of

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG