ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

9 ຄົນເສຍຊີວິດ ໃນການລັກລອບ ຂົນສົ່ງຄົນ ເຂົ້າເມືອງຜິດກົດໝາຍ ໃນລັດເທັກຊັດ


ບັນດາເຈົ້າໜ້າທີ່ຕຳຫຼວດ ເມືອງຫຼວງ San Antonio ກຳລັງ
ສືບສວນ ຈຸດເກີດເຫດ ໃນວັນອາທິດ ທີ 23, 2017, ບ່ອນທີ່ 8 ຄົນ ໄດ້ຖືກພົບເຫັນວ່າ ເສຍຊີວິດ ຢູ່ໃນລົດຕູ້ບັນທຸກສິນຄ້າ ທີ່ບັນທຸກ ພວກຄົນ ຢ່າງໜ້ອຍອີກ 30 ຄົນ ຈອດຢູ່ຮ້ານຄ້າ Walmart ຕາກແດດ ໃນລະດູຮ້ອນ ຊຶ່ງທາງການຕຳຫຼວດ ເອີ້ນວ່າ ການຄ້າມະນຸດ ທີ່ໂຫດຮ້າຍ.
ບັນດາເຈົ້າໜ້າທີ່ຕຳຫຼວດ ເມືອງຫຼວງ San Antonio ກຳລັງ ສືບສວນ ຈຸດເກີດເຫດ ໃນວັນອາທິດ ທີ 23, 2017, ບ່ອນທີ່ 8 ຄົນ ໄດ້ຖືກພົບເຫັນວ່າ ເສຍຊີວິດ ຢູ່ໃນລົດຕູ້ບັນທຸກສິນຄ້າ ທີ່ບັນທຸກ ພວກຄົນ ຢ່າງໜ້ອຍອີກ 30 ຄົນ ຈອດຢູ່ຮ້ານຄ້າ Walmart ຕາກແດດ ໃນລະດູຮ້ອນ ຊຶ່ງທາງການຕຳຫຼວດ ເອີ້ນວ່າ ການຄ້າມະນຸດ ທີ່ໂຫດຮ້າຍ.

ຕຳຫຼວດ ໃນລັດ Texas ກ່າວວ່າ ພວກເຂົາເຈົ້າໄດ້ພົບເຫັນ 8 ຄົນທີ່ເສຍຊີວິດ ເມື່ອ
ຕອນເຊົ້າ ວັນອາທິດວານນີ້ ຢູ່ໃນລົດຕູ້ບັນທຸກສິນຄ້າ ທີ່ມີອາກາດຮ້ອນເອົ້າຫຼາຍ
ຈອດຢູ່ໃນເດີ່ນຈອດລົດ ຂອງຮ້ານຄ້າ Walmart. ຜູ້ເຄາະຮ້າຍຄົນທີເກົ້າ ໄດ້ເສຍຊີວິດ
ຢູ່ທີ່ໂຮງໝໍ ໃນເວລາຕໍ່ມາ.

ພາບບັນທຶກຈາກກ້ອງວົງຈອນປິດ ໄດ້ອັດເອົາຮູບ ພວກລົດຍົນ ທີ່ຂັບເຂົ້າໄປຫາ
ລົດຂົນສົ່ງດັ່ງກ່າວ ໃນຕອນກາງຄືນວັນເສົາມື້ກ່ອນ ໂດຍຮັບເອົາພວກຄົນຈຳນວນ
ນຶ່ງ ຈາກລົດຕູ້ສິນຄ້າ ເທື່ອລະຄົນ ຕໍ່ຈາກນັ້ນ ກໍໄດ້ປິດປະຕູ ລົດບັນທຸກສິນຄ້ານັ້ນ
ແລ້ວຂັບລົດອອກໄປ.

ລົດບັນທຸກມະນຸດເປັນສິນຄ້າ ໄດ້ຖືກພົບເຫັນ ຫຼັງຈາກມີຄົນຜູ້ນຶ່ງ ຈາກຕູ້ບັນທຸກສິນຄ້າ
ໄດ້ຂໍກິນນ້ຳ ຈາກພະນັກງານ Walmart. ຊຶ່ງອັນນັ້ນ ໄດ້ນຳພາໃຫ້ຕຳຫຼວດໄປກວດເບິ່ງ
ຊຶ່ງໄດ້ພົບເຫັນວ່າ ມີຜູ້ລອດຊີວິດ ປະມານ 30 ຄົນ ລວມທັງ ເດັກນ້ອຍຢູ່ໃນໄວຮ່ຳຮຽນ
2 ຄົນ ພ້ອມດ້ວຍ ພວກຄົນທີ່ໄດ້ເສຍຊີວິດ ທັງໝົດເປັນຜູ້ຊາຍ. ບັນດາເຈົ້າໜ້າທີ່ ຢູ່
ໂຮງໝໍ ບ່ອນທີ່ບັນດາຜູ້ລອດຊີວິິດ ໄດ້ຖືກນຳສົ່ງໄປນັ້ນ ກ່າວວ່າ 20 ຄົນ ແມ່ນຢູ່ໃນ
ສະພາບ ທີ່ອັນຕະລາຍ.

“ພວກເຮົາກຳລັງເຫັນອາຊະຍາກຳການຄ້າມະນຸດ ຢູ່ໃນຄ່ຳຄືນນີ້” ຜູ້ບັນຊາການ
ຕຳຫຼວດນະຄອນ San Antonio ທ່ານ William McManus ໄດ້ກ່າວໄປ ໂດຍເອີ້ນ
ກໍລະນີດັ່ງກ່າວ ວ່າ “ເປັນໂສກນາດຕະກຳທີ່ໂຫດຮ້າຍ.”

ຜູ້ບັນຊາການ ໜ່ວຍດັບເພີງ ຂອງນະຄອນ San Antonio ທ່ານ Charles Hood
ກ່າວວ່າ ມັນເປັນໄປໄດ້ສູງ ທີ່ຈະບໍ່ມີຜູ້ໃດ ລອດຊີວິດມາໄດ້ ອີກຄ່ຳຄືນນຶ່ງ ຢູ່ໃນຕູ້ລົດ
ບັນທຸກສິນຄ້າ ຫຼັງຈາກມື້ນຶ່ງ ຢູ່ໃນສະພາບອາກາດຮ້ອນ ເຖິງ 38 ອົງສາ Celsius.

ລົດບັນທຸກສິນຄ້າ ມີເຄື່ອງແອເຢັນສຳລັບຕູ້ສິນຄ້າ ແຕ່ລະບົບແອເຢັນຂອງມັນ
ບໍ່ເຮັດວຽກ.

ຊາຍອາຍຸ 60 ປີ ຈາກລັດ Florida ໄດ້ຖືກກ່າວຫາວ່າ ເປັນຄົນຂັບລົດບັນທຸກຄັນ
ດັ່ງກ່າວ ໄດ້ຖືກຈັບກຸມໄວ້ແລ້ວ ແລະ ບັນດາເຈົ້າໜ້າທີ່ ກ່າວວ່າ ລາວຈະປະເຊີນກັບ
ຂໍ້ຫາອາຊະຍາກຳຕ່າງໆ ຢູ່ທີ່ສານ ໃນວັນຈັນມື້ນີ້. ລັດຖະມົນຕີ ກະຊວງຮັກສາ ຄວາມປອດໄພພາຍໃນ ຂອງສະຫະລັດ ທ່ານ John Kelly ໄດ້ໃຫ້ສັນຍາວ່າ
ຈະທຳການສືບສວນສອບສວນ ຢ່າງລະອຽດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG