ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທົ່ວ​ໂລກ ມ​ອດ​ໄຟ​ ສຳ​ລັບ ​ວັນ​ຊົ່ວ​ໂມງ​ໂລກ


ຫໍ​ໄຟ​ເຟ​ລ, ຕຶກ ເອັມ​ພາຍ ສ​ເຕດ, ໂຮງ​ລະ​ຄອນ ຊິດ​ນີ, ປະ​ຕູ ແບ​ຣນ​ເດັນ​ເບີກ, ເມືອງ​
ບູຮານ ອາໂຄຣໂປລິສ ແລະ ສະຖານທີ່ໆສຳຄັນອີກຫຼາຍແຫ່ງ ໄດ້ມອດໄຟມືດຕອນ
8:30 ຕາມເວລາໃນທ້ອງຖິ່ນ, ໃນຄືນວັນເສົາວານນີ້, ສຳລັບວັນ ຊົ່ວໂມງໂລກ ຫຼື
Earth Hour, ເປັນການຮ້ຽກຮ້ອງສຳລັບການດຳເນີນການ ກ່ຽວກັບ ສະພາອາກາດ
ປ່ຽນແປງພາຍໃນທ້ອງຖິ່ນປະຈຳປີ.

ວັນຊົ່ວ​ໂມງ​ໂລກ ແມ່ນຄວາມ​ຄິດ​ຂອງ​ອົງ​ການກອງ​ທຶນ​ສັດ​ປ່າ​ໂລກ ຫຼື້ WWF.

ທ່ານ ລູ ລີ​ໂອ​ນາດ, ຮອງ​ປະ​ທານ​ອາ​ວຸ​ໂສ​ຂອງ​ອົງ​ການ WWF, ພະ​ແນກ​ສະ​ພາບ​ອາ
ກາດ ແລະ ພະລັງງານ ໄດ້ກ່າວວ່າ “ດ້ວຍການມອດໄຟສຳລັບວັນຊົ່ວໂມງໂລກ, ພວກ
ເຮົາສາມາດສະແດງຄວາມໝາຍໝັ້ນທີ່ແນ່ນອນ ເພື່ອປົກປ້ອງຄວບຄົວຂອງພວກເຮົາ,
ຊຸມຊົນຂອງພວກເຮົາ ແລະ ໂລກຂອງພວກເຮົາ ຈາກການໄດ້ຮັບຜົນກະທົບທີ່ອັນຕະ
ລາຍຈາກໂລກທີ່ອຸ່ນຂຶ້ນ. ການຕ້ອງການພະລັງງານ, ອາຫານ ແລະ ນ້ຳຫຼາຍຂຶ້ນໝາຍ
ຄວາມວ່າ ບັນຫານີ້ມີແຕ່ຈະຮ້າຍແຮງຂຶ້ນ, ນອກຈາກວ່າພວກເຮົາຈະເອົາມາດຕະການ
ດຽວນີ້.”

ບຸກ​ຄົນ ແລະ ບໍ​ລິ​ສັດ​ຕ່າງໆ​ໃນ​ທົ່ວ​ໂລກ ໄດ້​ເຂົ້າ​ຮ່ວມ​ໃນ​ການ​ເດີນ​ຂະ​ບວນ​ດົນ​ເຖິງ​ຊົ່ວ
ໂມງ ເພື່ອສະແດງການສະໜັບສະໜູນຂອງເຂົາເຈົ້າ ເພື່ອຕໍ່ສູ້ກັບສະພາອາກາດປ່ຽນ
ແປງ ແລະ ການອະນຸລັກໂລກທຳມະຊາດ.

ອົງ​ການ WWF ໄດ້​ກ່າວ​ວ່າ “ຊີ​ວະ​ນາໆ​ພັນ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ໂລກ, ເຊິ່ງ​ແມ່ນ​ລະ​ບົບ
ນິເວດທີ່ເຊື່ອມໂຍງສຸຂະພາບຂອງມະຫາສະໝຸດ, ແມ່ນ້ຳ ແລະ ປ່າທັງໝາຍກັບຄວາມ
ອຸດົມຮັ່ງມີຂອງຊຸມຊົນ ແລະ ປະເທດຕ່າງໆນັ້ນ, ແມ່ນໄດ້ຖືກຄຸກຄາມ.

ອົງ​ກາ​ນກອງ​ທຶນ​ດັ່ງ​ກ່າວ​ຍັງ​ໄດ້​ລາຍ​ງານ​ວ່າ ປະ​ຊາ​ກອນ​ສັດ​ປ່າ ທີ່​ຖືກ​ສຳຫຼວດ​ໂດຍ​ອົງ
ການ WWF ນັ້ນ “ໄດ້ປະເຊີນກັບການຫຼຸດລົງສະເລ່ຍ 60 ເປີເຊັນໃນໄລຍະເວລາບໍ່
ເຖິງຊົ່ວຊີວິດຂອງຄົນຜູ້ນຶ່ງ, ແລະ ສາຍພັນທີ່ພິເສດ ແລະ ມີຄ່າຫຼາຍສາຍພັນແມ່ນມີ
ຄວາມສ່ຽງທີ່ຈະຫາຍໄປຕະຫຼອດການ.”

ທ່ານ ລີ​ໂອ​ນາດ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອ​ງ​ຖາມ​ຕົນ​ເອງວ່າ ແມ່ນ​ຫຍັງ​ທີ່​ພວກ​ເຮົາ​ມີ​
ຄວາມຍິນດີທີ່ຈະເຮັດ ຫລັງຈາກໄຟຖືກໄຕ້ຂຶ້ນມາຄືນ. ຖ້າພວກເຮົາຮັບເອົາການແກ້
ໄຂຢ່າງກ້າຫານ, ພວກເຮົາຍັງມີເວລາທີ່ຈະເຮັດໃຫ້ສະພາບອາກາດໝັ້ນຄົງ ແລະ ປົກ
ປ້ອງຊຸມຊົນຂອງພວກເຮົາ ແລະ ສັດປ່າທີ່ຫຼາກຫຼາຍ, ລະບົບນິເວດ ແລະ ແຫຼ່ງຊັບພະ
ຍາກອນທຳມະຊາດ ທີ່ຮັກສາພວກເຮົາທຸກຄົນ.”

ອົງ​ການ WWF ໄດ້​ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ຄົນ​ລຸ້ນ​ທຳ​ອິດ​ທີ່​ໄດ້​ຮູ້​ວ່າ​ພວກ​ເຮົາ​ກຳ​ລັງ
ທຳລາຍໂລກ. ແລະ ພວກເຮົາອາດເປັນລຸ້ນຄົນສຸດທ້າຍທີ່ສາມາດເຮັດທຸກຢ່າງ ກ່ຽວ
ກັບ ມັນໄດ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG