ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມຸສລິມ ທົ່ວໂລກ ສະຫລອງບຸນ Eid al-Fitr (ວີດິໂອ/ສະໄລດ໌)


ຊາວມຸສລິມ ສະແດງຄວາມຊື່ນຊົມສະບາຍດີກັນ ລຸນຫລັງທີ່ໄດ້ ພາກັນ​ໄປຮ່ວມ ການພາວະນາໃນຕອນເຊົ້າ ຢູ່ນອກວັດອິສລາມ Abu Hanifa ໃນເຂດ Azamiyah ທາງພາກເໜືອ ບັງກລາແດັສ ໃນວັນທີ 8 ສິງຫາ 2013.
ຊາວມຸສລິມ ສະແດງຄວາມຊື່ນຊົມສະບາຍດີກັນ ລຸນຫລັງທີ່ໄດ້ ພາກັນ​ໄປຮ່ວມ ການພາວະນາໃນຕອນເຊົ້າ ຢູ່ນອກວັດອິສລາມ Abu Hanifa ໃນເຂດ Azamiyah ທາງພາກເໜືອ ບັງກລາແດັສ ໃນວັນທີ 8 ສິງຫາ 2013.
ຊາວມຸສລິມຢູ່ທົ່ວໂລກກໍາລັງສະຫລອງບຸນ Eid al-Fitr ຊຶ່ງ
ເປັນຂີດໝາຍການສິ້ນສຸດລົງ ຂອງເດືອນສັກສິດຖືສິນອົດ
Ramadan.

ພວກສວດມົນພາກັນໄປເຕົ້າໂຮມກັນ ຢູ່ວັດອິສລາມຕ່າງໆ ໃນ
ອິນໂດເນເຊຍ ຊຶ່ງເປັນປະເທດທີ່ມີຊາວມຸສລິມຫລາຍທີ່ສຸດ
ໃນໂລກ ເພື່ອເລີ້ມສະຫລອງບຸນດັ່ງກ່າວໃນວັນພະຫັດມື້ນີ້.
ສ່ວນຢູ່ Saudi Arabia ຊຶ່ງ​ເປັນປະ​ເທດ ທີ່ມີສະຖານທີ່ສັກສິດ ທີ່ສຸດ ຂອງສາສະໜາອິສ ລາມນັ້ນ ກໍໄດ້ເລີ້ມສະຫລອງບຸນ Eid ໃນວັນພະຫັດມື້ນີ້ເຊັ່ນກັນ ພ້ອມກັບຊາວມຸສລິມ ຢູ່ໃນຊີເຣຍ ແລະມາເລເຊຍ.

ຝູງຊົນໄດ້​ພາກັນສວດມົນພາວະນາ ແລະສະຫລອງກັນ ທີ່ຈະຕຸລັດ Tahrir ຂອງນະຄອນ ຫລວງໄຄໂຣ, ໃນຂະນະທີ່ພວກຜູ້ນໍາລັດຖະບານຊົ່ວຄາວຂອງອີຈິບ ພາກັນ​ໄປຮ່ວມ ການພາວະນາ ຢູ່ທີ່ວັດອິສລາມແຫ່ງນຶ່ງ ໃນນະຄອນຫລວງຂອງ​ປະ​ເທດດັ່ງກ່າວ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍໄດ້ອວຍພອນໃຫ້ແກ່ຊາວມຸສລິມ ໃຫ້ ພາກັນ “ສະຫລອງບຸນນີ້ຢ່າງມີຄວາມສຸກແລະມ່ວນຊື່ນ” ໂດຍໄດ້ກ່າວອ້າງວ່າ ປະເພນີສະ ຫລອງບຸນ Ramadan ແມ່ນເປັນງານບຸນທີ່ເຕືອນໃຫ້ຄົນສໍານຶກເຖິງບຸນຄຸນຕໍ່ຄົນອື່ນ ແລະ ມີຄວາມເມດຕາປານີ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ບຸນ Eid al-Fitr ເປັນການການ​ສະຫລອງ​ໃນ​ການ​ເຮັດໃຫ້ຕົນເອງບໍລິສຸດຜຸດຜ່ອງທີ່​ໄດ້ບັນ ລຸໃນໄລຍະຖືສິນອົດ ຂອງ​ເດືອນ Ramadan ຊຶ່ງເປັນເດືອນທີ່ອົດອາຫານຕັ້ງແຕ່ຕາເວັນ ຂຶ້ນຈົນຮອດຕາເວັນຕົກດິນ ​ອັນເປັນນຶ່ງໃນຫ້າເສົາຄໍ້າ ຂອງສາສະໜາອິສລາມ.

ວັນ Eid ເປັນມື້ທໍາອິດຂອງເດືອນ Shawwal ​ໃນສາສະໜາອິສລາມ ແລະເປັນວັນບຸນ ໃຫຍ່ອັນນຶ່ງ. ຍ້ອນວ່າ ວັນບຸນສໍາຄັນຂອງສາສະໜາອິສລາມສ່ວນໃຫຍ່ ແມ່ນຂຶ້ນກັບຈຸດ ທີ່​ແນມ​ເຫັນດວງຈັນ ສະນັ້ນ ເວລາສະຫລອງບຸນດັ່ງກ່າວຢູ່ໃນແຕ່ປະເທດອາດແຕກຕ່າງ ກັນໄປ.

ປະມວນພາບການສະຫລອງບຸນ Eid al-Fitr ຂອງຊາວມຸສລິມ:

XS
SM
MD
LG