ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມຸສລິມທົ່ວໂລກ ສະເຫຼີມ ສະຫຼອງ ເທດສະການ Eid al-Adha ຫຼື ບຸນແຫ່ງການເສຍສະລະ


ພວກມຸສລິມສະແຫວງບຸນ ພາກັນໄປເຕົ້າໂຮມທີ່ພູ Mount Arafat ໃກ້ເມືອງ Mecca ເພື່ອຮ່ວມພິທີ Hajj, ວັນທີ 3 ຕຸລາ 2014.
ພວກມຸສລິມສະແຫວງບຸນ ພາກັນໄປເຕົ້າໂຮມທີ່ພູ Mount Arafat ໃກ້ເມືອງ Mecca ເພື່ອຮ່ວມພິທີ Hajj, ວັນທີ 3 ຕຸລາ 2014.

ຊາວ​ມຸສລິ​ມ​ໃນ​ທົ່ວ​ໂລກ ພາກັນ​ສະ​ເຫຼີ​ມສະຫຼອງ​ວັນ​ລິ​ເລີ້​ມ​
ເທດສະການ​ Eid al-Adha ​ຊຶ່ງ​ເປັນບຸນໃຫຍ່​ທີ່​ສຸດ​ຂອງ​
ສາສະໜາ​ອິສລາມ ຫຼື​ບຸນແຫ່ງ​ການເສຍ​ສະລະ ​ໃນ​ວັນ​ເສົາ
​ວານ​ນີ້.

ພວກ​ນັກສະ​ແຫວ​ງບຸນ ​ຈຳນວນ​ຫຼາຍ​ກວ່າ 2 ລ້ານ​ຄົນ​ ພາ
ກັນເດີນທາງ​ໄປ​ຮອດ​ເມືອງ Mecca ຂອງ Saudi Arabia
ທີ່​ເອີ້ນ​ກັນ​ວ່າ Hajj ນັ້ນ ​ເພື່ອໄປ​ຮ່ວມ​ພິທີ​ສະຫຼອງບຸນ​ດັ່ງ
ກ່າວ.

​ໃນ​ເມືອງ Mina ທີ່​ຕັ້ງ​ຢູ່​ນອກ​ເມືອງ Mecca ​ໃນ​ວັນ​ເສົາ​
ວານນີ້​ ພວກ​ສະ​ແຫວ​ງບຸນໄດ້​ປະກອບສ່ວນ​ໃນພິທີ “​ແກ່ວ​ງກ້ອນ​ຫີນ​ໃສ່​ຜີ​ມານ”
ໂດຍ​ແກ​ວ່ງກ້ອນ​ຫີນ​ນ້ອຍໆ​ໃສ່​ເສົາ​ຫີນ​ໃຫຍ່ ​ໃນ​ການ​ສະ​ແດງ​ອອກ ເລື້ອງ​ລາວ​ໃນ​
ພະ​ຄຳ​ພີ​ ຂອງ​ສາສະດາ Abraham ນັ້ນ.

ບຸນ​ດັ່ງກ່າວ​ລະນຶກເຖິງ​ຄວາມ​ເຕັມ​ໃຈ​ຂອງ Abraham ໃນ​ການສະລະ​ຊີບຂອງ​ລູກ​ຊາຍ
ຂອງ​ທ່ານ​ ໃຫ້​ແກ່​ພະຜູ້​ເປັນ​ເຈົ້າ ​ເພື່ອ​ເປັນການ​ທົດ​ສອບ​ຄວາມເຫຼື້ອມ​ໃສ​ຂອງ​ທ່ານ​ນັ້ນ.

ຊາວ​ມຸສລິ​ມຖື​ກັນ​ວ່າ ຄວນ​ຈະ​ໄປ​ຮ່ວມ​ໃນ​ການສະ​ແຫວ​ງບຸນ​ທີ່ເມືອງ Mecca ນັ້ນ ​ຢ່າງໜ້ອຍ​ເທື່ອ​ນຶ່ງ​ ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ ຖ້າ​ວ່າສາມາດ​ເຮັດ​ໄດ້.

XS
SM
MD
LG