ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານຂອງອີຈິບ ປະຕິເສດຕໍ່ ແຜນການ ລົງປະຊາມະຕິ ຂອງປະທານາທິບໍດີ Morsi (ສະໄລດ໌)


ພວກປະທ້ວງພາກັນຮ້ອງໂຮຄໍາຂວັນຕ່າງໆ ໃນລະຫວ່າງ ການປະທ້ວງ ຢູ່ຕໍ່ໜ້າທໍານຽບປະທານາທິບໍດີ ຢູ່ນະຄອນຫລວງໄຄໂຣ, ວັນທີ 9 ທັນວາ 2012.
ພວກປະທ້ວງພາກັນຮ້ອງໂຮຄໍາຂວັນຕ່າງໆ ໃນລະຫວ່າງ ການປະທ້ວງ ຢູ່ຕໍ່ໜ້າທໍານຽບປະທານາທິບໍດີ ຢູ່ນະຄອນຫລວງໄຄໂຣ, ວັນທີ 9 ທັນວາ 2012.
ກຸ່ມປະສົມຝ່າຍຄ້ານຫົວເສລີນິຍົມຂອງອີຈິບ ໄດ້ປະຕິເສດຢ່າງ
ເປັນທາງການ ຕໍ່ແຜນການຂອງປະທານາທິບໍດີ Mohamed
Morsiທີ່ຈະຈັດໃຫ້ມີການລົງປະຊາມະຕິ ໃນວັນທີ 15 ເດືອນ
ທັນວານີ້ ກ່ຽວກັບລັດຖະທໍາມະນູນສະບັບໃໝ່ ທີ່ສ່ວນໃຫຍ່ແລ້ວ
ແມ່ນພວກພັນທະມິດທີ່ນັບຖືສາສະໜາອິສລາມຢ່າງເຖິງຖອງ
ຂອງທ່ານເປັນຜູ້ຮ່າງຂຶ້ນນັ້ນ.

ໃນຄໍາຖະແຫຼງສະບັບນຶ່ງອອກໃນແລງວັນອາທິດວານນີ້ ໂຄສົກ
ຂອງກຸ່ມ National Salvation Front ກ່າວວ່າ ຮ່າງລັດຖະ
ທໍາມະນູນສະບັບນັ້ນ ບໍ່ໄດ້ເປັນຕົວແທນຂອງ ປະຊາຊົນອີຈິບ
ຢ່າງແທ້ຈິງ. ທ່ານຍັງໄດ້ກ່າວວ່າ ການລົງປະຊາມະຕິ ກ່ຽວກັບ
ເອກະສານສະບັບນີ້ ແມ່ນຈະນໍາໄປສູ່ການປະເຊີນໜ້າກັນຫລາຍ
ຂຶ້ນ ຢູ່ໃນປະເທດ.

ທ່ານ Morsi ກ່າວວ່າ ຈະດໍາເນີນການລົງປະຊາມະຕິ ຕາມກໍານົດທີ່ໄດ້ວາງໄວ້ ໃນດໍາລັດ
ທີ່ປະກາດອອກໃນວັນເສົາແລ້ວນີ້. ທ່ານຍັງໄດ້ທໍາການຍິນຍອມໃຫ້ແກ່ຝ່າຍຄ້ານ ໂດຍໄດ້
ຍົກເລີກຫລາຍໆພາກສ່ວນດໍາລັດ ສະບັບວັນທີ 22 ເດືອນພະຈິກ ທີ່ໄດ້ມອບສິດອໍານາດ
ຢ່າງກວ້າງຂວາງໃຫ້ໂຕທ່ານເອງນັ້ນ. ທ່ານ Morsi ໄດ້ທໍາການປະກາດດັ່ງກ່າວ ຫຼັງຈາກ
ໄດ້ພົບປະຫາລືກັນ ເປັນເວລານຶ່ງມື້ ກັບບັນດານັກການເມືອງນັ້ນ. ແຕ່ບັນດາກຸ່ມຝ່າຍຄ້ານ
ໄດ້ປະທ້ວງ ບໍ່ເຂົ້າຮ່ວມການສົນທະນາຫາລືນັ້ນ.


ຊາວອີຈິບສ່ວນໃຫຍ່ ຫຼາຍໆພາກສ່ວນຫວາດກົວວ່າ ຮ່າງລັດຖະທໍາມະນູນສະບັບນັ້ນ
ຈະຕັດຮອນສິດທິພົນລະເມືອງຂອງເຂົາເຈົ້າ ເພາະມັນສົ່ງເສີມກົດໝາຍອິສລາມ ແລະບໍ່
ໄດ້ມີການກ່າວໂດຍສະເພາະ ເຖິງສິດທິພິເສດໃດໆຂອງພວກແມ່ຍິງເລີຍ. ສະພາຮ່າງລັດ
ຖະທໍາມະ ນູນທີ່ຄອບງໍາໂດຍພວກທີ່ນັບຖືສາສະໜາອິສລາມຢ່າງເຖິງຖອງ ໄດ້ຮັບຜ່ານ
ເອົາເອກະສານດັ່ງກ່າວ ໃນເດືອນແລ້ວນີ້ ຫຼັງຈາກທີ່ສະມາຊິກສະພາທີ່ນັບຖືສາສະໜາ
ຄຣິສ ແລະມີຫົວເສລີນິຍົມ ໄດ້ພາກັນຍ່າງອອກ ແລະຈົ່ມທຸກວ່າ ບໍ່ມີການເອົາຫົວຊາຕໍ່
ຄໍາຄິດເຫັນຂອງພວກເຂົາເຈົ້າ ແຕ່ຢ່າງໃດ.


ກຸ່ມແນວໂຮມກອບກູ້ຊາດ ຫລື National Salvation Front ຂອງຝ່າຍຄ້ານໄດ້ຮຽກຮ້ອງ
ໃຫ້ມີການໂຮມຊຸມນຸມຂະໜາດໃຫຍ່ ໃນວັນອັງຄານມື້ອື່ນນີ້ ເພື່ອປະທ້ວງຕໍ່ຕ້ານການລົງ
ປະຊາມະຕິ. ພວກນັກສັງເກດການບາງຄົນກ່າວວ່າ ຮ່າງລັດຖະທໍາມະນູນສະບັບນັ້ນ ຈະມີ
ໂອກາດສູງ ທີ່ຈະຖືກຮັບຜ່ານເອົາ ເພາະວ່າພັກຂະບວນການພາລະດອນພາບມຸສລິມ
ຂອງທ່ານ Morsi ມີຄວາມສາມາດຫລາຍກ່ວາ ໃນການທີ່ຈະປຸກລະດົມໃຫ້ພວກສະໜັບ
ສະໜຸນ ພາກັນໄປລົງຄະແນນນັ້ນ.







XS
SM
MD
LG