ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ ພະລາດອນພາບ ມຸສລິມ ຢູ່ອີຈິບ ຮຽກຮ້ອງໃຫ້ ປະທ້ວງ ຮອບໃໝ່ (ວີດີໂອ/ສະໄລດ໌)


Egypt Security Moves Against Pro-Morsi Camps
please wait

No media source currently available

0:00 0:01:30 0:00
ລິງໂດຍກົງ

ເລື່ອງກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ເຄືອ​ນ​ເຂົ້າ​ໄປ​ກວດ​ລ້າງ ຄ້າຍຂອງ​ປະ​ທ້ວງ

ກຸ່ມ​ພະລາດອນພາບ​ມຸສລິ​ມຂອງ​ອີ​ຈິບ​ໄດ້​ຮຽກຮ້ອງ​ໃຫ້ພວກ​ສະໜັບ
ສະໜຸນ​ຕົນພາກັນ​ເດີນ​ຂະ​ບວນ​ໃນ​ກຸງ​ໄຄ​ໂຣ ​ໃນວັນ​ພະຫັດ​ມື້​ນີ້ ນຶ່ງ​ມື້
ຫຼັງຈາກ​ການກວດ​ລ້າງ​ໂດຍ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ທີ່​ໄດ້​ສົ່ງ​ຜົນ
​ໃຫ້​ມີ​ຄົນ​ເສຍ​ຊີວິດ ຢ່າງ​ນ້ອຍ 525 ຄົນ​.

ກຸ່ມ​ພະລາດອນພາບ​ເວົ້າ​ວ່າ ການ​ເດີນ​ຂະ​ບວນ​ແມ່ນ​ເພື່ອ​ເປັນ​ການ​
ປະ​ທ້ວງໃນນາມ​ຂອງ​ພວກ​ຖືກ​ສັງຫານ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ
​ເຄືອ​ນ​ເຂົ້າ​ໄປ​ກວດ​ລ້າງ 2 ຄ້າຍຂອງ​ປະ​ທ້ວງ​ໃນ​ກຸງໄຄ​ໂຣ ໃນ​ມື້ວານ​ນີ້.

ຄວາມ​ຮຸນ​ແຮງ​ດັ່ງກ່າວ​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ ຢູ່​ໃນ​ເຂດ​ອື່ນໆ​
ຂອງ​ອີ​ຈິບ ​ໂຮມ​ທັງ​ໃນ ເມືອງ Alexandria ​ແລະ Suez.

ກະຊວງ​ສາທາລະນະ​ສຸກຂອງ​ອີ​ຈິບກ່າວໃນ​ວັນ​ພະຫັດ​ມື້​ນີ້ວ່າ ການ​ຕໍ່ສູ້​ກັນເຮັດ​ໃຫ້​ມີ​ຄົນ​ຕາຍ
​ຢ່າງ​ນ້ອຍ 525 ຄົນ ​ແລະ​ບາດ​ເຈັບຫຼາຍກ່ວາ3.700 ຄົນ. ​ແຕ່​ຝ່າຍ​ພະລາດອນພາບ​ເວົ້າ​ວ່າ
ຫຼາຍກ່ວາ 4.500 ​ເສຍ​ຊີວິດ.

ຖະນົນ​ຫົນທາງ​ໃນ​ກຸງ​ໄຄ​ໂຣ ມີຄວາມສະຫງົບໃນ​ເຊົ້າ​ມື້​ນີ້ ລຸ​ນຫຼັງທີ່​ເຈົ້າ​ໜ້າ​ທີ່​ໄດ້​ປະກາດຫ້າມ​
ອອກ​ນອກ​ບ້ານ​ໃນ​ຍາມກາງຄືນ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຢູ່​ໃນ​ສະພາວະ​ສຸກ​ເສີນເປັນ​ເວລາ​
ນຶ່ງ​ ດືອນ.

ທາງ​ການ​ໄດ້​ເຕືອນ​ມາ​ໄດ້​ຫຼາຍໆ​ມື້​ແລ້ວ​ວ່າ ​ຈະ​ອອກ​ກວດ​ລ້າງ​ທັບ​ມ້າງຄ້າຍປະ​ທ້ວງ​ທັງຫຼາຍ
ບ່ອນ​ທີ່​ພວກ​ປະ​ທ້ວງ​ທີ່​ນໍາພາ​ໂດຍ​ກຸ່ມ​ພະ​ລາດອນ​ພາບ​ມຸສລິ​ມ ​ໄດ້​ພາກັນ​ໂຮມ​ຊຸມນຸມ​ຕໍ່ຕ້ານ
ກອງທັບອີຈິບ ​ແລະ​ການ​ໂຄ່ນ​ລົ້ມປະທາ​ນາທີ​ບໍດີ Mohamed Morsi ນັ້ນ.

ລັດຖະມົນຕີ​ພາຍ ​ໃນ​ ທ່ານ Mohamed Ibrahim ​ໄດ້ກ່າວ​ປ້ອງ​ກັນ ​ການ​ກະທໍາ​ຂອງກອງ
​ກໍາລັງ​ຮັກສາ​ຄວາມ​ປອດ​ໄພວ່າ ພວກ​ເຂົ້າ​ເຈົ້າ​ໄດ້​ໃຊ້​ກໍາລັງນ້ອຍ​ທີ່​ສຸດ​ແລ້ວ ໃນ​ການ​ກວດ​ລ້າງ​
ຄ້າຍ​ປະ​ທ້ວງນັ້ນ ​ແລະ​ໄດ້​ໃຊ້ແຕ່ພຽງ​ແກ໊ສນໍ້າຕາ​ເທົ່າ​ນັ້ນ. ທ່ານ​ໄດ້​ຖີ້ມ​ໂທດໃສ່​ກຸ່ມ​ພະລາດອນ​
ພາບ​ມຸສລິ​ມ ວ່າ​ເປັນ​ໂຕການ​ກໍ່​ສະພາວະວຸ້ນວາຍ​ໃນ​ທົ່ວ​ປະ​ເທດ ໂດຍ​ການ​ຍິງ​ປືນ​ໃສ່​ພວກ​
ຕໍາຫຼວດ ​ໂຈມຕີ​ຕຶກ​ອາຄານຂອງ​ລັດຖະບານ ​ແລະ​ຈູດ​ເຜົາ​ວັດ​ຕ່າງໆ.

ທ່ານ Ibrahim ກ່າວ​ວ່າ ​ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ແມ່ນ​ປະຕິບັດ​ຕາມ​ຄໍາຮຽກຮ້ອງຂອງ
ປະຊາຊົນ​ ທີ່​ຂໍ​ໃຫ້​ນໍາ​ເອົາ​ສະຖຽນ​ລະ​ພາບ​ກັບ​ຄືນ​ສູ່​ປະ​ເທດ.

Egypt's Protest Crackdown Draws Criticism in West, Pro-Morsi Nations
please wait

No media source currently available

0:00 0:02:59 0:00
ລິງໂດຍກົງ
XS
SM
MD
LG