ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Mubarak ອາດຈະ ຖືກປ່ອຍ ອອກຈາກຄຸກ ໃນມື້ນີ້ (ວີດີໂອ/ສະໄລດ໌)


ອະ​ດີ​ດປະທານາທິບໍດີ​ອີ​ຈິບ​ ທ່ານ President Hosni ຍົກມືໃສ່ປະຊາຊົນ
ອະ​ດີ​ດປະທານາທິບໍດີ​ອີ​ຈິບ​ ທ່ານ President Hosni ຍົກມືໃສ່ປະຊາຊົນ
ອະ​ດີ​ດປະທານາທິບໍດີ​ອີ​ຈິບ​ ທ່ານ Hosni Mubarak ອາດ​ຈະ​ຖືກ
​ປ່ອຍ​ຕົວ​ອອກ​ຈາກ​ຄຸກ​ໃນ​ວັນ​ພະຫັດ​ມື້​ນີ້ຊຶ່ງເປັນ​ການ​ເພີ່ມ​ຄວາມ
​ວຸ້ນ​ວາຍ​ໃສ່​ສະຖານະ​ການທີ່​ປັ່ນ​ປ່ວນຂອງ​ປະ​ເທດ​ ໃນ​ປະຈຸ​ບັນ​ນີ້.

ຖ້າ​ຫາກ​ໄດ້​ຮັບ​ອະນຸຍາດໃຫ້​ປ່ອຍ​ຕົວ​ ທ່ານ Mubarak ​ກໍ​ຈະ​ຖືກ​ກັກ
​ບໍ​ລິ​ເວນໃຫ້ຢູ່​ໃນ​ບ້ານ​ເຮືອນ​ອິງຕາມຄໍາ​ສັ່ງໃນ​ວັນ​ພຸດວານ​ນີ້ ​ຂອງ​ນາຍົກລັດຖະມົນຕີອີຈິບ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ອະ​ດີ​ດປະທານາທິບໍດີ​ອີ​ຈິບ ​ໄວ 85
ປີ ທ່ານນີ້​ ຈະ​ໄປ​ຢູ່​ສະຖານ​ທີ່​ແຫ່ງ​ໃດຫຼັງຈາກ​ທີ່​ໄດ້​ຖືກຈໍາ​ຄຸກ​ມາ​ເປັນ
​ເວລາ 2 ປີແລ້ວນັ້ນ.


ທ່ານ Mubarak ຍັງ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ດໍາ​ເນີນ​ຄະດີ ​ໃນຂໍ້​ຫາຄາດ​ຕະກໍາ​ແລະ​ສໍ້​ລາດ​
ບັງ​ຫຼວງ ທີ່​ພົວພັນ​ກັບ​ການ​ຄອງ​ອໍານາດ ​ເປັນ​ເວລາ 30 ປີຂອງທ່ານ ຊຶ່ງຮວມທັງຂໍ້​ຫາຂອການ
ທີ່ທ່ານບໍ່ໄດ້ຫ້າມປາມການສັງຫານພວກ​ປະ​ທ້ວງ​ໃນ​ລະຫວ່າງການລຸກຮືຂຶ້ນ ​ເມື່ອປີ
2011 ທີ່​ໄດ້ຍຸຕິການຄອງອໍານາດຂອງທ່ານນັ້ນ.

ທ່ານໄດ້ຖືກຕັດສິນ​ວ່າ​ມີ​ ຄວາມ​ຜິດ​ໃນ​ຄະດີດັ່ງກ່າວ​ໃນ​ປີ​ກາຍ​ນີ້​ ແລະ​ຖືກ​ຕັດສິນໂທດ​ຈໍາ​ຄຸກ
​ຕະຫຼອດ​ຊີວິດ ​ແຕ່ຕໍ່​ມາ​ສານແຫ່ງ​ນຶ່ງໄດ້​ສັ່ງ​ໃຫ້​ມີ​ການດໍາ​ເນີນ​ຄະດີ​ຄືນ​ໃໝ່ ຊຶ່ງກໍກໍາລັງ
ດໍາ​ເນີນ​ໄປ​ຢູ່​ນັ້ນ ​ເວລາ​ສານ​ກຸງ​ໄຄ​ໂຣ​ແຫ່ງ​ນຶ່ງ​ອອກ​ຄໍາ​ສັ່ງ​ໃຫ້​ປ່ອຍ​ຕົວ​ທ່ານ ​ໂດຍ​ມີ
​ເງື່ອນ​ໄຂ​ດັ່ງກ່າວ.

Impending Release of Egypt's Hosni Mubarak has Political Overtones
please wait

No media source currently available

0:00 0:02:04 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG