ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຈິບ ​ສືບ​ຕໍ່ວຽກ​ງານ​ ປະກອບລັດຖະບານ ທ່າມກາງການຄັດຄ້ານ ຈາກຫລາຍຝ່າຍ (ວີດີໂອ)


ນາຍົກລັດ​ຖະມົນຕີ​ຊົ່ວຄາວ​ຂອງອີ​ຈິບ ທ່ານ Hazem el-Beblawi
ນາຍົກລັດ​ຖະມົນຕີ​ຊົ່ວຄາວ​ຂອງອີ​ຈິບ ທ່ານ Hazem el-Beblawi
ບັນດາ​ຜູ້​ນໍາຊົ່ວຄາວ​ຂອງອີ​ຈິບ ​ຍັງສືບ​ຕໍ່ດໍາ​ເນີນວຽກ​ງານ​
ປະກອບລັດຖະບານ ໃນ​ທ່າມກາງ​ການ​ຄັດຄ້ານ ຈາກຫຼາຍ​
ພັກ​ການ​ເມືອງກ່ຽວ​ກັບ​ວ່າ​ ປະ​ເທດ​ຊາດຄວນ​ຈະກ້າວໜ້າ​
ຕໍ່​ໄປຢ່າງ​ໃດ ຫຼັງ​ຈາກ​ການໂຄ່ນ​ລົ້ມປະທານາທິບໍດີ
Mohamed Morsi ແລ້ວນັ້ນ.

ນາຍົກລັດ​ຖະມົນຕີ​ຊົ່ວຄາວ​ຂອງອີ​ຈິບ ທ່ານ Hazem el-
Biblawi ​ກໍາລັງ​ພິຈາລະນາ​ຊັ່ງຊາ​ເບິ່ງຜູ້​ທີ່​ທ່ານ​ຄວນ​ຈະ​ເລືອກ​
ມາ​ເຂົ້າ​ຮ່ວມ​ໃນ​ຄະນະ​ລັດຖະບານ ​ໃນ​ວັນ​ພະຫັດ​ມື້​ນີ້ ຂະນະ​ທີ່
ກຸ່ມພະລາດອນ​ພາບ​ມຸສລິມ ປະຕິ​ເສດ​ຕໍ່​ການ​ມີ​ບົດບາດ​ໃດ​ໆ
ໃນ​ລັດຖະບານ​ຊຸດ​ໃໝ່ ແລະ​ຕໍາ​ນິຕິ​ຕຽນການອອກ​ໝາຍ​ຈັບ
ພວກຜູ້​ນໍາ​ຂອງ​ພວກ​ເຂົາ​ເຈົ້າໃນວັນ​ພຸດ​ວານ​ນີ້​.
​ໄອ​ຍະ​ການ​ສູງ​ສຸດ​ຂອງ​ອີຈິບ ​ໄດ້​ອອກ​ໝາຍ​ຈັບຫົວໜ້າ​ຂອງກຸ່ມພະລາດອນ​ພາບ​ມຸສລິມ
ທ່ານ Mohammed Badie ພ້​ອມຜູ້​ຮອງນຶ່ງ​ຄົນ ​ແລະສະມາຊິກຄົນ​ອື່ນໆ​ອີກ 8 ຄົນ ຊຶ່ງ​
ທ່ານກ່າວຫາວ່າ ພວກ​ເຂົາ​ເຈົ້າໄດ້ຍຸຍົງ​ໃຫ້​ມີ​ການກໍ່​ຄວາມ​ຮຸນ​ແຮງ​ທີ່​ໄດ້​ສັງຫານ 51 ຄົນ ​
ໃນ​ວັນຈັນ​ແລ້ວ​ນີ້​ ໃນ​ກຸງໄຄ​ໂຣ.

​ໂຄສົກກຸ່ມພະລາດອນ​ພາບ​ມຸສລິມ ​ເອີ້ນ​ກາ​ນອອກ​ໝາຍ​ຈັບ​ນັ້ນວ່າ “​ແມ່ນວິທີ​ການ​ເກົ່າໆ
​ຂອງ​ລັດ​ທີ່ໃຊ້​ອໍານາດຕໍາຫຼວດ”
​ແລະ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປະ​ທ້ວງ​ຢ່າງ​ຂະໜານ​ໃຫຍ່ ​
ໃນ​ວັນ​ສຸກ ມື້​ອື່ນ​ນີ້.​

ຊາວອີຈິບຕິຕຽນສະຫະລັດ ທີ່ບໍ່ປະນາມກອງທັບ ທີ່ໂຄ່ນລົ້ມທ່ານ Morsi:

US Criticized by All Sides in Egypt
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ
ໃນ​ຂະນະ​ດຽວ​ກັນ​ນັ້ນ, ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ດໍາ​ເນີນ​ໄປ​ຕາມແຜນການ​ທີ່​ຈະ​ຈັດ​ສົ່ງ
ເຮືອບິນ​ລົບ F-16 ສີ່​ລໍາ ໄປໃຫ້ອີ​ຈິບ​ ໃນຫຼາຍອາທິດ​ຕໍ່ໜ້າ​ນີ້. ຝູງ​ເຮືອບິນ​ລົບ​ດັ່ງກ່າວ​ນີ້​
ເປັນ​ພາກສ່ວນ​ນຶ່ງ​ຂອງເຮືອບິນ​ລົບ 20 ລໍາ​ທີ່ທາງ​ອີ​ຈິບ ​ຈະ​ໄດ້​ຮັບ​ໃນ​ປີ​ນີ້.

ລັດຖະບານ​ສະຫະລັດ​ກໍາລັງ​ ຊັ່ງຊາ​ຕີລາຄາ​ເບິ່ງ ​ການ​ໂຄ່ນ​ລົ້ມປະທານາທິບໍດີ Morsi ​
ໂດຍ​ກອງທັບ​ໃນ​ອາທິດ​ແລ້ວ​ນີ້ ​ແລະ​ຖ້າ​ຫາກມີ​ການ​ລົງ​ຄວາມ​ເຫັນ​ວ່າ​ ມັນ​ເປັນ​ການ​ກໍ່​
ລັດຖະປະຫານແທ້​ແລ້ວ​ນັ້ນ ສະຫະລັດ​ກໍ​ຈະ​ຕ້ອງໄດ້ຕັດ​ເງິນຊ່ອຍ​ເຫຼືອ ຈໍານວນ 1 ລ້ານ
ໂດ​ລ່າ​ອອກ ຕາມ​ຂໍ້​ບັງຄັບ​ຂອງ​ກົດ​ໝາຍສະຫະລັດ.

​ໂຄ​ສົກ​ປະ​ຈໍາ​ທໍານຽບຂາວ​ທ່ານ Jay Carney ​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ນີ້​ແມ່ນ​ບັນຫາ​
ທີ່​ສະລັບສັບ​ຊ້ອນ ​ແລະມັນ​ກໍ​ບໍ່​ນອນ​ຢູ່​ໃນຜົນ​ປະໂຫຍດອັນ​ດີ​ທີ່​ສຸດຂອງ​ສະຫະລັດ ທີ່​ຈະ
​ປ່ຽນແປງ​ໂຄງການ​ຊ່ອຍ​ເຫຼືອ​ຢ່າງ​ “ໄວວາ ຫຼືໃນ​ທັນທີທັນ​ໃດ​ ໂລດ.”

EGYPT UPD 3 CNPK.mov
please wait
Embed

No media source currently available

0:00 0:03:01 0:00
XS
SM
MD
LG