ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຈິບ ພາກັນ ໄປປ່ອນບັດ ລົງປະຊາມະຕິ ເປັນເວລາ 2 ມື້ (ສະໄລດ໌/ວີດີໂອ)


Egyptians Vote in Constitutional Referendum
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ
ຊາວ​ອີ​ຈິບ ກໍາລັງ​ພາກັນ​ໄປປ່ອນ​ບັດ ລົງປະຊາມະຕິເປັນ​ເວລາ​
ສອງ​ວັນ ​ເພື່ອ​ ​ຕັດສິນ​ໃຈ​ຮັບ​ເອົາຫລືບໍ່ລັດຖະທໍາ​ມະນູນ​ສະບັບ
ໃໝ່ ທີ່​ໃຫ້ການສະໜັບສະໜຸນ ໂດຍລັດຖະບານ​ຊົ່ວຄາວ ທີ່ໄດ້
ຮັບການໜຸນຫລັງ ຈາກພວກທະຫານນັ້ນ.

ບັນດາ​ໜ່ວຍ​ປ່ອນ​ບັດຕ່າງໆ ​ໄດ້​ເປີດຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ອັງ
ຄານ​ມື້​ນີ້ ໃນ​ການ​ປ່ອນ​ບັດທີ່ເບິ່ງກັນວ່າ ​ເປັນການລົງ​ປະຊາ
ມະຕິ ທີ່ມີທ່າທາງວ່າ ຈະເປັນການ​ລົງສະໝັກ​ເປັນ ປະທານ
ທິບໍດີ ​ໂດຍ​ຜູ້ບັນຊາການກອງທັບຂອງອີຈິບ ທ່ານ Adbel
Fattah al-Sisi ​ທີ່​ໄດ້​ຂັບ​ໄລ່ ອະດີດປະທານາທິບໍດີ
Mohamed Morsi ອອກຈາກຕຳແໜ່ງ ​ໃນ​ເດືອນ​ກໍລະກົດ
ປີກາຍນີ້.



ບໍ່ດົນກ່ອນ​ໜ່ວຍ​ປ່ອນ​ບັດ​ເປີດ​ ລະ​ເບີດ​ລູກ​ນຶ່ງໄດ້​ແຕກ​ຂື້ນ​ຢູ່​ນອກ​ຕຶກ​ໂຮງການ ​ສານ ​ໃນ​ເຂດ Giza. ບໍ່​ມີ​ລາຍ​ງານວ່າ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບລົ້ມຕາຍ.

ກຸ່ມ​ນຶ່ງ ​ທີ່​ຮວມ​ທັງພັກ​ພະລາ​ດອນ​ພາບມຸສລິມ ຂອງ​ທ່ານ Morsi ​ໄດ້​ຮຽກຮ້ອງ​ໃຫ້ປະຊາ
ຊົນອີ​ຈິບ ບອຍຄອດຫລືບໍ່ໄປຮ່ວມການລົງປະຊາ​ມະຕິ ​ແລະຈັດການ​ປະ​ທ້ວງ​ແບບ​ສັນຕິ
ຕໍ່ຕ້ານ​ຂັ້ນຕອນດັ່ງກ່າວ ທີ່​ເຂົາ​ເຈົ້າຮ້ອງ​ວ່າບໍ່​ຖືກຕ້ອງ​ຕາມ​ກົດໝາຍນັ້ນ.

ບັນດາ​ນັກວິ​ເຄາະທໍານາຍ​ວ່າ ການລົງປະຊາ​ມະ​ຕິ ເພື່ອຮັບຮອງເອົາຮ່າງລັດຖະ ທໍາ​ມະ
​ນູນດັ່ງກ່າວ ຈະ​ໄດ້ຮັບອະນຸມັດ​ຢ່າງ​ງ່າຍດາຍ.

ການລົງປະຊາມະຕິເພື່ອຮັບຮອງເອົາຮ່າງລັດຖະທຳມະນູນທີ່ວ່ານີ້ ມີຂຶ້ນປະມານ ນຶ່ງປີ
ຫລັງຈາກທ່ານ Morsi ໄດ້ເຊັນຮ່າງລັດຖະທຳມະນູນສະບັບທີ່ແລ້ວໃຫ້ເປັນ ກົດໝາຍ
ຂອງປະເທດ. ຮ່າງລັດຖະທຳມະນູນທີ່ມີການສະເໜີສະບັບໃໝ່ນີ້ຈະກຳ ພາສາຂອງ
ສາສະໜາອິສລາມຢູ່ໃນເອກກະສານທີ່ມີຢູ່ທັງໝົດ ໃຫ້ສິດທິແກ່ພວກ ແມ່ຍິງຫລາຍຂຶ້ນ ແລະເສີມຂະຫຍາຍອຳນາດຂອງພວກທະຫານນຳດ້ວຍ.

XS
SM
MD
LG