ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປ່ອນບັດ ຊາວອີຈິບ ສະໜັບສະໜຸນ ຮ່າງລັດຖະທຳມະນູນ ສະບັບໃໝ່ (ສະໄລດ໌/ວີດີໂອ)


Early Results Show Support in Egypt for a New Constitution
please wait

No media source currently available

0:00 0:01:09 0:00
ລິງໂດຍກົງ

ຜົນການປ່ອນບັດຂັ້ນຕົ້ນ ສະແດງໃຫ້ເຫັນວ່າ ປະຊາຊົນ ສະໜັບສະໜຸນ ຮ່າງກົດໝາຍລັດຖະທຳມະນູນ ສະບັບໃໝ່ ວັນທີ 15 ມັງກອນ 2014

ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຈິບ​ກ່າວ​ວ່າ ຜົນການລົງຄະແນນສຽງ​ຂັ້ນ​ຕົ້ນ
​ສະ​ແດງ​ໃຫ້​ເຫັນ​ວ່າປະຊາຊົນ​ຜູ້ໄປ​ປ່ອນ​ບັດ​ໄດ້​ໃຫ້ການ​ສະໜັບ
ສະ​ໜຸນ​ການ​ລົງປະຊາ​ມະຕິ​ກ່ຽວ​ກັບ​ຮ່າງກົດໝາຍລັດຖະທຳມະ
ນູນ​ສະບັບ​ໃໝ່ຢ່າງ​ຖ້ວມ​ລົ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ແລະ​ສື່​ມວນ​ຊົນ​ຂອງລັດ​ກ່າວ​ວ່າ ຜົນ​ການ​ປ່ອນ
ບັດໃນ​ຂັ້ນ​ຕົ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ໃນ​ຈຳນວນ​ຫລາຍ​
ກວ່າ 90 ​ເປີ​ເຊັນ ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ໄປ​ອອກສຽງ​ເປັນ​ເວລາ
2 ມື້ ​ກ່າວ​ວ່າ ​ເຂົາເຈົ້າເຫັນ​ດີ​ນຳ ​ຮ່າງ​ກົດໝາຍ​ລັດຖະທໍາ​ມະນູນ
​ສະບັບ​ໃໝ່ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ໂດຍ​ລັດຖະບານ​ທີ່​ພວກ
​ທະຫານ​ໜຸນ​ຫຼັງ.

ບັນດາ​ນັກ​ສັງ​ເກດ​ການ​ກ່າວ​ວ່າ ບໍ່​ມີ​ຂໍ້​ສົງ​ໄສ​ໃດໆ​ເລີຍທີ່​ວ່າຮ່າງ​ກົດໝາຍ​ສະບັບ​ໃໝ່​ນີ້ ​ຈະ​
ບໍ່​ໄດ້ຮັບ​ການ​ເຫັນ​ດີ​ ເຫັນພ້ອມນຳ. ຄາດ​ວ່າ​ຜົນ​ຂອງ​ລົງ​ປະຊາ​ມະຕິ​ຢ່າງ​ເປັນ​ທາງ​ການຈະ
ມີການປະກາດໃຫ້ຮູ້ ​ພາຍ​ໃນ​ທ້າຍ​ສັບປະດາ​ນີ້.



ພວກ​ທີ່​ຕິດຕາມ​ເບິ່ງ​ການ​ລົງ​ປະຊາ​ມະຕິ​ແຈ້ງ​ໃຫ້​ຊາບ​ວ່າ ການ​ປ່ອນ​ບັດ​ໃນ​ວັນ​ພຸດ​ວານ​ນີ້​
ສ່ວນ​ໃຫຍ່ແລ້ວແມ່ນ​ດຳ​ເນີນ​ໄປ​ຢ່າງບໍ່​ມີ​ບັນຫາ​ໃດໆ. ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ອັງ
ຄານ​ມື້ກ່ອນ​ນີ້ ​ລະຫວ່າງ​ພວກ​ສະໜັບສະ​ໜຸນ​ ແລະ​ພວກ​ຄັດຄ້ານ​ປະທານາທິບໍດີ Moha-
med Morsi ທີ່​ໄດ້​ຖືກ​ປົດ​ ອອກ​ຈາກ​ຕຳ​ແໜ່​ງ​ໄປ​ນັ້ນ ​ໄດ້​ເຮັດໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​
ຢ່າງ​ໜ້ອຍ 9 ຄົນ.

ພວກ​ທີ່​ນິຍົມ​ພັກ​ພະລາດອນພາບ​ມຸສລິ​ມຂອງ​ທ່ານ Morsi ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນອີ​ຈິບ
​ບໍ່​ໃຫ້​ໄປ​ຮ່ວມ​ໃນ​ການ​ລົງ​ປະຊາ​ມະຕິ ໂດຍ​ເອີ້ນ​ວ່າ ການ​ກະທຳ​ດັ່ງກ່າວ​ ບໍ່​ຖືກຕ້ອງ​ຕາມ​ກົດ
ໝາຍ.

ລັດຖະທຳ​ມະນູນ​ສະບັບ​ໃໝ່​ ຈະ​ໃຊ້ແທນ​ລັດຖະທຳມະນູນ​ທີ່​ນິຍົມສາສະໜາ​ອິສລາມ​ຊຶ່ງ
ໄດ້​ມີການຮັບຮອງເອົາ ​ໃນ​ປີ 2012 ພາຍ​ໃຕ້​ທ່ານ Morsi ຊຶ່ງລັດຖະທຳມະນູນສະບັບນີ້
ໄດ້​ຕັດ​ພາສາຂອງສາສະໜາ​ອິສລາມ​ອອກ​ໄປ ແລະ​ຈະ​ໃຫ້​ສິດ​ ແກ່​ພວກ​ແມ່ຍິງ​ຫຼາຍ​ຂຶ້ນ ​ພ້ອມທັງໃຫ້​ພວກ​ທະຫານ​ ມີ​ອຳນາດ​ຫຼາຍ​ຂຶ້ນນຳດ້ວຍ.

Egypt Referendum
please wait
Embed

No media source currently available

0:00 0:01:09 0:00
XS
SM
MD
LG