ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະນັກງານກູ້ໄພ ອີຈິບ ຄົ້ນພົບ ຜູ້ເສຍຊີວິດ ຈາກເຮືອຜູ້ຍົກຍ້າຍຖິ່ນຖານ ທີ່ຫຼົ້ມ ເພີ່ມເຕີມ


ເຈົ້າໜ້າທີ່ປ້ອງກັນຊາຍຝັ່ງ ອີຈິບ ແລະ ພະນັກງານກູ້ໄພນຳສົບຜູ້ເສຍຊີວິດທີ່ຖືກຄົ້ນພົບຈາກເຮືອຫຼົ້ມທີ່ມີຈຸດໝາຍເດີນທາງໄປ ຢູໂຣບ ຂຶ້ນຝັ່ງໃນເມືອງ Rosetta, ປະເທດ ອີຈິບ, 27 ກັນຍາ, 2016.
ເຈົ້າໜ້າທີ່ປ້ອງກັນຊາຍຝັ່ງ ອີຈິບ ແລະ ພະນັກງານກູ້ໄພນຳສົບຜູ້ເສຍຊີວິດທີ່ຖືກຄົ້ນພົບຈາກເຮືອຫຼົ້ມທີ່ມີຈຸດໝາຍເດີນທາງໄປ ຢູໂຣບ ຂຶ້ນຝັ່ງໃນເມືອງ Rosetta, ປະເທດ ອີຈິບ, 27 ກັນຍາ, 2016.

ພະນັກງານກູ້ໄພຂອງ ອີຈິບ ໃນວັນອັງຄານວານນີ້ໄດ້ດຶງເອົາສົບຂອງຜູ້ຍົກຍ້າຍຖິ່ນຖານ ຫຼາຍກວ່າສິບຄົນ ອອກຈາກຫ້ອງບັນຈຸສິນຄ້າຂອງເຮືອຫາປາລຳໜຶ່ງໃກ້ຊາຍຝັ່ງທະເລ ເມດິເທີເຣນຽນ, ​ເຮັດ​ໃຫ້ຈຳນວນຜູ້ເສຍຊີວິດຈາກໄພພິບັດເມື່ອວັນທີ 21 ກັນຍາ​ເພີ່ມ​ຂຶ້ນ​ເປັນຫຼາຍກວ່າ 200 ຄົນ.

ພວກຜູ້ລອດຊີວິດໄດ້ກ່າວວ່າ ​ເຮື​ອຫາ​ປາ​ທີ່​ບັນຈຸພວກຍົກຍ້າຍຖິ່ນຖານ ​ແໜ້ນ​ເຕັມ​ອັດຕາ ລະຫວ່າງ 450 ຫາ 600 ຄົນລວມທັງແມ່ຍິງ ແລະ ເດັກນ້ອຍຫຼາຍຄົນ ເວລາທີ່​ເຮື​ອລຳ​ດັ່ງ ກ່າວໄດ້ຫລົ້ມ ໃນຕອນ​ເຊົ້າມືດກ່ອນຟ້າແຈ້ງຢູ່ນອກເມືອງທ່າ Rosetta ໃນຂະນະທີ່​ເຮື​ອ ລຳ​ນີ້ມຸ່ງໜ້າໄປທະວີບ ຢູໂຣບ.

ບັນດາເຈົ້າໜ້າທີ່ທະຫານກ່າວວ່າ ຜູ້ເຄາະຮ້າຍສ່ວນໃຫຍ່ ມາຮອດດຽວນີ້ ​ແມ່ນຖືກລະບຸ ວ່າເປັນຊາວ ອີຈິບ ຈາກບໍລິ​ເວນສາມຫຼ່ຽມແມ່ນ້ຳ Nile, ຫຼາຍຄົນໃນນັ້ນແມ່ນພວກໄວລຸ້ນ ທີ່ຊອກຫາຊີວິດການເປັນຢູ່ທີ່ດີກວ່າໃນ ຢູໂຣບ. ແຕ່ລາຍງານຂ່າວໃນທ້ອງຖິ່ນຍັງກ່າວວ່າ ມີຊາວ ອາຟຣິກາ ຈາກຫຼາຍປະເທດ ແລະ ຊາວ ຊີເຣຍ ຈຳນວນ​ໜຶ່ງກໍຮວມຢູ່ໃນພວກຜູ້ທີ່​ເດີນທາງ​ໄປ​ນຳເຮືອລຳ​ນີ້.

ຕຳຫຼວດທ້ອງຖິ່ນໃນວັນຈັນທີ່ຜ່ານມາ ໄດ້ຄວບຄຸມຕົວເຈົ້າຂອງເຮືອລຳດັ່ງກ່າວ, ອີງຕາມ ລາຍງານໃນທ້ອງຖິ່ນ ລາວອາດປະເຊີນໜ້າກັບຂໍ້ຫາ ຄ້າມະນຸດ ແລະ ຂ້າຄົນໂດຍບໍ່ເຈ ຕະນາ.

ອົງການສາກົນເພື່ອການຍົກຍ້າຍຖິ່ນຖານ ຫຼື IOM ກ່າວວ່າ ຜູ້ຍົກ ຍ້າຍຖິ່ນຖານ 3,500 ຄົນໄດ້ເສຍຊີວິດ ຫຼື ຫາຍສາບສູນໃນປີນີ້ ໃນຂະນະທີ່ພະຍາຍາມເດີນທາງຂ້າມທະເລ ເມດິເທີເຣນຽນ. ອົງການ IOM ໄດ້ກ່າວວ່າ ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເກືອບ 600 ຄົນ ຈາກໄລຍະເວລາດຽວກັນໃນປີທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Egyptian Migrant Bodies
please wait

No media source currently available

0:00 0:01:03 0:00

XS
SM
MD
LG