ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ສືບຕໍ່ ການປະທ້ວງ ຢູ່ຈະຕຸລັດ Tahir


ພວກ​ປະ​ທ້ວງຊາວ​ອີຈິບ ພາກັນ​ປຸກ​ຕູບ​ຜາມຕັ້ງຂຶ້ນ ຢູ່ບໍລິ​ເວ​ນ
ຈະ​ຕຸ​ລັດ Tahir ​ແລະ​ຢູ່​ຕໍ່ໜ້າ​ທໍານຽບປະທານາທິບໍດີ
ພວກ​ປະ​ທ້ວງຊາວ​ອີຈິບ ພາກັນ​ປຸກ​ຕູບ​ຜາມຕັ້ງຂຶ້ນ ຢູ່ບໍລິ​ເວ​ນ ຈະ​ຕຸ​ລັດ Tahir ​ແລະ​ຢູ່​ຕໍ່ໜ້າ​ທໍານຽບປະທານາທິບໍດີ
ພວກ​ປະ​ທ້ວງຊາວ​ອີຈິບ ພາກັນ​ປຸກ​ຕູບ​ຜາມຕັ້ງຂຶ້ນ ຢູ່ບໍລິ​ເວ​ນ
ຈະ​ຕຸ​ລັດ Tahir ​ແລະ​ຢູ່​ຕໍ່ໜ້າ​ທໍານຽບປະທານາທິບໍດີຮຽກຮ້ອງ​
ໃຫ້ປະທານາທິບໍດີ Mohamed Morsi ລາ​ອ​ອກຈາກ​ຕໍາ​ແໜ່​ງ.

ພວກ​ປະ​ທ້ວງ​ຈໍານວນ​ນຶ່ງ ພາກັນ​ສາບານໃນ​ວັນ​ພຸດມື້ນີ້​ວ່າ ຈະ​ບໍ່
​ຍ້າຍ​ໜີ​ຈົນ​ກວ່າວ່າ ທ່ານ Morsi ຈະຍົກ​ເລີກ​ດໍາລັດທີ່ທ່ານ​ໄດ້​
ປະກາດ​ໃຊ້ໃນ​ເດືອນ​ແລ້ວ​ນີ້ ​ຊຶ່ງ​ໄດ້​ມອບ​ອຳນາດ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ໃຫ້ ທ່ານ ຢູ່​
ເໜືອຄະນະ​ກວດກາດ້ານ ຕຸລາການນັ້ນ.

​ໃນ​ວັນ​ອັງຄານວານ​ນີ້ ເຈົ້າ​ໜ້າ​ທີ່​ຕໍາ​ຫລວດປາບ​ຈາລະ​ຈົນ ​ໄດ້ຍິງ​ລະ​ເບີດ​ນໍ້າຕາ ​ຂັບ​ໄລ່​ພວກ​ປະ​ທ້ວງ​ຫຼາຍສິບ​ພັນ​ຄົນ ທີ່​ໄປ​ເຕົ້າ​ໂຮມ​ກັນຢູ່​ນອກທໍານຽບປະທານາທິບໍດີ ໃນ​ຂະນະ​ທີ່ທ່ານ Morsi ​ເຮັດ​ວຽກ​ຢູ່​ຂ້າງ​ໃນ. ຕໍາຫລວດ​ໄດ້ພະຍາຍາມ​ສະກັດ​ກັ້ນ ບໍ່​ໃຫ້ ພວກ​ເດີນ​ຂະ​ບວນບຸກ​ເຂົ້າ​ໄປ​ໃນທໍາ​ນຽບປະທານາທິບໍດີ ​ແຕ່​ຕໍ່​ມາ​ບໍ່​ດົນກໍ​ໄດ້​ຖອຍໜີ ​ແລະ​ປ່ອຍ​ໃຫ້​ພວກ​ປະ​ທ້ວງ​ບຸກ​ຜ່ານ​ເຄື່ອງ​ກີດຂວາງ​ທີ່​ຕັ້ງ​ໄວ້ ​ແລະເຂົ້າ​ໄປ​ຈໍາກໍາ​ແພງ ທໍານຽບປະທານາທິບໍດີ. ບັນດາ​ເຈົ້າ​ໜ້າ​ທີ່ອີຈິບ ກ່າວ​ວ່າ ທ່ານ Morsi ​ໄດ້​ໜີ​ໄປ​ຈາກ​ທໍານຽບປະທານາທິບໍດີ ​ໃນ​ຂະນະ​ທີ່​ມີ​ການປະ​ທ້ວງນັ້ນ.

ພວກ​ປະທ້ວງ​ຫລາຍ​ຄົນ ພາກັນ​ຮ້ອງ​ຄຳ​ຂວັນປະນາມ​ລັດຖະບານ ຄື​ກັນ​ກັບ​ໃນ​ເວລາ​ທີ່​ມີການ​ລຸກ​ຮືຂຶ້ນ ​ໂຄ່ນ​ລົ້ມອະດີດ​ປະທາ​ນາ​ທິບໍດີ ຜະ​ເດັດ​ການ ທ່ານ Hosni Mubarak.
ບັນດາ​ຜູ້​ນໍາ​ການ​ປະ​ທ້ວງ ​ຮ້ອງ​ການ​ໂຮມ​ຊຸມນຸມໃນ​ວັນ​ອັງຄານ​ວານນີ້ວ່າ ​ເປັນ​ການ​ເຕືອນ​ທ່ານ Morsi ຄັ້ງ​ສຸດ​ທ້າຍ​ ເພື່ອ​ໃຫ້ທ່ານ​ຖອນດໍາ ລັດ​ດັ່ງກ່າວ. ນອກ​ນັ້ນ​ແລ້ວພວກ​ເຂົາ​ເຈົ້າ​ຍັງ​ຕໍ່ຕ້ານ​ຮ່າງ​ລັດຖະທໍາ​ມະນູນ ທີ່​ຝ່າຍ​ຄ້ານ​ກ່າວ​ວ່າ ຮ່າງຂຶ້ນໂດຍພັກສາ​ສະໜາ
ອິສລາມິກ ​ປາສະຈາກຄວາ​ມ​ເຫັນ​ໃດໆ​ຂອງພວກ​ທີ່​ບໍ່​ນິຍົມ​ດ້ານສາສະໜາ ແລະຫົວເສລີ
ນິຍົມ​ອື່ນ​ໆ.

ກ່ຽວຂ້ອງກັນ

XS
SM
MD
LG