ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງຈຳນວນນຶ່ງ ຖືກປິດລ້ອມ ທີ່ວັດ Al-Fath ຢູ່ໄຄໂຣ (ສະໄລດ໌/ວີດີໂອ)


ພວກປະທ້ວງຕໍ່ຕ້ານທ່ານ Morsi ແລະຕຳຫຼວດປາບຈະລາຈົນ ຢູ່ນອກວັດ al-Fath ໃນບໍລິເວນຈະຕຸລັດ Ramses ຂອງກຸງໄຄໂຣ (17 ສິງຫາ 2013)
ພວກປະທ້ວງຕໍ່ຕ້ານທ່ານ Morsi ແລະຕຳຫຼວດປາບຈະລາຈົນ ຢູ່ນອກວັດ al-Fath ໃນບໍລິເວນຈະຕຸລັດ Ramses ຂອງກຸງໄຄໂຣ (17 ສິງຫາ 2013)
ກຳລັງຮັກສາຄວາມສະຫງົບຂອງອີຈິບ ໄດ້ປິດລ້ອມວັດ ຂອງສາ
ສະໜາອິສລາມທີ່ກຸງໄຄໂຣບ່ອນທີ່ພວກປະທ້ວງປະມານນຶ່ງພັນ
ຄົນ ວາງເຄື່ອງກີດຂວາງ ຕັນພວກເຂົາເຈົ້າໄວ້ ຢູ່ຂ້າງໃນ.

ພວກປະທ້ວງໄດ້ຕົກຄ້າງຢູ່ໃນວັດແຫ່ງດັ່ງກ່າວ ເປັນເວລາຫຼາຍ
ຊົ່ວໂມງ ຫຼັງຈາກມີການເດີນຂະບວນຢ່າງຮຸນແຮງ ທີ່ກຸ່ມພະລາ ດອນພາບມຸສລິມຂອງອີຈິບເວົ້າວ່າຕົນຈະຈັດໃຫ້ມີຂຶ້ນຈົນກວ່າ ຈະມີການແຕ່ງຕັ້ງໃຫ້ປະທານາທິບໍດີທີ່ຖືກໂຄ່ນລົ້ມທ່ານ Moha-
med Morsi ເຂົ້າຮັບຕຳແໜ່ງຄືນໃໝ່ ມີຜູ້ເສຍຊີວິດເກືອບ 100
ຄົນຢູ່ໃນທົ່ວປະເທດໃນການເດີນຂະບວນປະທ້ວງທີ່ນອງເລືອດ
ໃນມື້ວັນສຸກວານນີ້.

Egypt's Muslim Brotherhood Vows a Week Of Protests
please wait

No media source currently available

0:00 0:01:24 0:00
ລິງໂດຍກົງ

ຕຳຫຼວດໄດ້ສະເໜີທີ່ຈະຍົກຍ້າຍພວກແມ່ຍິງອອກຈາກວັດ Al-Fath ທີ່ຕັ້ງຢູ່ໃນບໍລິເວນຈະ ຕຸລັດ Ramses ແຕ່ຢືນຢັດວ່າຈະສອບປາກຄຳພວກຜູ້ຊາຍ. ພວກປະທ້ວງໄດ້ປະຕິເສດຕໍ່ ການສະເໜີດັ່ງກ່າວ ຂອງຕຳຫຼວດ ຈຶ່ງພາໃຫ້ເກີດການປະເຊີນໜ້າກັນ ດ້ວຍຄວາມເຄັ່ງຕຶງ ຂຶ້ນ.



ວັດແຫ່ງດັ່ງກ່າວໄດ້ກາຍເປັນໂຮງໝໍແລະໂຮງເຢັນເກັບສົບຊົ່ວຄາວ ລຸນຫຼັງທີ່ໄດ້ເກີດການ ປະທະກັນຢ່າງຮ້າຍແຮງໃນມື້ວັນສຸກວານນີ້. ກະຊວງພາຍໃນຂອງອີຈິບກ່າວໃນວັນເສົາມື້ ນີ້ວ່າຕຳຫຼວດໄດ້ຈັບກຸມຫຼາຍກວ່າ 1.000 ຄົນ ທີ່ຖືກກ່າວຫາວ່າໃຫ້ມີການສະໜັບສະໜຸນ ຕໍ່ກຸ່ມພະລາດອນພາບມຸສລິມ ລະຫວ່າງການປະທ້ວງ ຢູ່ໃນທົ່ວປະເທດ ມື້ວານນີ້.

ອົງການນິລະໂທດກຳສາກົນ ຮຽກຮ້ອງໃຫ້ທຳການສືບສວນ ຢ່າງເປັນອິດສະຫຼະ ເບິ່ງການ
ນອງເລືອດຢູ່ໃນອີຈິບ. ກຸ່ມປົກປ້ອງສິດທິມະນຸດ ທີ່ມີສຳນັກງານຢູ່ປະເທດອັງກິດກຸ່ມນີ້ເວົ້າ
ວ່າ ການຮັບມືກັບເຫດການຂອງພວກເຈົ້າໜ້າທີ່ ແມ່ນຮ້າຍແຮງ ບໍ່ສົມສ່ວນ.

Analysts See Chaos Continuing in Egypt
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
XS
SM
MD
LG