ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ນາຍົກ ລມຕ ຊົ່ວຄາວ ​ຂອງອີ​ຈິບ ​​ເລີ້ມຕົ້ນປະກອບ​​ ຄະນະ​ລັດຖະບານໃໝ່ (ວິດິໂອ/ສະໄລດ໌)


ນາຍົກລັດຖະມົນຕີຊົ່ວຄາວ ຂອງອີຈິບ ທ່ານ Hazem el-Beblawi
ນາຍົກລັດຖະມົນຕີຊົ່ວຄາວ ຂອງອີຈິບ ທ່ານ Hazem el-Beblawi
ທ່ານ Hazem el-Biblawi ທີ່​ຫາ​ກໍ​ຖືກ​ແຕ່ງ​ຕັ້ງ​ໃໝ່ໆ ​ໃຫ້​ເປັນ
ນາຍົກລັດ​ຖະມົນຕີ​ຊົ່ວຄາວ​ຂອງອີ​ຈິບ ເລີ່​ມ​ເຮັດ​ວຽກໃນ​ການ
ປະກອບຄະນະ​ລັດຖະບານຂອງ​ທ່ານ ທີ່​ສື່​ທາງ​ການຂອງ​ລັດ
​ກ່າວວ່າ ມີ​ລວມທັງແຜນການທີ່​ຈະສະ​ເໜີຕໍາ​ແໜ່​ງ​ໃນ​ຄະນະ​
ລັດຖະບານ ​ໃຫ້​ແກ່​ສະມາຊິກກຸ່ມ ພະລາດອນ​ພາບ​ມຸສລິມ
ແລະ ພັກ Islamist Nour.

ບັນດາ​ພວກ​ຜູ້​ນໍາ​ຊົ່ວ​ຄາວ​ຂອງ​ອີຈິບ ກໍາລັງ​ພາກັນ​ເດີນ​ໜ້າ​
ເພື່ອ​ທໍາ​ການປ່ຽນ​ແປງ​ທາງ​ການ​ເມືອງຢ່າງ​ຮີບ​ດ່ວນ​ ຊຶ່ງ​ຮວມທັງ
ການ​ເອົາ​ບາດກ້າວ​ຕ່າງໆ ​ເພື່ອ​ດັດແກ້ລັດຖະທໍາ​ມະນູນຂອງ​
ປະ​ເທດ ແລະຈັດ​ການ​ເລືອກ​ຕັ້ງສະພາ​ແລະ​ປະທານາທິບໍດີໃໝ່.


ກຸ່ມພະລາດອນ​ພາບ​ມຸສລິມ ແລະ ພັກ Islamist Nour ​ແມ່ນ​ເປັນ​ສ່​ວນ​ນຶ່ງຂອງບັນດາ ກຸ່ມຕ່າງໆ ທີ່ຕໍາ​ນິຕິ​ຕຽນ​ແຜນການ ສໍາລັບການ​ປ່ຽນ​ແປງດັ່ງກ່າ​ວ ທີ່ປະທານາທິບໍດີຊົ່ວ
ຄາວ ທ່ານ Adly Mansour ​ໄດ້​ວາງອອກ ບໍ່​ເທົ່າ​ໃດມື້ຫຼັງ​ຈາກ​ທີ່​ທາງ​ກອງທັບໄດ້​ໂຄ່ນ​
ລົ້ມ ປະທານາທິບໍດີ Mohamed Morsi.

ກຸ່ມ​ແນວ​ໂຮມ​ກູ້​ຊາດ ຫລື National Salvation Front ​ທີ່​ເປັນ​ຝ່າຍ​ຄ້ານ​ໃຫຍ່ຫົວ​ເສລີ​ນິ
ຍົມນັ້ນ​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຕົນ​ບໍ່​ໄດ້​ຖືກ​ປຶກສາ​ກ່ຽວ​ກັບ​ແຜນການ​ດັ່ງກ່າວ ແລະ​ບໍ່​ເຫັນ
​ພ້ອມ​ນໍາ​ບາງສ່ວນຂອງ​ແຜນການ​ນັ້ນ. ກຸ່ມ​ຂະ​ບວນການ​ເຍົາ​ວະ​ຊົນ Tamarud ​ກໍກ່າວ
ວ່າ ພວກ​ຕົນ​ບໍ່ໄດ້​ຖືກ​ປຶກສາ​ເຊັ່ນ​ກັນ ຊຶ່ງ​ທັງ​ສອງ​ກຸ່ມ​ດັ່ງກ່າວ​ວາງແຜນທີ່​ຈະນໍາສະເໜີ​
ການ​ປ່ຽນ​ແປງ​ຫລາຍ​ຢ່າງ ຕໍ່​ແຜນ​ທີ່​ຫົນທາງຂອງ​ທ່ານ​ Mansour ນັ້ນ.

ສ່ວນກຸ່ມພະລາດອນ​ພາບ​ມຸສລິມນັ້ນ ຄັດຄ້ານ​ຕໍ່​ການຈັດ​ຕັ້ງຄະນະ​ລັດຖະບານ​ຊົ່ວຄາວ
ຂຶ້ນ ​ແລະ​ຮຽກຮ້ອງ​ໃຫ້ເອົາທ່ານ Morsi ມາ​ເປັນ​ປະທານາທິບໍດີ​ ຄື​ເກົ່າ​.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານນາງ Jen Psaki ​ໄດ້​ກ່າວ​ໃນ​ວັນ
ອັງຄານວານ​ນີ້​ວ່າ ສະຫະລັດ​ໄດ້​ຕິດ​ຕໍ່​ກັບທາງກຸ່ມພະລາດອນພາບ​ມຸສລິມ ​ແລະ​ກໍ​ໄດ້ຊຸກ​
ຍູ້​ໃຫ້​ກຸ່ມດັ່ງກ່າວ ​ປະກອບ​ສ່ວນ​ໃນ​ການ​ປ່ຽນ​ແປງ​ທາງ​ການ​ເມືອງ​ຂອງ​ອີ​ຈິບຄັ້ງ​ນີ້. ທ່ານ​
ນາງ​ຍັງ​ກ່າວອີກ​ວ່າ ຂັ້ນ​ຕອນ​ທາງ​ການ​ເມືອງ​ໃດໆ​ໃນ​ອິຈິບ​ນັ້ນ​ ແມ່ນ​ຈະ​ຕ້ອງ​ຮວມ​ເອົາທຸກ
​ພັກ​ຝ່າຍ. ​

ວີດິໂອ: ຊາວອີຈິບຍັງແຕກແຍກກັນ ກ່ຽວກັບວິທີແກ້ໄຂບັນຫາການເມືອງ ຂອງປະເທດ:

Egyptians Divided on Way Forward
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ
XS
SM
MD
LG