ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສຍຊີວິດ ເກືອບ 50 ຄົນ ໃນເຫດປະທະກັນ ຢູ່ອີຈິບ (ວີດີໂອ/ສະໄລດ໌)


ເຈົ້າໜ້າ​ທີ່​ອີ​ຈິ​ບ​ເວົ້າ​ວ່າ ການ​ປະ​ທະ​ກັນຫຼາຍບັ້ນ ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ໄປ​ຢ່າງ​ໜ້ອຍ 49 ຄົນ ຂະນະ​ທີ່​ພວກ​ສະໜັບສະໜຸນ​ລັດຖະບານ ​ພາກັນໂຮມ​ຊຸມນຸມ ​ເພື່ອ​ເປັນຂີດ​ໝາຍ​ຄົບຮອບປີ​ທີ່​ສາມ ຂອງ​ການ​ລຸກ​ຮືຂຶ້ນ ​ເພື່ອ​ໂຄ່ນ​ລົ້ມ ທ່ານ Hosni Mubarak.

​ເຈົ້າໜ້າ​ທີ່​ເວົ້າ​ເມື່ອ​ວັນ​ອາທິດ​ມື້ນີ້​ວ່າ ການ​ເສຍ​ຊີວິດ​ເກີດ​ຂຶ້ນ​
ໃນ​ໄລຍະ 24 ຊົ່ວ​ໂມງ ເວລາພວກເຄື່ອນ​ໄຫວຕໍ່​ຕ້ານ​ລັດຖະ
ບານ ​ໄດ້​ຕໍ່ສູ້​ກັບ​ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ແລະພວກຈົງ
ຮັກ​ພັກດີ​ຕໍ່​ລັດຖະບານ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່ ​ແມ່ນ​ເສຍ​ຊີວິດ​ຢູ່
​ໃນ​ເມືອງຫຼວງ​ໄຄ​ໂຣ ບ່ອນ​ທີ່​ປະຊາຊົນຫຼາຍພັນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ ​ເພື່ອ​ສະ​ແດງຄວາມ
ສະໜັບສະໜຸນ​ລັດຖະບານ​ຊຸດ​ປັດຈຸບັນ. ກ່າວ​ກັນ​ວ່າ ​ເກືອ​ບຮອດ 250 ຄົນ ​ໄດ້​ຮັບ​ບາດ​
ເຈັບ​ໃນ​ການ​ປະ​ທະ​ກັນ ຢູ່​ທົ່ວ​ອີ​ຈິບ.

ພວກ​ສະໜັບສະໜຸນ​ລັດຖະບານ ​ໄດ້ໄປ​ອັ່ງ​ອໍກັນ​ຢູ່​ຈະຕຸ​ລັດ Tahrir ​ໃນ​ການໂຮມ​ຊຸມນຸມ
ທີ່ໄດ້​ຮັບອະນຸຍາດ​ຈາກລັດຖະບານ ​ເພື່ອສະ​ເຫຼີມສະຫຼອງ​ວັນ​ຄົບຮອບ​ຂອງ​ການ​ລຸກຮື
ຂຶ້ນ. ບາງ​ຄົນ​ກໍ​ໂບກ​ທຸງແລະ​ໂບກ​ປ້າຍ​ຄໍາ​ຂວັນ ສະ​ແດງ​ການ​ສະໜັບສະໜຸນລັດຖະມົນ
ຕີປ້ອງ​ກັນ​ປະ​ເທດ ​ທີ່​ເປັນ​ຜູ້​ນໍາປະ​ເທດ ​ໃນ​ເວລາ​ນີ້ ຄື ນາຍ​ພົນ Abdel Fatah el-Sissi ​
ຊຶ່ງ​ພວກ​ສະໜັບສະໜຸນທ່ານ ຈໍານວນ​ນຶ່ງ ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ລົງ​ສະໝັກເລືອກ​ຕັ້ງເປັນ
ປະທານາທິບໍດີ.

​ແຕ່​ຢູ່ໃນ​ເຂດ​ອື່ນໆ​ຂອງນະຄອນຫຼວງ​ໄຄ​ໂຣ ​ແລະ​ໃນຫຼາຍໆ​ຫົວ​ເມືອງ ຕໍາຫຼວດ​ໄດ້​ຍິງ​ລະ​
ເບີດ​ນໍ້າຕາ ​ແລະ​ຍິງ​ປືນຂຶ້ນຟ້າ ​ເພື່ອ​ຂັບ​ໄລ່ພວກ​ປະ​ທ້ວງທີ່​ໂຮມ​ຊຸມນຸມ​ກັນ​ຕໍ່ຕ້ານ​ລັດຖະ
ບານ.

ຮູບ​ວີ​ດີ​ໂອສະ​ແດງ​ໃຫ້​ເຫັນ​ ພວກ​ສະໜັບສະໜຸນ​ລັດຖະບານຢູ່​ໃນ​ໄຄ​ໂຣ ພາກັນ​ຂວ່າງກ້ອນ​
ຫິນ​ໃສ່​ພວກ​ຝ່າຍ​ຄ້ານ ທີ່​ໂຮມ​ທັງ​ພວກ​ໜຸນຫຼັງອະດີດ​ປະທານາທິບໍດີ ຫົວ​ອິສລາມ ທ່ານ
Mohamed Morsi ​ແລະ​ພວກທີ່​ຄັດ​ຄ້ານ ລັດຖະບານຊຸດ​ປັດຈຸບັນທີ່​ຝ່າຍ​ທະຫານ​ຕັ້ງຂຶ້ນ
ມາ​ນັ້ນ.

Egypt Unrest
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG