ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ກຳມະການ ສະພາອີຈິບ ອະນຸມັດ ຮ່າງລັດຖະທຳມະນູນ (ສະໄລດ໌ ກັບວີດີໂອ)


ພວກປະທ້ວງ ຕໍ່ຕ້ານລັດຖະບານອີຈິບ ທີ່ຈະຕຸລັດ Tahrir ໃນນະຄອນຫຼວງໄຄໂຣ (30 ພະຈິກ 2012)
ພວກປະທ້ວງ ຕໍ່ຕ້ານລັດຖະບານອີຈິບ ທີ່ຈະຕຸລັດ Tahrir ໃນນະຄອນຫຼວງໄຄໂຣ (30 ພະຈິກ 2012)
ຄະນະກຳມະການ ທີ່ຄອບງຳໂດຍ ພັກສາສະໜາອິສລາມ ໄດ້ໃຫ້
ການອະນຸມັດຕໍ່ຮ່າງລັດຖະທຳມະນູນສະບັບໃໝ່ຂອງອີຈິບຊຶ່ງໃນ
ເວລານີ້ຈະຕ້ອງໄດ້ມີການປ່ອນບັດລົງປະຊາມະຕິໃນທົ່ວປະເທດ.

ຄະນະກຳມະການ ທີ່ໄດ້ຮັບການຄັດຄ້ານບໍ່ຍອມເຂົ້າຮ່ວມ ໂດຍ
ສະມາຊິກ ທີ່ນັບຖືສາສະໜາຄຣິສຕຽນ ແລະຫົວເສລີນິຍົມນິຍົມ
ຫຼາຍໆຄົນນັ້ນຍັງຮັກສາໄວ້ຊຶ່ງຫຼັກການໃຫຍ່ໆຂອງກົດໝາຍສາ
ສະໜາອິສລາມ ໃຫ້ເປັນ ແຫຼ່ງທີ່ມາ ອັນສຳຄັນ ຂອງຮ່າງລັດຖະ
ທຳມະນູນດັ່ງກ່າວ. ຄະນະກຳມະການ ໄດ້ໃຫ້ການອະນຸມັດຢ່າງ
ຟ້າວຟັ່ງຕໍ່ຮ່າງລັດຖະທຳມະນູນທີ່ປະກອບດ້ວຍ 234 ມາດຕາໃນ
ການປະຊຸມ ທີ່ໃຊ້ເວລາ ແຕ່ຕອນບ່າຍ ຂອງວັນພະຫັດ ຫາຕອນ
ເຊົ້າຂອງວັນສຸກມື້ນີ້.

ສະພາອີຈິບໄດ້ເລັ່ງລັດການລົງຄະແນນສຽງເພື່ອຈະໃຫ້ມີການຮັບຮອງເອົາຮ່າງລັດຖະທຳ ມະນູນສະບັບນີ້ ກ່ອນວັນອາທິດ ຊຶ່ງເປັນເວລາທີ່ຄາດກັນວ່າ ຄະນະຕຸລາການສູງສຸດຂອງ ອີຈິບຈະທຳການຕັດສິນກ່ຽວກັບວ່າ ຈະຍຸບຄະນະກຳມະການນີ້ຫຼືບໍ່.



ໃນໄລຍະສອງສາມມື້ ຜ່ານມານີ້ ມີສະມາຊິກຫົວເສລີນິຍົມ ແລະສະມາຊິກ ທີ່ນັບຖືສາສະ ໜາຄຣິສຕຽນປະມານ 30 ຄົນໄດ້ຖອນໂຕອອກຈາກຄະນະກຳມະການເພື່ອເປັນການປະ ທ້ວງຕໍ່ອັນທີ່ພວກເຂົາເຈົ້າເອີ້ນວ່າການຈີ້ບັງຄັບຂັ້ນຕອນຂອງສະມາຊິກພັກສາສະໜາອິສ ລາມທີ່ຈົງຮັກພັກດີຕໍ່ປະທານາທິບໍດີ Mohammed Morsi.

ຜູ້ນຳຂອງອີຈິບໄດ້ສ້າງຄວາມວຸ້ນວາຍທາງດ້ານການເມືອງຂຶ້ນໃນສັບປະດາແລ້ວນີ້ເວລາ ທ່ານໄດ້ມອບອຳນາດໃໝ່ ໃນຂອບເຂດທີ່ກວ້າງຂວາງ ໃຫ້ແກ່ທ່ານເອງ ໂດຍຫ້າມບໍ່ໃຫ້ ຂະແໜງຕຸລາການ ທ້າທາຍຕໍ່ການຕັດສິນໃຈ ຂອງທ່ານ. ທ່ານ Morsi ໄດ້ກ່າວຕໍ່ໂທລະ ພາບຂອງທາງການອີຈິບໃນວັນພະຫັດວານນີ້ວ່າ ດຳລັດສະບັບນີ້ຈະໝົດອາຍຸລົງໃນທັນ ທີຫຼັງຈາກປະຊາຊົນໄດ້ໄປປ່ອນບັດລົງຄະແນນສຽງເພື່ອຮັບຮອງລັດຖະທຳມະນູນ.

ປະຊາຊົນຊາວອີຈິບທີ່ມີຄວາມໂກດແຄ້ນ ໃນການສວຍໂອກາດ ມອບອຳນາດໃຫ້ຕົນເອງ ຂອງປະທານາທິບໍດີ Morsi ໄດ້ໂຮມຊຸມນຸມປະທ້ວງ ມາໄດ້ຫຼາຍກວ່ານຶ່ງອາທິດແລ້ວ. ມີ 2 ຄົນເສຍຊີວິດ ແລະອີກຫຼາຍຮ້ອຍຄົນໄດ້ຮັບບາດເຈັບໃນການເດີນຂະບວນຢູ່ໃນທົ່ວປະ ເທດ.

ກ່ຽວຂ້ອງກັນ

XS
SM
MD
LG