ເຈົ້າໜ້າທີ່ອີຈິບກ່າວວ່າ ມີຕໍາຫຼວດຄົນນຶ່ງໄດ້ຖືກຍິງຕາຍ ໃນລະ
ຫວ່າງການປະຕິບັດງານຕໍ່ຕ້ານກຳລັງປະກອບອາວຸດຢູ່ໃນເຂດ
ຊານເມືອງຂອງກຸງ Cairo ໃນຕອນເຊົ້າມືດຂອງວັນພະຫັດມື້ນີ້.
ໂທລະພາບຂອງທາງການອີຈິບ ລາຍງານວ່າ ກອງກໍາລັງຮັກສາ
ຄວາມປອດໄພໄດ້ບຸກເຂົ້າໄປໃນບ້ານ Kerdasah ໃນເຊົ້າມື້ນີ້
ໂດຍໄດ້ຍິງລະເບີດນໍ້າຕາເຂົ້າໃສ່ ແລະປະທະກັບພວກຫົວຮຸນແຮງ.
ເຈົ້າໜ້າທີ່ກ່າວວ່າ ທະຫານພວມຊອກຄົ້ນຫາ ເພື່ອຈະຈັບກຸມ
ພວກທີ່ຮັບຜິດຊອບໃນການໂຈມຕີປ້ອມຕໍາຫຼວດໃນເດືອນ
ແລ້ວນີ້ ທີ່ໄດ້ສັງຫານເຈົ້າໜ້າທີ່ 11 ຄົນນັ້ນ.
ຄວາມຮຸນແຮງໃນເດືອນແລ້ວນີ້ ທີ່ບ້ານ Kerdasah ຊຶ່ງເປັນທີ່ໝັ້ນຂອງພວກມຸສລິມ
ຫົວຮຸນແຮງ ແມ່ນເກີດຂຶ້ນໃນເວລາບໍ່ເທົ່າໃດຊົ່ວໂມງຫຼັງຈາກກອງກໍາລັງຮັກສາຄວາມ
ປອດໄພໄດ້ບຸກໂຈມຕີ 2 ຄ້າຍຂອງສະໜັບສະໜຸນປະທານາທິບໍດີທີ່ຖືກໂຄ່ນລົ້ມ
ທ່ານ Mohamed Morsi.
ມີຢ່າງນ້ອຍ 1 ພັນຄົນ ໄດ້ຖືກສັງຫານ ໃນລະຫວ່າງທີ່ທະຫານປາບປາມພວກຫົວຮຸນແຮງ
ແລະ ພວກສະໜັບສະໜຸນ ທ່ານ Morsi ພ້ອມທັງພັກພະລາດອນພາບມຸສລິມ. ເຈົ້າໜ້າທີ່
ອີຈິບໄດ້ອະທິບາຍເຖິງການກວດລ້າງນີ້ວ່າ “ເປັນການເຮັດສົງຄາມຕໍ່ພວກກໍ່ການຮ້າຍ.”
ໃນການເນັ້ນໜັກເຖິງການຂົ່ມຂູ່ດັ່ງກ່າວ ເຈົ້າໜ້າທີ່ຂອງອີຈິບໄດ້ກ່າວໃນວັນພະຫັດມື້ນີ້ວ່າ
ພວກເຂົາເຈົ້າໄດ້ພົບເຫັນລະເບີດ 2 ລູກທີ່ຍັງບໍ່ທັນແຕກ ຊຶ່ງເປັນລະເບີດທີ່ຫຼ້າສະໄໝແລ້ວ
ໄດ້ຖືກນຳໄວ້ວາງໃສ່ລາງລົດໄຟໃຕ້ດິນ ໃນກຸງ Cairo. ສື່ຂອງລັດຖະບານແຈ້ງວ່າ ລົດໄຟ
ໃຕ້ດິນບາງສາຍ ໄດ້ຖືກປິດລົງ ໃນຂະນະທີ່ທາງການທໍາການສືບສວນຢູ່ນັ້ນ.