ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພິຈາລະນະຄະດີ ຜູ້ນໍາກຸ່ມພະລາດອນພາບ ມຸສລິມອີຈິບ ຖືກເລື່ອນເວລາ ອອກໄປ (ວີດິໂອ)


ຜູ້ນໍາທາງດ້ານຈິດໃຈ ຂອງກຸ່ມພະລາດອນພາບມຸສລິມອີຈິບ ທ່ານ Mohamed Badie ໃນກອງປະຊຸມຖະແຫລງຂ່າວ ບັ້ນນຶ່ງ ຢູ່ສໍານັກງານໃຫຍ່ຂອງກຸ່ມພະລາດອນພາບ ທີ່ນະຄອນຫລວງໄຄໂຣ, ວັນທີ 8 ທັນວາ 2012.
ຜູ້ນໍາທາງດ້ານຈິດໃຈ ຂອງກຸ່ມພະລາດອນພາບມຸສລິມອີຈິບ ທ່ານ Mohamed Badie ໃນກອງປະຊຸມຖະແຫລງຂ່າວ ບັ້ນນຶ່ງ ຢູ່ສໍານັກງານໃຫຍ່ຂອງກຸ່ມພະລາດອນພາບ ທີ່ນະຄອນຫລວງໄຄໂຣ, ວັນທີ 8 ທັນວາ 2012.
ການ​ດໍາ​ເນີນ​ຄະດີທ່ານ Mohamed Badie ຜູ້​ນໍາ​ທາງ​ດ້ານ​
ຈິດ​ໃຈ​ຂອງ​ກຸ່ມ​ພະລາດອນພາບ​ມຸສລິ​ມ ກັບ​ຜູ້​ຮອງ​ຂອງ​ທ່ານ​
ສອງ​ຄົນ ​ໃນ​ຂໍ້​ຫາ​ຍຸຍົງ​ສົ່ງ​ເສີມ​ໃຫ້​ມີ​ການ​ກໍ່ຄວາມ​ຮຸນ​ແຮງ
​ເຖິງ​ຕາຍ ​ໃນ​ລະຫວ່າງ​ການ​ປະ​ທ້ວງ​ຕິດ​ຕໍ່​ກັນ​ຫລາຍໆ​ມື້
ລ່ວງ​ໜ້າການ​ໂຄ່ນ​ລົ້ມ​ປະທານາທິບໍດີ Mohamed Morsi ​
ໂດຍ​ກອງທັບ​ນັ້ນ ​ໄດ້​ຢຸດ​ລົງ ບໍ່​ເທົ່າ​ໃດ​ນາທີ​ຫລັງ​ຈາກ​ທີ່​ໄດ້
​ເລີ້ມ​ຂຶ້ນ ​ໃນ​ວັນ​ອາທິດ​ມື້​ນີ້.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບຸກຄົນ​ທັງ​ສາມ​ບໍ່​ໄດ້​ຖືກ​ນໍາ​ມາ​ຂຶ້ນ​ສານ ຍ້ອນ​ເຫດຜົນ​ດ້ານ
​ຄວາມ​ປອດ​ໄພ.

ການ​ພິຈາລະນາ​ຄະດີ​ຄັ້ງ​ຕໍ່​ໄປ​ໄດ້​ກໍານົດ​ໃສ່ ວັນ​ທີ 29 ​ເດືອນ​ຕຸລາ.

ຜູ້​ຄົນ​ຈໍ​ານວນ​ນຶ່ງ ເບິ່ງ​ເຫັນ​ທ່ານ ​Badie ວ່າ ​ເປັນ​ກໍາລັງ​ຂັບ​ດັນ​ຢູ່​ເບື້ອງ​ຫລັງການ​ຖືກ
ເລືອກ​ເປັນ​ປະທານາທິບໍດີ​ຂອງ​ທ່ານ Morsi ທີ່​ຖືກ​ກອງທັບ​ປົດ​ອອກ​ຈາກ​ອໍານາດ ​ເມື່ອ​
ວັນ​ທີ 3 ກໍລະກົດ ຜ່ານ​ມາ ລຸນ​ຫລັງ​ການ​ປະ​ທ້ວງ​ຢ່າງ​ຂະໜານ​ໃຫຍ່​ເປັນ​ເວລາ​ຫລາຍ​
ອາທິດ ​ໂດຍ​ຊາວ​ອີ​ຈິບທີ່​ບໍ່ພໍ​ໃຈ​ນໍາ​ການ​ປົກຄອງ​ຂອງ​ທ່ານ.

ວີດິໂອ: ການກວດລ້າງຂອງທະຫານ ສົ່ງຜົນໃຫ້ການປະທ້ວງລຸດນ້ອຍລົງ:

Crackdown Affects Cairo Protests
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ
XS
SM
MD
LG