ກອງກຳລັງຮັກສາຄວາມປອດໄພ ຂອງອີຈິບ ໄດ້ສັງຫານ 12 ຄົນ
ລວມທັງ ນັກທ່ອງທ່ຽວຊາວເມັກຊິໂກຈຳນວນນຶ່ງ ຫຼັງຈາກທີ່ເຂົ້າ
ໃຈຜິດ ໂດຍເປີດສາກຍິງເຂົ້າໃສ່ ພວກນັກທ່ອງທ່ຽວ ໃນຂະນະທີ່
ກຳລັງໄຫລ່ຕິດຕາມພວກກໍ່ການຮ້າຍ ຢູ່ໃນທະເລຊາຍ ທາງພາກ
ຕາເວັນຕົກຂອງປະເທດ.
ກະຊວງການຕ່າງປະເທດ ເມັກຊິໂກ ກ່າວວ່າ ຢ່າງນ້ອຍ 2 ຄົນ
ຜູ້ຖືກຂ້າຕາຍ ແມ່ນເປັນພົນລະເມືອງເມັກຊິໂກ.
ອີຈິບ ກ່າວໃນຖະແຫລງການສະບັບນຶ່ງວ່າ ຜູ້ທີ່ເສຍຊີວິດ ແມ່ນ
ຊາວເມັກຊິໂກ ແລະ ຊາວອີຈິບ ແຕ່ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວ
ກັບວ່າ ຄົນສັນຊາດໃດ ມີຈຳນວນທໍ່ໃດ.
ຖະແຫລງການນັ້ນ ຍັງກ່າວອີກວ່າ ບໍລິເວນບ່ອນທີ່ບັນດານັກທ່ອງທ່ຽວ ໄປນັ້ນ “ເປັນເຂດ ຕ້ອງຫ້າມບໍ່ໃຫ້ນັກທ່ອງທ່ຽວເຂົ້າໄປ.”
ທ່ານ Rasha Azazi ໂຄສົກກະຊວງທ່ອງທ່ຽວຂອງອີຈິບ ກ່າວວ່າ ບໍລິສັດທ່ອງທ່ຽວທີ່ກ່ຽວຂ້ອງ ບໍ່ມີໃບອະນຸຍາດຖືກຕ້ອງ ແລະ ບໍ່ໄດ້ແຈ້ງໃຫ້ບັນດາເຈົ້າໜ້າທີ່ ຊາບວ່າ ບັນດານັກທ່ອງທ່ຽວ ຈະເຂົ້າໄປໃນບໍລິເວນ Farafra. ທ່ານ Azazi ກ່າວຕໍ່ອົງການຂ່າວ AP ວ່າ ການເດີນທາງໄປຍັງ ບໍລິເວນ Farafra ທັງໝົດ ຈະຕ້ອງໄດ້ຮັບອະນຸມັດຈາກບັນດາເຈົ້າໜ້າທີ່ກ່ອນ.
ເອກອັກຄະລັດຖະທູດ ເມັກຊິໂກ ປະຈຳອີຈິບ ທ່ານ Jorge Alvarez Feuntes ໄດ້ເດີນທາງໄປຢ້ຽມຢາມ ຊາວເມັກຊິໂກ 5 ຄົນ ທີ່ລອດຊີວິດຈາກເຫດການດັ່ງກ່າວ ຢູ່ທີ່ໂຮງໝໍ Dar el-Fouad ໃນເຂດຊານເມືອງຂອງນະຄອນໄຄໂຣ.
ປະທານາທິບໍດີ ເມັກຊິໂກ ທ່ານ Enrique Pena Nieto ຮຽກຮ້ອງໃຫ້ດຳເນີນການສືບສວນສອບສວນ ກ່ຽວກັບເຫດການຮ້າຍແຮງເຖິງແກ່ຊີວິດດັ່ງກ່າວ.