ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອຸທອນອີຈິບ ສັ່ງໃຫ້ດຳເນີນຄະດີ ທ່ານ ມູບາຣັກ ຄືນໃໝ່


ທ່ານ ມູບາຣັກ ອະດີດປະທານທິບໍດີອີຈິບ ອາຍຸ 86 ປີ ແລະ ລູກຊາຍສອງຄົນ ທີ່ຢູ່ໃນຫ້ອງຂັງ.
ທ່ານ ມູບາຣັກ ອະດີດປະທານທິບໍດີອີຈິບ ອາຍຸ 86 ປີ ແລະ ລູກຊາຍສອງຄົນ ທີ່ຢູ່ໃນຫ້ອງຂັງ.

ສານ​ອຸທອນ​ອີ​ຈິບ​ແຫ່ງ​ນຶ່ງ ກ່າວ​ວ່າ ປະທານາທິບໍດີ ທ່ານ Hosni
Mubarak ທີ່​ຖືກ​ໄດ້​ຂັບ​ໄລ່​ອອກຈາກ​ໜ້າ​ທີ່ ​ແລະ​ລູກຊາຍ​ຂອງ
​ທ່ານ ​ສອງ​ຄົນ ຈະ​ໄດ້​ຮັບ​ການດຳເນີນຄະດີຄືນໃໝ່ ໃນຖານຍັກ
​ຍອກ​ເງິນ ທີ່​ເຮັດ​ໃຫ້​ເຂົາ​ເຈົ້າໄດ້​ຖືກ​ຕັດ ສິນລົງ​ໂທດ ຕິດຄຸກເປັນ
ເວລາ​ຫລາຍໆ​ປີ​ ໃນ​ປີ​ແລ້ວ​ນີ້.

ສານໃນ​ນະຄອນ​ໄຄ​ໂຣ ​ໄດ້​ປະກາດ​ການ​ຕັດສິນ ​ໃນ​ວັນ​ອັງຄານ
ມື້​ນີ້​ວ່າ ການ​ເຄຶ່ອນ​ໄຫວນີ້ ຈະຫລຸດຜ່ອນໂທດ ຕໍ່​ການຕັດສິນ​ລົງ
ໂທດ​ແຕ່ພຽງອັນດຽວທີ່​ຍັງ​ຄ້າງ​ຄາຢູ່ຕໍ່ທ່ານ Mubarak. ສານ​ບໍ່
​ໄດ້​ກ່າວ​ວ່າ ທ່ານ​ຈະ​ຖືກ​ປ່ອ​ຍ​ໂຕ​ໃຫ້ເປັນ ອິດສະຫຼະດ້ວຍ​ການ
ປະກັນ​ໂຕ ​ໃນ​ຂະນະ​ທີ່​ລໍຖ້າ​ການ​ດຳ​ເນີນ​ຄະດີຢູ່ນັ້ນ. ​

ສານ​ຊັ້ນ​ຕົ້ນ ​ໄດ້​ພົບ​ເຫັນ​ວ່າ ຜູ້​ຊາຍ​ທັງ​ສາມ​ມີ​ຄວາມ​ຜິດ ​ໃນ​ເດືອນ​ພຶດສະພາ ​ປີກາຍ
ໂດຍ​ກ່າວ​ວ່າ​ ເຂົາ​ເຈົ້າໄດ້ຍັກ​ຍອກ​ເງິນ​ປະມານ 17 ລ້ານ​ໂດ​ລາ ທີ່​ມີ​ກຳນົດ​ຈະນຳ​ໃຊ້ໃນ
​ບູລະນະ​ສ້າງສາທຳນຽບປະທານາທິບໍດີ.

ທ່ານ Mubarak ອາຍຸ 86 ປີ ​ພວມຮັບໃຊ້​ໂທດ​ເປັນ​ເວລາ​ສາມ​ປີ ຢູ່​ທີ່ໂຮງໝໍ​ທະຫານ ​
ໃນ​ຂະນະ​ທີ່​ລູກ​ຊາ​ຍຂອງ​ທ່ານ ທ້າວ Alaa ​ແລະ ທ້າວ Garmal ຕ່າງກໍໄດ້​ຖືກ​ຕັດສິນ​
ລົງ​ໂທດ ຄົນລະສີ່​ປີ.

ນອກນັ້ນ ອະດີດ​ປະທານາທິບໍດີ Mubarak ຍັງ​ປະ​ເຊີນ​ໜ້າ​ກັບ ການ​ດຳ​ເນີນ​ຄະດີ​ຄືນ​
ໃໝ່ ທີ່​ພົວພັນ​ກັບ​ການ​ເສຍ​ຊີວິດ​ຂອງ​ພວກ​ປະ​ທ້ວງ ​ໃນ​ລະຫວ່າງ​ທີ່​ມີ​ການລຸກຮື​ຂື້ນໃນ
​ປີ 2011 ທີ່​ເຮັດໃຫ້ການ​ກຳ​ອຳ​ນາດ​ມາ​ເປັນ​ເວລາ 30 ປີຂອງ ທ່ານສິ້ນສຸດລົງ.

​ໃນ​ຂັ້ນ​ຕົ້ນ ທ່ານ​ໄດ້​ຖືກ​ພົບເຫັນວ່າມີຄວາມຜິດໃນຄະດີ​ດັ່ງ​ກ່າວ ​ແລະ​ໄດ້​ຖືກຕັດສິນ​ລົງ​ໂທດໃຫ້​ຕິ​ດຄຸກ​ຕະຫລອດ​ຊີວິດ ​ໃນ​ປີ 2012 ​ແຕ່ຫລັງ​ຈາກ​ນັ້ນ​ຕໍ່​ມາ​ ຄຳ​ຕັດສິນໄດ້ຖືກ
ຕ່າວປີ້ນ​ ​ແລະ​ສານ​ໄດ້​ຍົກເລີກຂໍ້​ຫາ​ໃນ​ເດືອນ​ພະຈິກ. ບັນດາ​ໄອ​ຍະ​ການ ​ໄດ້ຂໍ​ອຸທອນ
ຕໍ່ການ​ຍົກເລີກ​ດັ່ງກ່າວນີ້.

EGYPT MUBARAK VO
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG