ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ ​ອີ​ຈິບ ໂຈະ ການເຮັດວຽກ ຢ່າງບໍ່ມີກຳນົດ


ພວກສະໜັບສະໜຸນປະທານາທິບໍດີ Morsi ຂະນະໂຮມຊຸມກັນຢູ່ນອກ ບໍລິເວນສານສູງສຸດລັດຖະທໍາມະນູນ
ພວກສະໜັບສະໜຸນປະທານາທິບໍດີ Morsi ຂະນະໂຮມຊຸມກັນຢູ່ນອກ ບໍລິເວນສານສູງສຸດລັດຖະທໍາມະນູນ
ສານ​ສູງ​ສຸດ​ຂອງ​ອີ​ຈິບ ​ໄດ້​ເລື່ອນ​ເວລາ ​ການ​ຮັບ​ຟັງ​ພິດ​ຈາລະ​ນາ ບັ້ນນຶ່ງອອກ​ໄປເພື່ອ​ກວດ​ສອບ​ເບິ່ງ​ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ​ ຂອງ​ສະມາຊິກ​ສະພາອີ​ຈິບທີ່​ຄອບ​ງໍາ​ໂດຍ​ພັກ​ສາສະໜາ​ອີສລາມ​ ຊຶ່ງ​ເປັນກຸ່ມທີ່​ຮ່າງ​ລັດ ຖະທໍາ​ມະນູນສະບັບໃໝ່​ຂຶ້ນມາ ທີ່​ຈະ​ໃຫ້​ປະຊາຊົນ​ລົງປະຊາ​ມະຕິນັ້ນ.

ສານ​ໄດ້​ອ້າງ​ເຫດຜົນ ກ່ຽວ​ກັບໜ້າ​ທີ່ການ​ບໍລິຫານງານຂອງ​ສານ ສໍາລັບ​ການ​ເລື່ອນເວລາ​ໃນ​ວັນ​ອາທິດ​ມື້​ນີ້.

ການ​ປະກາດເລື່ອນ​ເວລາ​ດັ່ງກ່າວ​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ສະໜັບ​ສະ​ໜຸນປະທານາທິບໍ ດີ Mohamed Morsi ​ທັງ​ຫຼາຍ​ໄດ້​ພາກັນໂຮມ​ຊຸມນຸມອ້ອມ​ສານລັດຖະທໍ​າມະນູນສູງ​ສຸດ​ຂອງ​ອີ​ຈິບ. ​ເວລາ​ນີ້​ສານ​ສູງ​ສຸດ​ຍັງ​ຍັງ​ບໍ່​ເປີດ​ເຜີຍ​ໃຫ້​ຊາບ​ເທື່ອ​ວ່າ ການ​ພິດ​ຈາລະ​ນາ​ກ່ຽວ​ກັບ​ເລື່ອງ​ດັ່ງກ່າວຈະ​ກໍານົດ​ໃສ່​ມື້​ໃດ.

​ໃນ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ສະມາຊິກ​ສະພາ​ທີ່​ເປັນຊາວ​ຄຣີສຕຽນ​ແລະພວກ​ຫົວ​ເສລີນິຍົມ​ ປະມານ 30 ຄົນ ​ໄດ້​ພາກັນບອຍຄອດ​ບໍ່​ເຂົ້າຮ່ວມ​ການປະ ຊຸມ​ຂອງ​ສະພາ ​ເພື່ອ​ປະ​ທ້ວງ​ໃນ​ສິ່ງ​ທີ່​ພວກ​ເຂົາ​ເ​ຈົ້າ​ເອີ້ນ​ວ່າ ການຈີ້ຂັ້ນ ຕອນ​ໃນ​ການ​ຮ່າງ​ລັດຖະທຳ​ມະນູນໂດຍສະມາ ຊິກ​ພັກ​ສາສະໜາ​ອີສລາມ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ປະທານາທິບໍດີ Morsi ນັ້ນ.

ການ​ຕັດສິນ​ໃຈ​ຂອງ​ສານ​ຄັ້ງ​ນີ້ ບໍ່​ວ່າ​ຮູບ​ການຈະ​ເປັນ​ໄປໃນ​ທາງ​ໃດ ​ແມ່ນ ຈະເປັນ​ການ​ທ້າ​ທາຍ​ໂດຍ​ກົງ​ຕໍ່​ປະທານາທິບໍດີ Morsi ຜູ້​ທີ່ເດືອນ​ຜ່ານ​ມາ ​ໄດ້ລວບອໍານາດແທບ​ວ່າ​ເກືອບ​ທັງ​ໝົດ ​ໃຫ້​ທ່ານ​ເອງ ໂດຍ​ເຮັດ​ໃຫ້​ທ່ານ ເອງແລະສະພາ​ຮ່າງ​ລັດຖະທຳ​ມະນູນ ​ມີ​ອໍານາດຢູ່ເໜືອ​ການ​ຄວບ​ຄຸມ​ທຸກ​ຢ່າງ ​ໂຮມ​ທັງຝ່າຍຕຸລາການ​ນັ້ນນໍາ.
XS
SM
MD
LG