ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຜູ້ຊາຍອີຈິບ ທີ່ຖືກທຸບຕີ ໃນສະພາບໂປ້ ກ່າວວ່າ ຕໍາຫລວດເປັນຄົນເຮັດ (ສະໄລດ໌ ກັບວິດິໂອ)


ເຈົ້າໜ້າທີ່ຕໍາຫລວດຈູດເຜົາ ເຕັ້ນນອນຂອງພວກປະທ້ວງ ທີ່ກຸງໄຄໂຣ ຢູ່ຕໍ່ໜ້າ ທໍານຽບປະທານາທິບໍດີ.
ເຈົ້າໜ້າທີ່ຕໍາຫລວດຈູດເຜົາ ເຕັ້ນນອນຂອງພວກປະທ້ວງ ທີ່ກຸງໄຄໂຣ ຢູ່ຕໍ່ໜ້າ ທໍານຽບປະທານາທິບໍດີ.
ຜູ້ຊາຍອີຈິບຜູ້ນຶ່ງທີ່ຖືກແກ້ເສື້ອອອກ ໃຫ້ເປືອຍ​ໂຕ ແລະຖືກທຸບ
ຕີ ຢູ່ໃນການ ປະທ້ວງທີ່ກຸງໄຄໂຣໃນອາທິດແລ້ວນີ້ ​ໄດ້​ຍອມຮັບ
ວ່າ ຕໍາຫລວດເປັນຜູ້ທໍາ ຮ້າຍລາວ ຊຶ່ງ​ການ​ໂຈມ​ຕີ​ດັ່ງກ່າວໄດ້
ຖືກບັນທຶກພາບ​ເອົາ​ໄວ້ ແລະໄດ້ກະຕຸ້ນ ໃຫ້ເກີດຄວາມໂກດ
ແຄ້ນ ​ໄປທົ່ວທັງປະເທດ.

ກ່ອນໜ້ານີ້ ຊາຍ​ຜູ້​ເຄາະ​ຮ້າຍ ທີ່​ຊື່ Hamada Saber ອາຍຸ
40 ປີ ໄດ້ ກ່າວຫາ ພວກປະທ້ວງດ້ວຍກັນວ່າ ທໍາການທຸບຕີ
ລາວ ໃນວັນສຸກແລ້ວນີ້ ຢູ່ນອກທໍານຽບປະທານາທິບໍດີ ບ່ອນ
ທີ່ພວກເຂົາເຈົ້າ​ໄດ້​ໄປ​ໂຮມ​ຊຸມນຸມ​ປະ​ທ ທ້ວງ ​ເພື່ອປະນາມ
ລັດຖະບານອິສລາມ ທີ່ນໍາພາໂດຍປະທານາທິບໍດີ
Mohamed Morsi ນັ້ນ.
ເບິ່ງວີດິໂອກ່ຽວຂ້ອງ:


ແຕ່ວ່າ ໃນການໃຫ້ສໍາພາດຕໍ່ເຄືອຂ່າຍໂທລະພາບຂອງອີຈິບ ໃນວັນອາທິດວານນີ້ ຜູ້ກ່ຽວ
ໄດ້ປ່ຽນຄໍາ​ໃຫ້ການຂອງຕົນ ​ແລະຍອມຮັບວ່າ ຕໍາຫລວດປາບຈາລະຈົນເປັນຄົນເຮັດ. ເຫດການດັ່ງກ່າວໄດ້ຖ່າຍທອດສົດ ອອກທາງໂທລະພາບຂອງອີຈິບແລະໄດ້ສະແດງໃຫ້
ເຫັນຢ່າງຈະແຈ້ງວ່າ ມີຕໍາຫລວດ ທີ່ໃສ່ໝວກກັນນອັກ ​ເຕະຕີຜູ້ຊາຍຄົນ​ນັ້ນ ແລ້ວກໍລາກ
ລາວ​ໄປ​ກັບ​ພື້ນ ໃນຂະນະທີ່ເປືອຍກາຍຢູ່ນັ້ນ.

ປະມວນພາບການປະທ້ວງຢູ່ອີຈິບໃນອາທິດແລ້ວນີ້:



ກ່ຽວຂ້ອງກັນ

XS
SM
MD
LG