ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ຈັບຜູ້ນຳ ອະວຸໂສ ຂອງພັກ ພະລາດອນພາບ ມຸສລິມ (ວີດີໂອ)


Essam el-Rian
Essam el-Rian
ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ທຳ​ການ​ຈັບ​ກຸມ ​ສະມາຊິກ​ຂັ້ນ​ອາວຸ​ໂສ​
ຂອງ​ພັກພະລາດອນພາບ​ມຸສລິ​ມທ່ານ​ນຶ່ງໃນ​ຂະນະ​ທີ່​ສືບ​ຕໍ່​
ທຳ​ການ​ທັບ​ມ້າງ​ກຸ່ມ​ດັ່ງກ່າວ ຫຼັງ​ຈາກ​ພວກ​ທະຫານ​ຂັບ​ໄລ່
​ອະດີດ​ປະທານາທິບໍດີ Mohamed Morsi ອອກ​ຈາກ​ຕຳ
​ແໜ່​ງ.

ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຈັບ​ກຸມ​ທ່ານ Essam
el-Erian ຮອງ​ຜູ້ນຳ​ຝ່າຍການ​ເມືອງ​ ຂອງ​ພັກ​ພະລາດອນ
ພາບ ຢູ່​ທີ່​ບ້ານ​ພັກ​ຂອງ​ຜູ້ກ່ຽວ​ໃນ​ກຸງ​ໄຄ​ໂຣ ​ໃນ​ວັນ​ພຸດມື້​ນີ້.
ທ່ານ Essam el-Erian ໄດ້​ທຳ​ການ​ລີ້​ຊ່ອນ​ໂຕ​ມາ ​ແລະ
ເປັນ​ນຶ່ງ​ໃນ​ບັນດາເຈົ້າໜ້າ​ທີ່​ອາວຸ​ໂສ​ຂອງພັກ​ພະລາດອນ
ພາບ ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ ທີ່​ຍັງ​ບໍ່ທັນ​ຖືກ​ຈັບ​ເທື່ອ.

EGYPT ARREST VO
please wait
Embed

No media source currently available

0:00 0:00:55 0:00


ພວກ​ຜູ້ນຳພັກ​ພະລາດອນພາບ​ຫຼາຍ​ຮ້ອຍ​ຄົນຮວມທັງ​ທ່ານ Morsi ​ໄດ້​ຖືກ​ຈັບ​ກຸມນັບຕັ້ງ
​ແຕ່​ເດືອນ​ກໍລະກົດ​ຜ່ານ​ມາ ແລະ​ຖືກ​ກ່າວ​ຫາ​ໃນ​ຖານ​ຍຸຍົງ​ກໍ່​ຄວາມ​ຮຸນ​ແຮງຂຶ້ນ. ບັນດາຜູ້​ສະໜັບສະໜຸນ​ ຜູ້ນຳ​ທີ່​ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ ​ໄດ້​ພາກັນ​ທຳ​ການ​ປະ​ທ້ວງ​ຢ່າງຂະ ໜານ​ໃຫຍ່ທວງ​ໃຫ້​ທ່ານ​ Morsi ກັບມາ​ດຳ​ລົງ​ຕຳ​ແໜ່​ງຄືນ​ອີກ. ການ​ເດີນ​ຂະ​ບວນປະ​ທ້ວງ​ບາງ​ຄັ້ງ​ໄດ້​ກາຍ​ເປັນ​ເຫດການ​ຮຸນ​ແຮງ​.

ປະຊາຊົນ​ຈຳນວນ​ຫລາຍ​ກວ່າ 1 ພັນ​ຄົນ ສ່ວນ​ຫລາຍເປັນ​ພວກຫົວ​ນິຍົມ​ສາສະໜາ​ອິສ
ລາມໄດ້​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ກັບ​ພວກ​ເຈົ້າ​ໜ້າ​ທີ່.

​ໃນ​ວັນ​ອັງຄານ​ວານ​ນີ້ ພວກ​ຜູ້​ພິພາກສາ 3 ທ່ານ ທີ່​ເປັນ​ປະທານ​ ໃນ​ການ​ດຳ​ເນີນ​ຄະດີ
​ສະມາຊິກ​ພັກ​ພະລາດອນພາບ 35 ຄົນ​ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ໂດຍ​ກ່າວ​ວ່າ ພວກ ​
ເຂົາ​ເຈົ້າມີຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃຈກ່ຽວ​ກັບ​ການ​ດຳ​ເນີນ​ຄະດີ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ
ທີ່​ເຈາະ​ຈົງ.

ເບິ່ງວີດີໂອກ່ຽວຂ້ອງ:

US Lawmakers Question Wisdom of Withholding Military Aid to Egypt
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
XS
SM
MD
LG