ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບອີຈິບ ເຕືອນ ກ່ຽວກັບ ວິກິດການ ທາງການເມືອງ (ສະໄລດ໌ ແລະວິດິໂອ)


ພວກປະທ້ວງທີ່ຕໍ່ຕ້ານ ປະທານາທິບໍດີ Mohamed Morsi ເຕົ້າໂຮມກັນຢູ່ໃກ້ກັບລົດຖັງຂອງທະຫານ ໃນຂະນະທີ່ເຂົ້າຮ່ວມ ເດີນຂະບວນ ໃນຍາມຄໍ່າຄືນທີ່ຫ້າມອອກເຮືອນ ຢູ່ເມືອງ Port Said ໃນວັນທີ 28 ມັງກອນ 2013.
ພວກປະທ້ວງທີ່ຕໍ່ຕ້ານ ປະທານາທິບໍດີ Mohamed Morsi ເຕົ້າໂຮມກັນຢູ່ໃກ້ກັບລົດຖັງຂອງທະຫານ ໃນຂະນະທີ່ເຂົ້າຮ່ວມ ເດີນຂະບວນ ໃນຍາມຄໍ່າຄືນທີ່ຫ້າມອອກເຮືອນ ຢູ່ເມືອງ Port Said ໃນວັນທີ 28 ມັງກອນ 2013.
ຜູ້ນຳທະຫານຂອງອີຈິບໄດ້ເຕືອນວ່າ ວິກິດການທາງການເມືອງ
ຢູ່ໃນປະເທດດັ່ງກ່າວ ອາດນໍາໄປສູ່ການ “ພັງທະລາຍລົງຂອງ
ປະເທດໄດ້.” ທ່ານ Abdel-Fattah el-Sissi ທີ່ເປັນລັດຖະ
ມົນຕີກະຊວງປ້ອງກັນ ປະເທດ ໄດ້ໃຫ້ຄໍາເຫັນດັ່ງກ່າວ ໃນວັນ
ອັງຄານມື້ນີ້ ໃນລະຫວ່າງການ ກ່າວຄໍາປາໄສ ຢູ່ທີ່ໂຮງຮຽນ
ກຽມນາຍຮ້ອຍທະຫານ.

ການໃຫ້ຄໍາເຫັນດັ່ງກ່າວ ໄດ້ມີຂຶ້ນລຸນຫຼັງການຄໍ່າຄືນຂອງການ
ປະທ້ວງ ໂດຍພວກເດີນຂະບວນຕໍ່ຕ້ານລັດຖະບານຈໍານວນ
ຫລາຍຮ້ອຍຄົນທີ່ພາ ກັນອັ່ງອໍຢູ່ຕາມຖະໜົນຫົນທາງ ໃນຫົວ
ເມືອງຕ່າງໆຂອງອີຈິບ ຊຶ່ງເປັນການທ້າທາຍ ຕໍ່ການປະກາດ
ພາວະສຸກເສີນ ແລະການຫ້າມອອກນອກ ບ້ານໃນຍາມກາງ
ຄືນທີ່ໄດ້ປະກາດໃຊ້ເພື່ອຄວບຄຸມບໍ່ໃຫ້ມີການກໍ່ຄວາມວຸ້ນວາຍ
ຕໍ່ຕ້ານລັດຖະບານນັ້ນ.

ຊາວອີຈິບ ໄດ້ພາກັນໂຮມຊຸມນຸມກັນ ທີ່ເມືອງ Ismailia, Port Said, ແລະ Suez ລຸນ ຫລັງທີ່ການປະກາດຫ້າມອອກນອກບ້ານໃນຍາມກາງຄືນເລີ້ມມີຜົນບັງຄັບໃຊ້ເປັນຄັ້ງທໍາ ອິດ ໃນວັນຈັນມື້ວານນີ້. ປະທານາທິ ບໍດີ Mohamed Morsi ໄດ້ອອກດໍາລັດປະກາດ ໃຊ້ພາວະສຸກເສີນໃນວັນຜ່ານມານີ້.

ເບິ່ງວີດິໂອກ່ຽວຂ້ອງເລື້ອງນີ້:



ໃນມື້ວັນຈັນວານນີ້ ພວກປະທ້ວງໃນຫລາຍຫົວເມືອງໄດ້ພາກັນສະແດງປະຕິກິລິຍາ ຕອບໂຕ້ດ້ວຍຄວາມໂກດແຄ້ນຕໍ່ການປະກາດພາວະສຸກເສີນ ທີ່ມີຜົນບັງຄັບໃຊ້ເປັນເວ ລາຢ່າງໜ້ອຍນຶ່ງເດືອນ.

ພວກປະທ້ວງໃນກຸງໄຄໂຣໄດ້ແກວ່ງກ້ອນຫີນ ໃສ່ຕໍາຫລວດປາບຈະລາຈົນ ທີ່ຕອບໂຕ້ ຄືນດ້ວຍການລະດົມຍິງລະເບີດນໍ້າຕາເຂົ້າໃສ່ພວກປະທ້ວງ. ພວກເຫັນເຫດການ ຍັງ ລາຍງານໃຫ້ຊາບອີກວ່າ ມີການກໍ່ຄວາມວຸ້ນວາຍຂຶ້ນ ຢູ່ໃນເມືອງ Port Said ແລະເມືອງ Suez ນຳດ້ວຍ.

ເບິ່ງສະໄລດ໌ສະພາບຫລ້າສຸດໃນອີຈິບ:


XS
SM
MD
LG