ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. Hollande ແຫ່ງຝຣັ່ງ ຢືນຢັນ ກ່ຽວກັບ ເຮືອບິນ ຂອງສາຍການບິນອີຈິບ ຕົກ


Egypt AIR
please wait
Embed

No media source currently available

0:00 0:01:19 0:00

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້ຢືນຢັນ​ວ່າ​ເຮືອບິນ​ສາຍ​ການບິນ​ອີ ຈິບ​ແອທີ່​ໄດ້ຫາຍ​ສາບ​ສູນ​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ພວມ​ເດີນທາງ​ສູ່​ອີ​ຈິບຈາກ​ນະຄອນຫຼວງ ປາຣີ ນັ້ນ ​ໄດ້​ຕົກ.

“ພວກ​ເຮົາ​ຕ້ອງຄ້ຳປະກັນ​ວ່າ ​ພວກ​ເຮົາຮູ້​ທັງ​ໝົດ​ກ່ຽວກັບ​ສາ​ເຫດວ່າ​ແມ່ນ​ຫຍັງ​ໄດ້ເກີດ​ຂຶ້ນ​ ຈະ​ບໍ່​ມີ​ການ​ປະຕິ​ເສດ​ຫຼື​ເຫັນ​ພ້ອມ​ກັບ​ສົມມຸດ​ຖານ​ໃດໆ​ກ່ຽວ​ກັບ​ເລື້ອງ​ນີ້.” ທ່ານ​ໄດ້​ກ່າວ​ຕໍ່​ປະ​ເທດ​ຊາດ​ທາ​ງ​ໂທລະພາບ.

​ເຮືອບິນ​ລຳ​ດັ່ງກ່າວ ​ໄດ້​ບິນ​ລ້ຽວກັບ​ຢ່າງ​ກະທັນ ​ແລະ​ເດັ່ງ​ລົງ​ຢ່າງໄວ ກ່ອນ​ທີ່​ຈະ​ຫາຍໄປ​ຈາກ​ເຣດາ ອີ​ງຕາມ​ຄຳ​ເວົ້າຂອງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ກຣິສ ທ່ານ Panos Kamennos ​ທີ່​ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ.

ທ່ານ Kamennos ​ໄດ້​ກ່າວ​ວ່າ “ມັນ​ໄດ້​ລ້ຽວ 90 ອົງສາ ​ໄປ​ທາງ​ຊ້າຍ​ມື ​ແລະ 360 ອົງ ສາລ້ຽວ​ໄປ​ທາງ​ຂວາ ບິນຫລຸດ​ລະດັບ​ຕ່ຳ ລົງຈາກ 38 ພັນ ຫາ 15 ພັນຟິຕ ​ແລະ​ຈາກ​ນັ້ນ​ມັນ​ກໍ​ໄດ້ຫາຍ​ຕົວ​ໄປ ​ໃນ​ລະດັບປະມານ 10 ພັນຟິຕ.

​ຄະນະ​ກູ້​ໄພ​ຂອງກຣິສ ແລະ​ອີ​ຈິບ ກຳລັງຊອກ​ຄົ້ນ​ຫາ ​ເຮືອບິນ​ທີ່ຫາຍ​ໄປນີ້ ຊຶ່ງ​ມີ​ຜູ້​ໂດຍ ສານ 66 ຄົນ ​ແລະ​ຈຸ​ບິນ​ໃນ​ເຮືອບິນ​ລຳ​ດັ່ງກ່າວ​.

ໃນພາບ: ລໍຖ້າຟັງຂ່າວທີ່ສະໜາມບິນນາໆຊາດ Cairo

​ເຈົ້າ​ໜ້າ​ທີ່ ກຣິສ ​ໄດ້​ກ່າວ​ວ່າ ການ​ຄົ້ນ​ຫາ​ທີ່​ວ່າ​ນີ້ ​ແມ່ນ​ມີ​ຂຶ້ນ​ໃນ​ທະ​ເລປະມານ 130​ ໄມ ທະເລ ທາງພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເກາະ Karpathos.

ທ່ານ Jean-Marc Ayrault ລັດຖະມົນຕີ​ການ​ຕ່າງປະ​ເທດຝຣັ່ງ ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໃນ​ນະຄອນຫຼວງ​ປາຣີວ່າ ຝຣັ່ງຈະ​ໃຫ້ການ​ຊ່ອຍ​ເຫຼືອ​ທັງ​ເຮືອບິນ​ແລະ​ເຮືອ ຕ່າງໆ
​ໃນ​ການ​ຊອກ​ຄົ້ນ​ຫາ ​ແລະ​ພວກ​ເຂົາ​ເຈົ້າ​ຍັງ​ຈະ​ສືບ​ຕໍ່​ກຳກັບປະຕິ​ບັດ​ງານ​ໃກ້ຊິດ​ກັບ​ເຈົ້າ​ໜ້າ​ທີ່​ອີ​ຈິບ. “ພວກ​ເຮົາ​ຍັງ​ເກັບ​ກຳ​ລາຍ​ລະອຽດກ່ຽວ​ກັບ​ປະ​ຫວັດ​ຄອບ​ຄົວຂອງ​ພວກ ​ທີ່ໄດ້​ຮັບ​ເຄາະ​ຮ້າຍ​ ຊຶ່ງ​ນັ້ນ​ແມ່ນ​ບູຣິມະ​ສິດ​ອັນ​ສຳຄັນ ...ຊຶ່ງ​ນັ້ນ​ແມ່ນ​ເຫດຜົນ​ທີ່​ພວກ ເຮົາກຳລັງຕິດ​ຕໍ່​ພົວ ພັນກັບ​ເຈົ້າ​ໜ້າ​ທີ່​ອີ​ຈິບ.”

ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ທັງ ຝຣັ່ງ ​ແລະ​ກຣິສ ຕ່າງ​ກໍ​ພາກັນ​ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ ມາ​ຍັງ​ຄອບຄົວ​ຂອງ​ພວກ​ເຄາະ​ຮ້າຍ​ທັງຫຼາຍ ໃນ​ຄັ້ງ​ນີ້ດ້ວຍ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG