ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກອິສລາມ ຊະນະ ການລົງປະຊາມະຕິ ຮອບທໍາອິດ ໃນອີຈິບ


ເຈົ້າໜ້າທີ່ ກໍາລັງນັບບັດ ຈາກການລົງປະຊາມະຕິ ທີ່ນະຄອນຫຼວງໄຄໂຣ ຂອງອີຈິບ.
ເຈົ້າໜ້າທີ່ ກໍາລັງນັບບັດ ຈາກການລົງປະຊາມະຕິ ທີ່ນະຄອນຫຼວງໄຄໂຣ ຂອງອີຈິບ.
​ຊາວ​ອີ​ຈິບ​ຊຸດທໍາ​ອິດ ທີ່​ໄປ​ລົງ​ປະຊາ​ມະຕິ​ ກ່ຽວ​ກັບ​ລັດຖະທໍາ​ມະນູນໃໝ່​ ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງ ກັນ ທີ່​ໜຸນຫຼັງ​ໂດຍ​ປະທານາທິບໍດີ Mohamed Morsi ​ແລະ​ພວກ​ພັນທະ​ມິດສາ​ສະໜາ​ອິສລາມ​ຂອງ​ທ່ານ ໄດ້ຮັບຮອງ​ເອົາ​ເອກະສານ​ດັ່ງກ່າວດ້ວຍ​ສຽງ​ສະໜັບສະໜຸນ
ທີ່​ສູ​ສີ​ກັນ​. ສ່ວ​ນຊາວ​ອີ​ຈິບ​ຄົນ​ອື່ນໆທີ່​ບໍ່​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ເສົາ​ວານ​ນີ້ ​ແມ່ນ​ຈະ​ມີ​ໂອກາດໃນ​ວັນ​ເສົາ​ທີ່ 22 ທັນວາ​ອາທິດ​ໜ້າ​ນີ້.

ພັກ​ເສລີພາບ ​ແລະຍຸຕິ​ທໍາ ຫຼື Freedom and Justice ຂອງ​ປະທານາ ທິບໍດີ Morsi ​ແລະ​ ​ຝ່າຍ​ຄ້ານກຸ່ມນຶ່ງ ທີ່ອ້າງ​ເຖິງຜົນ​ການ​ນັບ​ບັດ​ທີ່​ບໍ່​ເປັນ​ທາງ​ການ ກ່າວ​ວ່າ ປະມານ 56 ​ເປີ​ເຊັນ​ຂອງ​ພວກ​ປ່ອນ​ບັດ ໄດ້​ຮັບຮອງ ​ເອົາລັດຖະທໍາ​ມະນູນ ​ໃນ​ຂັ້ນ​ທໍາ​ອິດຂອງ​ການ​ລົງປະຊາ​ມະຕິ ​ໃນ​ວັນ​ເສົາ​ວານ​ນີ້.

ຮ່າງ​ລັດຖະທໍາ​ມະນູນດັ່ງກ່າວ​ໄດ້​ກໍ່​ໃຫ້​ເກີດ​ເຫດການ​ຮຸນ​ແຮງ​ແ​ລະກາ​ນປະ​ທ້ວງ ຫຼາຍໆ ບັ້ນ.

​ເມື່ອ​ວັນ​ເສົາ​ວານ​ນີ້ ພັກ​ຜະສົມ​ຝ່າ​ຍຄ້ານ the National Salvation Front ​ໄດ້​ກ່າວ​ຫາ​ພັກ​ພະລາດອນພາບ​ມຸສລິ​ມ ທີ່​ສະ​ໜັບສະ​ໜຸນ​ລັດຖະ ທໍາ​ມະນູນ​ສະ​ບັບນີ້ ​ວ່າ​ສໍ້ໂກງ​ການ​ລົງ​ຄະ​ແນນ. ທ່ານ Morsi ​ເປັນ​ອະດີດ ສະມາຊິກ​ຄົນ​ນຶ່ງ​ຂອງ​ພະລາດອນພາບ​ມູສລິ​ມ.

ການ​ປ່ອນ​ບັດ ​ແມ່ນ​ໄດ້​ແ​ບ່ງອອກ​ເປັນ​ສອງ​ມື້ວັນ​ເສົາ​ລຽນຕິດ ຍ້ອນການ​ຂາດ​ເຂີນ​ຜູ້​ພິ ພາກສາ ທີ່​ເຕັມ​ໃຈ​ຈະ​ເປັນ​ຜູ້​ກໍາກັບ​ດູ​ແລ​ການ​ປ່ອນ​ບັດ​ນັ້ນ.

​ເວລາ​ນີ້​ຍັງ​ບໍ່​ແຈ້ງ​ຂາວ​ເທື່ອ​ວ່າ ຜົນ​ການ​ເລືອກ​ຕັ້ງ​ສຸດ​ທ້າຍ ​ຈະ​ປະກາດ​ໃຫ້ຊາບ​ເມື່ອ​ໃດ.



XS
SM
MD
LG