ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກສະໜັບ ສະໜຸນທ່ານ Morsi ເມີນເສີຍ ຕໍ່ຄໍາເຕືອນ ຂອງລັດຖະບານ ອີຈິບ (ວີດິໂອ/ສະໄລດ໌)


Representatives of the Ukrainian government forces (center and right), and of pro-Russian rebels (left) talk before exchanging prisoners-of-war (POWs), north of Donetsk, eastern Ukraine, Sept. 12, 2014. 
Representatives of the Ukrainian government forces (center and right), and of pro-Russian rebels (left) talk before exchanging prisoners-of-war (POWs), north of Donetsk, eastern Ukraine, Sept. 12, 2014. 
ພວກສະໜັບສະໜຸນປະທານາທິບໍດີ ທີ່​ຖືກ​ໂຄ່ນ​ລົ້ມ ທ່ານ
Mohamed Morsi ຫລາຍພັນຄົນໄດ້ພາກັນໄປເຕົ້າໂຮມ
ກັນຢູ່ກຸງໄຄໂຣ ເພື່ອສວດມົນແລະສະເຫລີມສະຫລອງວັນ
ບຸນ Eid al-Fitr ຢູ່ທີ່ຄ້າຍ​ຂອງປະທ້ວງ ເຖິງແມ່ນວ່າ ຈະມີ
ຄໍາເຕືອນຂອງລັດຖະບານໃຫ້ພາກັນໜີຈາກສະຖານທີ່ເຫລົ່າ
ນັ້ນ ກໍຕາມ.

ສ່ວນພວກຕໍ່ຕ້ານທ່ານ Morsi ກໍໄດ້ພາກັນໄປເຕົ້າ​ໂຮມກັນ
ທີ່ຈະຕຸລັດ Tahrir ໃນວັນພະຫັດມື້ນີ້ ນຶ່ງມື້ ລຸນຫລັງທີ່ທ່ານ
Adly Mansour ປະທານາທິບໍດີຊົ່ວຄາວເວົ້າວ່າ ການດໍາ
ເນີນຄວາມພະຍາຍາມຂອງນັກການທູດສາກົນ ​ເພື່ອ​ແກ້​ໄຂ​
ບັນຫາ​ຂັດ​ແຍ້​ງ ທາງ​ດ້ານ ການ​ເມືອງຂອງ​ອີ​ຈິບ ບໍ່ປະສົບຜົນສໍາເລັດ.

ທ່ານ Mansour ໄດ້ຖິ້ມໂທດໃສ່ພັກພະລາດອນພາບມຸສລິມຂອງທ່ານ Morsi ວ່າພາໃຫ້ ເກີດຄວາມລົ້ມແຫລວດັ່ງກ່າວ.

ສ່ວນສະຫະລັດ ແລະສະ​ຫະພາບ​ຢູ​ໂຣບໄດ້ສະແດງຄວາມເປັນຫ່ວງ ໂດຍເວົ້າວ່າ ການ
ບໍ່​ລົງ​ຮອຍ​ກັນທາງດ້ານການເມືອງ ໄດ້ພາ​ໃຫ້​ເກີດ​ສະຖານະ​ການ​ທີ່​ຫຼໍ່​ແຫຼມ ທີ່​ອາດ​ເຮັດ​ໃຫ້
ເກີດການນອງເລືອດຂຶ້ນອີກ ແລະອາດ​ເປັນ​ອຸບປະສັກ​ ຕໍ່ການຟື້ນໂຕຄືນຂອງເສດຖະກິດ
ອີຈິບ.

ຢູ່ໃນຖະແຫລງການຮ່ວມ ທີ່ນຳ​ອອກ​ເຜີຍ​ແຜ່ໃນວັນພຸດວານນີ້ ທ່ານ John Kerry ລັດ ຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະທ່ານ​ນາງ Catherine Ashton ຫົວ
ໜ້ານະ​ໂຍບາຍ​ການ​ຕ່າງປະ​ເທດຂອງສະ​ຫະພາບ​ຢູ​ໂຣບເວົ້າວ່າ ທັງສອງຝ່າຍຕ້ອງທັບ ມ້າງ
"ສະພາບການບໍ່ໄປ​ບໍ່​ມາທີ່ເປັນອັນຕະລາຍ" ນັ້ນ ແລະຈັດຕັ້ງປະຕິບັດ "ມາດຕະການສ້າງ
ຄວາມໄວ້ວາງໃຈກັນ ທີ່ເປັນຮູບປະທໍາ."

ນັກການທູດເຫລົ່ານັ້ນເວົ້າອີກວ່າ ລັດຖະບານອີຈິບ ມີຄວາມຮັບຜິດຊອບເປັນພິເສດໃນ
ການເລີ້ມຕົ້ນຂັ້ນຕອນການສ້າງ​ຄວາມຖືກຕ້ອງປອງດອງກັນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ພວກເຈົ້າໜ້າທີ່ລັດຖະບານຊົ່ວຄາວຂອງອີຈິບ ໄດ້ຈັບພວກສະມາຊິກຂັ້ນສູງ ໃນພັກພະລາ
ດອນພາບມຸສລິມ ຊຶ່ງລວມທັງທ່ານ Morsi ໄປຂັງ ນັບແຕ່ໄດ້ໂຄ່ນລົ້ມທ່ານ Morsi ອອກ
ຈາກອໍານາດ ໃນວັນທີ 3 ກໍລະກົດເປັນຕົ້ນມາ.

ຝ່າຍທະຫານໄດ້ຕັ້ງລັດຖະບານຊົ່ວຄາວຂຶ້ນ ໃນຂະນະທີ່ກຸ່ມພະລາດອນພາບມຸສລິມຢືນ
ຢັດໃຫ້ຜູ້ນໍາຂອງ​ພັກສາສະໜາອິສລາມ ທີ່​ຖືກ​ໂຄ່ນລົ້ມນັ້ນ ກັບຄືນມາເປັນປະທານາທິບໍ
ດີ ອີກ.

XS
SM
MD
LG