ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບ ຮຽກຮ້ອງ ໃຫ້ພວກ ສະໜັບສະໜຸນ ທ່ານ Morsi ສະຫຼາຍຕົວ (ສະໄລດ໌/ວີດິໂອ)


Egytian Peace Elusive as Muslim Brotherhood Insists on Morsi's Return
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ
ລັດຖະບານຊົ່ວຄາວຂອງອີຈິບ ທີ່ໄດ້ຮັບການໜູນຫລັງໂດຍ
ທະຫານນັ້ນປະກາດວ່າ ການເຝົ້າລະວັງຢູ່ສອງບ່ອນໃນກຸງ
ໄຄໂຣຂອງພວກສະໜັບສະໜຸນປະທານາທິບໍດີ ທີ່ຖືກໂຄ່ນ
ລົ້ມທ່ານ Mohamed Morsi “ເປັນໄພຂົ່ມຂູ່ທີ່ຍອມຮັບບໍ່ໄດ້”
ຕໍ່ຄວາມໝັ້ນຄົງ ຂອງປະເທດຊາດ.

ພວກເຈົ້າໜ້າທີ່ໄດ້ອອກຄໍາສັ່ງໃຫ້ຕໍາຫລວດ ຍຸຕິການນັ່ງປະ
ທ້ວງດັ່ງກ່າວ ແຕ່ກໍໃຫ້ປະຕິບັດງານຢູ່ພາຍໃຕ້ຂອບເຂດຂອງ
ກົດໝາຍ ແລະລັດຖະທໍາມະນູນ.

ຂະບວນການພະລາດອນພາບມຸສລິມຂອງທ່ານ Morsi ເວົ້າວ່າ
ຕົນມີຄວາມຢ້ານກົວຕໍ່ທະຫານທີ່ອາດຈະເຮັດໃຫ້ພວກເດີນຂະບວນປະທ້ວງປະເຊີນກັບ
ສິ່ງທີ່ເຂົາເຈົ້າເອີ້ນວ່າ ການສັງຫານໝູ່ອີກຄັ້ງນຶ່ງ. ກໍາລັງຮັກສາຄວາມສະຫງົບຍິງປືນເຂົ້າ
ໃສ່ພວກເດີນຂະບວນ ປະທ້ວງຢູ່ກຸງໄຄໂຣ ໃນວັນເສົາຜ່ານມາ ຊຶ່ງໄດ້ສັງຫານຢ່າງໜ້ອຍ 80 ຄົນ.

ພວກເດີນຂະບວນປະທ້ວງພາກັນເຝົ້າຍາມ ຢູ່ນອກວັດໃຫຍ່ອິສລາມແຫ່ງນຶ່ງ ຢູ່ພາກຕາ
ເວັນອອກຂອງກຸງໄຄໂຣ ແລະຢູ່ໃນວິທະຍາເຂດຂອງມະຫາວິທະຍາໄລໃຫຍ່ຂອງ ນະຄອນ
ດັ່ງກ່າວ. ອົງການນີລະໂທດກໍາສາກົນ ທີ່ເປັນກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ຄໍາສັ່ງຂອງ
ລັດຖະບານທີ່ໄດ້ຮັບການໜູນຫລັງໂດຍທະຫານ ໃຫ້ກວດລ້າງການເຝົ້າຍາມດັ່ງກ່າວໃຫ້
ຍຸຕິລົງນັ້ນ ແມ່ນໄດ້ “ໃຫ້ການອະນຸມັດ” ໃຫ້ກໍາລັງຮັກສາຄວາມສະຫງົບ ເຮັດຜິດລະ ບຽບເພີ້ມຂຶ້ນອີກ.

ເກືອບຮອດ 200 ຄົນແລ້ວຖືກສັງຫານນັບແຕ່ ທະຫານອີຈິບໄດ້ໂຄ່ນລົ້ມທ່ານ Morsi ອອກຈາກອໍານາດໃນວັນທີ 3 ກໍລະກົດເປັນຕົ້ນມາ. ພວກສະໜັບສະໜຸນທ່ານ ໄດ້ຮຽກ ຮ້ອງໃຫ້ທ່ານກັບຄືນມາເປັນປະທານາທິບໍດີອີກແລະມີການຟື້ນຟູຮ່າງລັດຖະທໍາມະນູນ
ທີ່ເຮັດດ້ວຍພັກສາສະໜາອິສລາມນັ້ນຄືນອີກ.

ລັດຖະບານຊົ່ວຄາວຂອງປະເທດດັ່ງກ່າວ ມີແຜນທີ່ຈະລົງປະຊາມະຕິ ພາຍໃນຫ້າເດືອນ
ຕໍ່ໜ້ານີ້ ເພື່ອຮັບຜ່ານການດັດແກ້ຕໍ່ຮ່າງລັດຖະທໍາມະນູນດັ່ງກ່າວ. ການເລືອກຕັ້ງສະພາ
ແຫ່ງຊາດ ຈະໄດ້ຈັດຂຶ້ນໃນຕົ້ນປີໜ້າ ຕິດຕາມດ້ວຍການເລືອກຕັ້ງປະທານາທິບໍດີໃໝ່.
ສະຫະລັດ ໄດ້ຮຽກຮ້ອງໃຫ້ອີຈິບຫລີກລ່ຽງການໃຊ້ຄວາມຮຸນແຮງ ແລະສ້າງຕັ້ງລັດຖະ ບານໄລຍະຂ້າມຜ່ານ ທີ່ລວມເອົາທຸກພັກການເມືອງນັ້ນ.

ທ່ານ John McCain ແລະທ່ານ Lindsey Graham ສະມາຊິກສະພາສູງສັງກັດພັກ Republican ໄດ້ກ່າວວ່າ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຂໍໃຫ້ ພວກທ່ານເດີນທາງໄປຍັງອີຈິບໃນອາທິດໜ້າ ເພື່ອພົບກັບບັນດາຜູ້ນໍາທະຫານແລະຝ່າຍ
ຄ້ານຕໍ່ລັດຖະບານ.

XS
SM
MD
LG